ເຂົ້າຮ່ວມພິທີ, ຝ່າຍ ຫວຽດນາມ ມີຜູ້ຕາງໜ້າຄະນະອໍານວຍການອົງການຫວຽດນາມ ຊອກຫາຜູ້ຫາຍສາບສູນ (VNOSMP); ຝ່າຍ ອາເມລິກາ ມີທ່ານນາງ Mary Tarnowka, ຫົວໜ້າກົງສຸນໃຫຍ່ອາເມລິກາ ປະຈໍານະຄອນ ໂຮ່ຈິມິນ ພ້ອມກັບຜູ້ຕາງໜ້າອົງການກວດກາໄລ່ລຽງຊະເລີຍເສິກ, ຜູ້ຫາຍສາບສູນກະຊວງປ້ອງກັນປະເທດ ແລະຫ້ອງການ MIA ອາເມລິກາ ຢູ່ ຮ່າໂນ້ຍ.

leftcenterrightdel

ອັດຖິທະຫານ ອາເມລິກາ ຫາກໍ່ໄດ້ສົ່ງກັບຄືນປະເທດ ຈະໄດ້ສົ່ງເຖິງຫ້ອງສັນລະສູດ ຢູ່ສູນ DPAA ຢູ່ Hawaii. ພາບ: ສະຖານທູດ ອາເມລິກາ ປະຈໍາ ຮ່າໂນ້ຍ.

ຜູ້ຕາງໜ້າຝ່າຍຫວຽດນາມ ໄດ້ມອບໃຫ້ຝ່າຍ ອາເມລິກາ 3 ອັດຖິທະຫານ ອາເມລິກາ ໂດຍບັນດາກອງປະສົມ ແລະຝ່າຍດຽວຂຸດຄົ້ນມາໄດ້ໃນການຊອກຫາລວມຄັ້ງທີ 130 (ແຕ່ເດືອນ ກຸມພາ ຫາເດືອນ ເມສາ 2018). ຈໍານວນອັດຖິດັ່ງກ່າວໂດຍນັກຊ່ຽວຊານນິຕິເວດສາດສອງປະເທດສັນລະສູດລວມຢູ່ ຮ່າໂນ້ຍ, ການສະຫຼຸບອາດສາມາດກ່ຽວຂ້ອງເຖິງບັນດາກໍລະນີທະຫານ ອາເມລິກາ ຖືກຫາຍສາບສູນໃນປາງສົງຄາມ ຫວຽດນາມ ແລະສະເໜີສົ່ງເມືອ Hawaii, ອາເມລິກາ ເພື່ອກວດກາຕື່ມອີກ.

ກ່າວຄໍາເຫັນທີ່ພິທີ,  ຜູ້ຕາງໜ້າລັດຖະບານ ອາເມລິກາ ໄດ້ຂອບອົກຂອບໃຈ ແລະຕີລາຄາສູງນະໂຍບາຍມະນຸດສະທຳ, ເຈດຕະນາດີ ແລະການຮ່ວມມືຢ່າງຄົບຖ້ວນ ແລະນັບມື້ນັບມີປະສິດທິຜົນຂອງລັດຖະບານ ແລະປະຊາຊົນ ຫວຽດນາມ.

ການເຄື່ອນໄຫວຊອກຫາອັດຖິທະຫານອາເມລິກາ ທີ່ຫາຍສາບສູນໃນປາງສົງຄາມຢູ່ ຫວຽດນາມ ແມ່ນການເຄື່ອນໄຫວມະນຸດສະທຳລະຫວ່າງລັດຖະບານຫວຽດນາມ ແລະອາເມລິກາ. ນີ້ແມ່ນການມອບອັດຖິຄັ້ງທີ 143 ນັບແຕ່ປີ 1973 ເປັນຕົ້ນມາ.

ແປໂດຍ: ກວຽດເຕິມ