ຫວຽດນາມສະໜັບສະໜູນ ມຽນມາ ໃນວິວັດທະນາການໄກ່ເກ່ຍປອງດອງຊາດ

ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຊົມເຊີຍບັນດາຜົນງານເຊິ່ງລັດຖະບານມຽນມາ ບັນລຸໄດ້ໃນໄລຍະຜ່ານມາ; ຢືນຢັນສະໜັບສະໜູນ ມຽນມາ ໃນວິວັດທະນາການໄກ່ເກ່ຍປອງດອງຊາດກໍ່ຄື ໃນພາລະກິດສ້າງສາປະເທດມຽນມາ ແຫ່ງສັນຕິພາບ, ສະຖຽນລະພາບ ແລະພັດທະນາປະສົບຜົນສຳເລັດ.

leftcenterrightdel
ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ແລະທ່ານນາງ Aung San Suu Kyi ທີ່ປຶກສາແຫ່ງລັດ ມຽນມາ ກວດແຖວກຽດຕິຍົດກອງທັບປະຊາຊົນຫວຽດນາມ. ພາບ: infonet.vn

ທ່ານນາງ Aung San Suu Kyi ທີ່ປຶກສາແຫ່ງລັດມຽນມາ ສະແດງຄວາມປິຕິຊົມຊື່ນເມື່ອໄດ້ມາຢ້ຽມຢາມຫວຽດນາມ ຢ່າງເປັນທາງການ; ຊົມເຊີຍບັນດາຜົນງານສຳຄັນເຊິ່ງຫວຽດນາມ ບັນລຸໄດ້ພາຍຫຼັງ 30 ປີແຫ່ງການປ່ຽນແປງໃໝ່, ໂດຍສະເພາະໃນການຮັບປະກັນຊີວິດສັງຄົມ ແລະພັດທະນາແບບຍືນຍົງ.

ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ແລະທ່ານນາງ Aung San Suu Kyi  ທີ່ປຶກສາແຫ່ງລັດ ສະແດງຄວາມເພິ່ງພໍໃຈກ່ຽວກັບການພັດທະນາຂອງການພົວພັນ ຫວຽດນາມ - ມຽນມາ ໃນຕະຫຼອດ 40 ກ່ວາປີຜ່ານມາ; ຖືວ່າເລື່ອງສອງປະເທດຍົກລະດັບການພົວພັນຂຶ້ນເປັນຄູ່ຮ່ວມມືຮອບດ້ານເນື່ອງໃນໂອກາດການຢ້ຽມຢາມທາງລັດຖະກິດມຽນມາ ຂອງທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ໃນເດືອນ ສິງຫາ 2017. ການຮ່ວມມືດ້ານການເມືອງໄດ້ມີຄວາມເຂົ້າໃຈ ແລະຄວາມໄວ້ເນື້ອເຊື່ອໃຈສຳຄັນ. ການຮ່ວມມືດ້ານປ້ອງກັນຊາດ, ປ້ອງກັນຄວາມສະຫງົບໄດ້ຮັກສາຢ່າງມີປະສິດທິຜົນ. ການພົວພັນດ້ານເສດຖະກິດ, ການຄ້າ, ການລົງທຶນແມ່ນຈຸດສຳຄັນໃນການພົວພັນສອງປະເທດ. ປະຈຸບັນຫວຽດນາມ ເປັນຄູ່ຮ່ວມມືດ້ານການຄ້າໃຫຍ່ທີ 9 ແລະແມ່ນນັກລົງທຶນຕ່າງປະເທດໃຫຍ່ທີ 7 ຂອງມຽນມາ.

ສູ້ຊົນບັນລຸຄາດໝາຍວົງເງິນການຄ້າສອງຝ່າຍໃຫ້ໄດ້ 1 ຕື້ໂດລາສະຫະລັດ

ກ່ຽວກັບການກຳນົດທິດໃນການພົວພັນສອງປະເທດພັດທະນາໃນໄລຍະໃໝ່, ສອງຝ່າຍໄດ້ເຫັນດີເພີ່ມທະວີການຮ່ວມມືດ້ານການເມືອງ, ການທູດຜ່ານການຍູ້ແຮງບັນດາການຢ້ຽມຢາມ ແລະການພົບປະຂັ້ນສູງ ແລະທຸກຂັ້ນໃນທຸກຂົງເຂດຄື: ທາງຝ່າຍພັກ, ລັດຖະບານ, ສະພາແຫ່ງຊາດ ແລະພົບປະແລກປ່ຽນປະຊາຊົນ, ຊຸກຍູ້ການຈັດຕັ້ງກອງປະຊຸມຄັ້ງທີ 9 ຄະນະກຳມະການປະສົມ ຫວຽດນາມ-ມຽນມາ; ພ້ອມທັງຮັບຮອງເອົາໂຄງການດຳເນີນງານຜັນຂະຫຍາຍການພົວພັນຄູ່ຮ່ວມມືຮອບດ້ານຫວຽດນາມ-ມຽນມາ ໄລຍະ 2018 – 2023.

leftcenterrightdel
ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ແລະທ່ານນາງ Aung San Suu Kyi ທີ່ປຶກສາແຫ່ງລັດ ມຽນມາ. ພາບ: ຟູ໋ເຊີນ

