ນີ້ແມ່ນການຢ້ຽມຢາມຫວຽດນາມ ຄັ້ງທຳອິດຂອງທ່ານນາງ San Suu Kyi ທີ່ປຶກສາແຫ່ງລັດ, ລັດຖະມົນຕີກະຊວງການຕ່າງປະເທດ ແລະລັດຖະມົນຕີຫ້ອງວ່າການປະທານາທິບໍດີ ສາທາລະນະລັດ ສະຫະພາບ ມຽນມາ. ການຢ້ຽມຢາມໄດ້ດຳເນີນໃນສະພາວະທີ່ການພົວພັນສອງຝ່າຍຫວຽດນາມ-ມຽນມາ ມີຄວາມຄືບໜ້າຫຼາຍຢ່າງ, ຄວາມໄວ້ເນື້ອເຊື່ອໃຈນັບມື້ນັບເພີ່ມຂຶ້ນ ແລະການຮ່ວມມືກໍ່ໄດ້ຮັດແໜ້ນກວ່າ.

leftcenterrightdel
ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ແລະທ່ານນາງ San Suu Kyi ທີ່ປຶກສາແຫ່ງລັດ, ລັດຖະມົນຕີກະຊວງການຕ່າງປະເທດ ແລະລັດຖະມົນຕີຫ້ອງວ່າການປະທານາທິບໍດີ ສາທາລະນະລັດ ສະຫະພາບ ມຽນມາ. ພາບ: ຟູ໋ເຊີນ.

ຫວຽດນາມ ແລະມຽນມາ ມີສາຍພົວພັນມາແຕ່ດົນນານແລ້ວ, ກ່ອນນີ້ 71 ປີ, ໃນປີ 1947, ເມື່ອຍັງຕ້ອງດຳເນີນການຕໍ່ສູ້ຕ້ານພວກລ່າເມືອງຂຶ້ນຝະລັ່ງ, ຫວຽດນາມ ໄດ້ສ້າງຕັ້ງອົງການສື່ສານຢູ່ Yangon, ຫຼັງຈາກນ້ັນໄດ້ຍົກລະດັບຂຶ້ນເປັນອົງການຕາງໜ້າລັດຖະບານໃນປີ 1948. ປີ 1954, ທ່ານນາຍົກລັດຖະມົນຕີ U Nu ມາຢ້ຽມຢາມຫວຽດນາມ. ປີ 1958, ປະທານ ໂຮ່ຈິມິນ ໄປຢ້ຽມຢາມ ມຽນມາ. ເຖິງວ່າຍັງປະສົບກັບຄວາມຫຍຸ້ງຍາກຫຼາຍຢ່າງກໍ່ຕາມແຕ່ອຳນາດການປົກຄອງ ແລະບັນດາອົງການຈັດຕັ້ງມະຫາຊົນຢູ່ ມຽນມາ ຍາມໃດກໍ່ຕັ້ງໜ້າສະໜັບສະໜູນປະຊາຊົນຫວຽດນາມ ໃນການຕໍ່ສູ້ປົດປ່ອຍຊາດກໍ່ຄືໃນພາລະກິດສ້າງສາ ແລະປົກປັກຮັກສາປະເທດຊາດໃນປະຈຸບັນ. ພາຍຫຼັງຫວຽດນາມ ປົດປ່ອຍພາກໃຕ້ ແລະທ້ອນໂຮມປະເທດຊາດເປັນເອກະພາບ, ສອງຝ່າຍໄດ້ຍົກລະດັບການພົວພັນກົງສູນໃຫຍ່ຂຶ້ນເປັນການພົວພັນທາງການທູດຂັ້ນເອກອັກຄະລັດຖະທູດໃນວັນທີ 28 ພຶດສະພາ 1975.

