ທ່ານນາງ Aung San Suu Kyi ແຈ້ງໃຫ້ທ່ານ ຫງວຽນຟຸຈ້ອງ ຮັບຊາບໝາກຜົນການພົບປະເຈລະຈາກັບທ່ານ ຫງວຽນຊວນຟຸກ ນາຍົກລັດຖະມົນຕີ ຫວຽດນາມ, ໃນນັ້ນ, ສອງຝ່າຍສະແດງຄວາມຕັດສິນໃຈສືບຕໍ່ເພີ່ມທະວີການຮ່ວມມື, ເປັນຕົ້ນແມ່ນດ້ານເສດຖະກິດ, ການຄ້າສອງຝ່າຍ ແລະສົມທົບກັນຢ່າງມີປະສິດທິຜົນຢູ່ບັນດາເວທີປາໄສພາກພື້ນກໍ່ຄືສາກົນ, ກ່ອນອື່ນໝົດແມ່ນໃນຂອບເຂດ ອາຊຽນ; ເນັ້ນໜັກເລື່ອງສອງປະເທດແບ່ງປັນຫຼາຍຈຸດຄ້າຍຄືກັນ, ຢືນຢັນວ່າຈະສົມທົບກັນຢ່າງແໜ້ນແຟ້ນກັບ ຫວຽດນາມ ໃນການຮັກສາສັນຕິພາບ, ສະຖຽນລະພາບ ແລະການຮ່ວມມືຢູ່ພາກພື້ນກໍ່ຄືໃນການກໍ່ສ້າງປະຊາຄົມ ອາຊຽນ ສາມັກຄີ, ໝັ້ນຄົງເຂັ້ມແຂງ; ສະແດງຄວາມປາດຖະໜາຢາກຊຸກຍູ້ການພົວພັນຮ່ວມມືຮອບດ້ານລະຫວ່າງພັກ, ລັດຖະບານ ແລະປະຊາຊົນສອງປະເທດໃນໄລຍະຈະມາເຖິງກວ່າອີກ, ເປັນຕົ້ນແມ່ນການແລກປ່ຽນຄະນະຂັ້ນສູງ, ແລກປ່ຽນຄະນະຜູ້ແທນບັນດາອົງການຈັດຕັ້ງຊາວໜຸ່ມ ແລະມະຫາຊົນລະຫວ່າງສອງພັກກໍາອໍານາດ, ຮໍ່າຮຽນ, ທາບທາມບົດຮຽນໃນການຊີ້ນໍາ, ນໍາພາ, ຄຸ້ມຄອງ.

leftcenterrightdel
ທ່ານ ຫງວຽນຟຸຈ້ອງ ເລຂາທິການໃຫຍ່ ຕ້ອນຮັບທ່ານນາງ Aung San Suu Kyi ທີ່ປຶກສາແຫ່ງລັດ ມຽນມາ . ພາບ: ຟູເຊີນ.

ທ່ານ ຫງວຽນຟຸຈ້ອງ ຊົມເຊີຍການຢ້ຽມຢາມຫວຽດນາມ ຢ່າງເປັນທາງການຂອງທ່ານນາງ Aung San Suu Kyi, ຕີລາຄາສູງການພັດທະນາຂອງການພົວພັນລະຫວ່າງສອງປະເທດໃນໄລຍະຈະມາເຖິງ ແລະເຊື່ອໝັ້ນວ່າການຢ້ຽມຢາມຫວຽດນາມ ຄັ້ງນີ້ຂອງທ່ານນາງ Aung San Suu Kyi ຈະແມ່ນຂີດໝາຍສໍາຄັນ, ປະກອບສ່ວນຊຸກຍູ້ການພົວພັນມິດຕະພາບ, ການຮ່ວມມື ຫຼາຍດ້ານລະຫວ່າງສອງປະເທດ. ທ່ານ ຫງວຽນຟຸຈ້ອງ ຢືນຢັນວ່າ, ນະໂຍບາຍສະເໝີຕົ້ນສະເໝີປາຍຂອງ ຫວຽດນາມ ແມ່ນຖືເປັນສໍາຄັນການເພີ່ມທະວີ ແລະເປີດກວ້າງການພົວພັນມິດຕະພາບ, ການຮ່ວມມືຫຼາຍດ້ານກັບ ມຽນມາ.

 

ແປໂດຍ: ເກື່ອງດັ້ງ