ການນຳ 2 ປະເທດກໍ່ໃຫ້ຄຳໝັ້ນສັນຍາວ່າຈະເຮັດໃຫ້ການພົວພັນດ້ານການຄ້າ-ການລົງທຶນເລິກເຊິ່ງກວ່າບົນພື້ນຖານຕ່າງຝ່າຍຕ່າງມີຜົນປະໂຫຍດ; ຢືນຢັນເພີ່ມທະວີການຮ່ວມມື ແລະຊອກຫາບັນດາວິທີໃໝ່ເພື່ອແນໃສ່ບັນລຸຄາດໝາຍວົງເງິນການຄ້າສອງຝ່າຍໃຫ້ໄດ້ 1 ຕື້ໂດລາສະຫະລັດ. ຝ່າຍມຽນມາ ຕີລາຄາສູງບັນດາໂຄງການລົງທຶນຂອງຫວຽດນາມຢູ່ມຽນມາ ປະກອບສ່ວນຕັ້ງໜ້າເຂົ້າໃນວິວັດການພັດທະນາແບບຍືນຍົງ.

ສອງຝ່າຍຕີລາຄາສູງບັນດາບາດກ້າວພັດທະນາໃນໄລຍະມໍ່ໆມານີ້ໃນການຮ່ວມມືດ້ານປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ພ້ອມທັງເຫັນດີເປັນກະພາບກັນຜັນຂະຫຍາຍບັນດາຂໍ້ຕົກລົງຢ່າງມີປະສິດທິຜົນ, ສອງຝ່າຍຈະເປີດກວ້າງການຮ່ວມມືໃນບັນດາຂົງເຂດອື່ນ ຄື: ບຳລຸງສ້າງ, ກູ້ຊີບກູ້ໄພ, ເຫັນດີຈັດຕັ້ງການເຈລະຈານະໂຍບາຍປ້ອງກັນຊາດຂັ້ນຮອງລັດຖະມົນຕີໃນປີ 2018; ຊຸກຍູ້ການເຈລະຈາເພື່ອລົງນາມໃນຂໍ້ຕົກລົງຕ້ານ ແລະສະກັດກັ້ນອາດຊະຍາກຳ ກໍ່ຄື ບັນດາຂໍ້ຕົກລົງ/ສັນຍາອື່ນຄື ສັນຍາພາຕົວ.

ເພີ່ມທະວີການຮ່ວມມືຢູ່ບັນດາເວທີປາໄສພາກພື້ນ ແລະສາກົນ

ຄຽງຂ້າງການຮ່ວມມືສອງຝ່າຍ, ການນຳສອງປະເທດໄດ້ແລກປ່ຽນກ່ຽວກັບບັນດາບັນຫາສາກົນ ແລະພາກພື້ນເຊິ່ງຕ່າງຝ່າຍຕ່າງມີຄວາມສົນໃຈ. ສອງຝ່າຍໄດ້ເຫັນດີເປັນເອກະພາບເພີ່ມທະວີການຮ່ວມມືຢູ່ບັນດາເວທີປາໄສພາກພື້ນ ແລະສາກົນຄື: ອາຊຽນ, ຂະບວນການບໍ່ຮ່ວມກຸ່ມ, ສະຫະປະຊາຊາດ; ເພີ່ມທະວີການຮ່ວມມືນຳໃຊ້ແຫຼ່ງຊັບພະຍາກອນນ້ຳແມ່ນ້ຳຂອງແບບຍືນຍົງ ແລະມີປະສິດທິຜົນ, ໂດຍສະເພາະແມ່ນໃນຂອບເຂດບັນດາກົນໄກຮ່ວມມືອະນຸພາກພື້ນແມ່ນ້ຳຂອງ.

leftcenterrightdel
ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ພົບປະເຈລະຈາກັບທ່ານນາງ Aung San Suu Kyi ທີ່ປຶກສາແຫ່ງລັດມຽນມາ. ພາບ: ຟູ໋ເຊີນ
leftcenterrightdel
ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ແລະທ່ານນາງ Aung San Suu Kyi ທີ່ປຶກສາແຫ່ງລັດ ມຽນມາ ເປັນສັກຂີພິຍານພິທີລົງນາມໃນເອກະສານຮ່ວມມືສອງສະບັບ. ພາບ: ສຳນັກຂ່າວສານຫວຽດນາມ

ສອງຝ່າຍເນັ້ນໜັກເຖິງຄວາມສຳຄັນຂອງການຮັກສາສັນຕິພາບ ແລະຄວາມໝັ້ນຄົງໃນພາກພື້ນ, ຄວາມເສລີໃນການເດີນທະເລ, ການບິນຢູ່ທະເລຕາເວັນອອກ; ຢືນຢັນສະໜັບສະໜູນການແກ້ໄຂບັນດາຂໍ້ຂັດແຍ່ງກັນໂດຍສັນຕິວິທີບົນພື້ນຖານເຄົາລົບກົດໝາຍສາກົນ, ສົນທິສັນຍາສະຫະປະຊາຊາດກ່ຽວກັບກົດໝາຍວ່າດ້ວຍທະເລ ປີ 1982.

ພາຍຫຼັງການພົບປະເຈລະຈາ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ແລະທ່ານນາງ Aung San Suu Kyi ທີ່ປຶກສາແຫ່ງລັດມຽນມາ ໄດ້ເປັນສັກຂີພິຍານພິທີລົງນາມໃນເອກະສານຮ່ວມມືສອງສະບັບ.

 

ແປໂດຍ: ຮຸຍດົງ