ນັບແຕ່ນັ້ນມາຮອດປະຈຸບັນ, ສອງຝ່າຍໄດ້ແລກປ່ຽນຄະນະຂັ້ນສູງ ແລະທຸກຂັ້ນເປັນປະຈຳ, ຫຼາຍກົນໄກຮ່ວມມືໄດ້ຮັບການສ້າງຕັ້ງ. ໃນໄລຍະມໍ່ໆມານີ້, ໃນການຢ້ຽມຢາມທາງລັດຖະກິດ ມຽນມາ ຂອງທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ (ເດືອນ ສິງຫາ 2017), ສອງຝ່າຍໄດ້ອອກຖະແຫຼງການຮ່ວມສ້າງຕັ້ງຂອບເຂດການພົວພັນຄູ່ຮ່ວມມືຮອບດ້ານ, ສ້າງຂີດໝາຍໃໝ່ໃນການພົວພັນສອງປະເທດ. ສອງຝ່າຍໄດ້ສ້າງຕັ້ງສະມາຄົມສະມາຊິກລັດຖະສະພາມິດຕະພາບຫວຽດນາມ-ມຽນມາ ແລະສະມາຄົມສະມາຊິກລັດຖະສະພາມິດຕະພາບມຽນມາ-ຫວຽດນາມ ໃນເດືອນ ມິຖຸນາ 2013. ເດືອນ ສິງຫາ 2014, ສະມາຄົມມິດຕະພາບຫວຽດນາມ-ມຽນມາ ໄດ້ຮັບການສ້າງຕັ້ງ. ໃນປີ 2015, ສອງປະເທດກໍ່ມີການເຄື່ອນໄຫວຫຼາຍຢ່າງເພື່ອສະເຫຼີມສະຫຼອງ 40 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ (28-5-1975 / 28-5-2015).

ໃນຂະນະນັ້ນ, ປີ 2015 ວົງເງິນການຄ້າສອງຝ່າຍຫວຽດນາມ-ມຽນມາ ບັນລຸ 434,7 ລ້ານໂດລາສະຫະລັດ ແລະ ປີ 2016 ບັນລຸ 548,3 ລ້ານໂດລາສະຫະລັດ ລື່ນຄາດໝາຍເຊິ່ງການນຳຂັ້ນສູງສອງປະເທດໄດ້ວາງອອກແມ່ນ 500 ລ້ານໂດລາສະຫະລັດ. ປີ 2017, ວົງເງິນການຄ້າສອງສົ້ນບັນລຸ 828,3 ລ້ານໂດລາສະຫະລັດ, ເພີ່ມຂຶ້ນ 51% ເມື່ອທຽບໃສ່ໄລຍະດຽວກັນຂອງ ປີ 2016. ຫວຽດນາມ ໄດ້ບືນຕົວຂຶ້ນກາຍເປັນນັກລົງທຶນຕ່າງປະເທດໃຫຍ່ທີ 7 ຂອງ ມຽນມາ ດ້ວຍ 70 ໂຄງການ ແລະຍອດຈຳນວນທຶນຈົດທະບຽນບັນລຸເກືອບ 2 ຕື້ໂດລາສະຫະລັດ. ບາງໂຄງການມີຊື່ສຽງຄືສູນການຄ້າ ຮວ່າງແອງຢາລາຍ ຄົບວົງຈອນ,  ສາຂາທະນາຄານລົງທຶນ ແລະພັດທະນາຫວຽດນາມ (BIDV)... ໃນການຢ້ຽມຢາມທາງລັດຖະກິດ ມຽນມາ ຂອງທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ຫວ່າງແລ້ວນີ້, ສອງຝ່າຍໄດ້ລົງນາມໃນບົດບັນທຶກຊ່ວຍຈຳກ່ຽວກັບການຮ່ວມມືດ້ານການຄ້າລະຫວ່າງກະຊວງອຸດສາຫະກຳ ແລະການຄ້າຫວຽດນາມ ແລະກະຊວງການຄ້າ ມຽນມາ. ສອງຝ່າຍກໍ່ຮັກສາກົນໄກປະຊຸມຄະນະກຳມະການປະສົມກ່ຽວກັບການຮ່ວມມືສອງຝ່າຍ, ອະນຸກຳມະການດ້ານການຄ້າເປັນປະຈຳ.

