ທ່ານ ບຸ່ຍວັນຕີ໊ງ, ເລຂາພັກແຂວງ ຮວ່າບີ່ງ ໄດ້ຕາງໜ້າໃຫ້ການນໍາ ແລະປະຊາຊົນບັນດາເຜົ່າໃນແຂວງ ຮວ່າບີ່ງ ຕ້ອນຮັບຄະນະດ້ວຍຄວາມພາກພູມໃຈ, ແບ່ງປັນອາລົມຈິດສັດຊື່ບໍລິສຸດ, ສະໜິດຕິດພັນລະຫວ່າງສອງປະເທດ, ລະຫວ່າງແນວໂຮມປະເທດຊາດຫວຽດນາມ ແລະແນວລາວ ສ້າງຊາດ.

leftcenterrightdel
ທ່ານ ບຸ່ຍວັນຕີ໊ງ, ເລຂາພັກແຂວງ ຮວ່າບີ່ງ ມອບຂອງຂວັນຄ້ອງເມື່ອງ, ຜະລິດຕະພັນວັດທະນະທໍາທີ່ເປັນເອກະລັກສະເພາະຂອງແຂວງ ຮວ່າບີ່ງ ໃຫ້ທ່ານ ໄຊສົມພອນ ພົມວິຫານ, ປະທານຄະນະກຳມະການສູນກາງແນວລາວ ສ້າງຊາດ. ພາບ: ສໍານັກຂ່າວສານຫວຽດນາມ.

ທ່ານ ໄຊສົມພອນ ພົມວິຫານ ຊົມເຊີຍອົງຄະນະພັກ, ອຳນາດການປົກຄອງ ແລະປະຊາຊົນບັນດາເຜົ່າແຂວງ ຮວ່າບີ່ງ ທີ່ຍາດໄດ້ຜົນງານຫຼາຍຢ່າງໃນການພັດທະນາເສດຖະກິດ-ສັງຄົມ, ພິເສດແມ່ນການລົບລ້າງຄວາມອຶດຫິວ, ຫຼຸດຜ່ອນຄວາມທຸກຍາກ, ຍົກສູງຊີວິດການເປັນຢູ່ຂອງພໍ່ແມ່ປະຊາຊົນເຂດຊົນເຜົ່າສ່ວນໜ້ອຍ, ເຂດປະສົບກັບຄວາມຫຍຸ້ງຍາກ.

ທ່ານ ໄຊສົມພອນ ພົມວິຫານ ກໍ່ໃຫ້ຮູ້ວ່າ: ໃນໄລຍະແຫ່ງການຕໍ່ສູ້ຕ້ານພວກລ່າເມືອງຂຶ້ນ ຝລັ່ງ ແລະຈັກກະພັດ ອາເມລິກາ ໃນເມື່ອກ່ອນ, ປະຊາຊົນບັນດາເຜົ່າແຂວງ ຮວ່າບີ່ງ ໄດ້ອຸປະຖຳຄ້ຳຊູ, ຊ່ວຍເຫຼືອການປະຕິວັດລາວ, ຈັດແຈງສະຖານທີ່ເພື່ອດໍາເນີນກອງປະຊຸມໃຫຍ່ກະກຽມໃຫ້ພັກປະຊາຊົນປະຕິວັດລາວ ຄັ້ງທີ II ແລະຮາກຖານສະຖານີວິທະຍຸກະຈາຍສຽງປະເທດລາວ - ນັ້ນແມ່ນປູຊະນີຍະສະຖານປະຫວັດສາດອັນມີຄ່າໄດ້ຮັບການຮັກສາໄວ້, ປະກອບສ່ວນຝຶກຝົນຫຼໍ່ຫຼອມອາລົມຈິດໃຫ້ຮຸ່ນຕ່າງໆຂອງສອງປະເທດ ໃນປະຈຸບັນ ແລະອະນາຄົດ.

 

ແປໂດຍ: ເຈິ່ນຮວ່ຽນ