leftcenterrightdel
ທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ພ້ອມກັບພະນັກງານ, ປະຊາຊົນຕາແສງ ໝີຟູ໋, ເມືອງ ເຈົາຟູ໋, ແຂວງ ອານຢາງ. ພາບ: ສຳນັກຂ່າວສານຫວຽດນາມ

ໂອ້ລົມກັບພໍ່ແມ່ປະຊາຊົນ, ທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ສະແດງຄວາມປິຕິຊົມຊື່ນເມື່ອໄດ້ມາຢ້ຽມຢາມຕາແສງ ໝີຟູ໋ -ເປັນເຂດແມ່ນ້ຳກ້ວາງໃຫຍ່ໄພສານ, ພວມສຸມໃສ່ຫັນປ່ຽນໂຄງປະກອບເສດຖະກິດມາສູ່ການລ້ຽງປາຈາ ເພື່ອສົ່ງອອກທີ່ມີປະສິດທິຜົນດ້ານເສດຖະກິດສູງ. ຜ່ານການແລກປ່ຽນກັບພໍ່ແມ່ປະຊາຊົນ, ບັນດານັກວິສາຫະກິດ, ທ່ານເລຂາທິການໃຫຍ່ ຕີລາຄາສູງຕາແສງ ໝີຟູ໋ ແລະເມືອງ ເຈົາຟູ໋ ໃນການປະຕິບັດມະຕິສູນກາງ 6 ກ່ຽວກັບການຊັບຊ້ອນ, ກົງຈັກການຈັດຕັ້ງ. ຕາມນັ້ນແລ້ວ, ທັງໝົດ 13 ຕາແສງໃນເມືອງໄດ້ປະຕິບັດເລື່ອງເປັນເລຂາທິການທັງເປັນປະທານຄະນະກຳມະການປະຊາຊົນຕາແສງ, ຫົວໜ້າຄະນະຂົນຂວາຍປະຊາຊົນທັງເປັນປະທານຄະນະກຳມະການແນວໂຮມປະເທດຊາດເມືອງ, ຫຼຸດລົງໄດ້ 83 ຄົນ, ການຈ່າຍເງິນເດືອນປະຢັດໄດ້ສະເລ່ຍແມ່ນ 63 ລ້ານດົ່ງຕໍ່ເດືອນ.

leftcenterrightdel
ທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ພ້ອມກັບຄອບຄົວແມ່ຫວຽດນາມວິລະຊົນ ເລທິຕາຍ, ຢູ່ ນະຄອນ ລອງຊວຽນ, ແຂວງ ອານຢາງ. ພາບ: ສຳນັກຂ່າວສານຫວຽດນາມ.

ທ່ານເລຂາທິການໃຫຍ່ ຖືວ່າ, ບັນດາບົດຮຽນ, ຮູບແບບ, ວິທີການເຮັດວຽກແບບໃໝ່ຢູ່ເມືອງ ເຈົາຟູ໋ ແລະຕາແສງ ໝີຟູ໋ ແມ່ນຊ່ອງທາງໜຶ່ງຈາກຮາກຖານ ເພື່ອໃຫ້ຄະນະປະຕິບັດງານຄົ້ນຄວ້າ, ສະຫຼຸບແຜນນະໂຍບາຍ, ມາດຕະການນຳພາໃນໄລຍະຈະມາເຖິງ.

ໃນວັນດຽວກັນ, ທ່ານເລຂາທິການໃຫຍ່ ໄດ້ລົງຢ້ຽມຢາມ ແລະມອບຂອງຂວັນໃຫ້ແມ່ຫວຽດນາມວິລະຊົນ ເລທິຕາຍ, ຢູ່ ນະຄອນ ລອງຊວຽນ, ແຂວງ ອານຢາງ.

 

ແປໂດຍ: ຮຸຍດົງ