ສອງຝ່າຍໄດ້ຜັນຂະຫຍາຍບັນດາກົນໄກເຈລະຈາຄວາມໝັ້ນຄົງສອງຝ່າຍຢ່າງມີປະສິດທິຜົນ, ພວມຍູ້ແຮງການສົມທົບກັນກໍ່ສ້າງ ແລະສຳເລັດຂອບເຂດນິຕິກຳໃຫ້ແກ່ບັນດາການເຄື່ອນໄຫວຮ່ວມມືກ່ຽວກັບການຕ້ານ ແລະສະກັດກັ້ນອາດຊະຍາກຳ, ຕຸລາການອາຍາ. ກ່ຽວກັບການຮ່ວມມືດ້ານປ້ອງກັນຊາດ, ສອງຝ່າຍໄດ້ລົງນາມໃນຂໍ້ຕົກລົງກ່ຽວກັບການຮ່ວມມືດ້ານປ້ອງກັນຊາດສອງຝ່າຍ ປີ 2011 ແລະບັນລຸໄດ້ບາງໝາກຜົນໃນການແລກປ່ຽນຄະນະ ແລະການສຶກສາ-ກໍ່ສ້າງ.

ການພົວພັນຮ່ວມມືລະຫວ່າງຫວຽດນາມ ແລະມຽນມາ ໃນບັນດາຂົງເຂດອື່ນຄື: ພະລັງງານ-ນ້ຳມັນອາຍແກັສ, ການທ່ອງທ່ຽວ, ການຄົມມະນາຄົມຂົນສົ່ງ, ໂທລະຄົມມະນາຄົມ, ກະສິກຳ, ການເງິນ-ທະນາຄານ ສືບຕໍ່ໄດ້ຮັບການຊຸກຍູ້. ສອງຝ່າຍກໍ່ສົມທົບ ແລະສະໜັບສະໜູນເຊິ່ງກັນ ແລະກັນໃນບັນດາເວທີປາໄສສາກົນ, ພາກພື້ນ ແລະອະນຸພາກພື້ນຄື: ສະຫະປະຊາຊາດ, ອາຊຽນ, ຂະບວນການບໍ່ຮ່ວມກຸ່ມ, ການຮ່ວມມື ກຳປູເຈຍ-ລາວ-ມຽນມາ-ຫວຽດນາມ (CLMV) , ອະນຸພາກພື້ນແມ່ນ້ຳຂອງເປີດກວ້າງ (GMS)...

ຫວຽດນາມ ແລະມຽນມາ ໄດ້ ແລະພວມຕັ້ງໜ້າປັບປຸງ, ຊຸກຍູ້ການພົວພັນມິດຕະພາບທີ່ເປັນມູນເຊື້ອ ແລະການຮ່ວມມືຫຼາຍດ້ານຢ່າງບໍ່ຢຸດຢັ້ງ. ບົນພື້ນຖານນັ້ນ, ພວກເຮົາເຊື່ອໝັ້ນວ່າ, ການຢ້ຽມຢາມຫວຽດນາມຂອງທ່ານນາງ San Suu Kyi ຈະປະສົບຜົນສຳເລັດຢ່າງຈົບງາມ, ປະກອບສ່ວນຊຸກຍູ້ການພົວພັນຄູ່ຮ່ວມມືຮອບດ້ານລະຫວ່າງສອງປະເທດກໍ່ຄື ສັນຕິພາບ, ຄວາມໝັ້ນຄົງ ແລະການພັດທະນາຢູ່ ອາຊີຕາເວັນອອກສ່ຽງໃຕ້.

 

ແປໂດຍ: ຮຸຍດົງ