leftcenterrightdel
ທ່ານ ທອງລຸນ ສີສຸລິດ, ກໍາມະການກົມການເມືອງ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄວ້ອາໄລ ອະດີດນາຍົກລັດຖະມົນຕີ ຟານວັນຂາຍ ຢູ່ສະຖານທູດຫວຽດນາມ ປະຈໍາ ລາວ. ພາບ: ສໍານັກຂ່າວສານຫວຽດນາມ.

ພາຍຫຼັງພິທີໄວ້ອາໄລ, ທ່ານນາຍົກລັດຖະມົນຕີລາວ ທອງລຸນ ສີສຸລິດ ໄດ້ບັນທຶກໃສ່ໃນປື້ມໄວ້ອາໄລດ້ວຍເນື້ອໃນທີ່ວ່າ: “ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດ ລາວ; ສະພາແຫ່ງຊາດ ແຫ່ງ ສປປ ລາວ, ລັດຖະບານ ແຫ່ງ ສປປ ລາວ ແລະສູນກາງແນວລາວສ້າງຊາດ ຂໍສະແດງຄວາມເສົ້າສະຫຼົດໃຈຢ່າງສຸດຊື້ງຕໍ່ການຈາກໄປຢ່າງບໍ່ມີວັນຫວນກັບຂອງ ສະຫາຍ ຟານວັນຂາຍ, ອະດີດກໍາມະການກົມການເມືອງ, ອະດີດນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ. ການຈາກໄປຂອງສະຫາຍ ຟານວັນຂາຍ ທີ່ພັກ, ລັດ ແລະປະຊາຊົນຫວຽດນາມ ອ້າຍນ້ອງບໍ່ພຽງແຕ່ເສຍຜູ້ນໍາທີ່ແສນເຄົາລົບຮັກເທົ່ານັ້ນ, ເຊິ່ງພັກ, ລັດ ແລະປະຊາຊົນ ລາວ ພວກຂ້າພະເຈົ້າກໍ່ເສຍເພື່ອນທີ່ໃກ້ສິດ ແລະສະໜິດສະໜົມໄປຜູ້ໜຶ່ງ”.

leftcenterrightdel
ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີລາວ ພ້ອມກັບຄະນະຜູ້ແທນຂັ້ນສູງລາວ ຢູ່ພິທີໄວ້ອາໄລ ອະດີດນາຍົກລັດຖະມົນຕີ ຟານວັນຂາຍ ຢູ່ສະຖານທູດຫວຽດນາມ ປະຈໍາ ລາວ. ພາບ: ສໍານັກຂ່າວສານຫວຽດນາມ.
leftcenterrightdel
ທ່ານນາຍົກລັດຖະມົນຕີລາວ ທອງລຸນ ສີສຸລິດ ຂຽນໃນປື້ມໄວ້ອາໄລ. ພາບ: ສຳນັກຂ່າວສານຫວຽດນາມ.

ຕອນເຊົ້າວັນດຽວກັນ, ຄະນະຜູ້ແທນກະຊວງການຕ່າງປະເທດ ລາວ; ຄະນະກຳມະການຮ່ວມມື ລາວ-ຫວຽດນາມ; ຄະນະຜູ້ແທນສະຖານທູດ ຫວຽດນາມ ແລະບັນດາອົງການຄຽງຂ້າງສະຖານທູດຫວຽດນາມ, ພ້ອມກັບປະຊາຄົມ ຊາວຫວຽດນາມ ທີ່ພວມດຳລົງຊີວິດຢູ່ ລາວ... ກໍ່ໄດ້ເຂົ້າໄວ້ອາໄລ ແລະບັນທຶກໃສ່ໃນປື້ມໄວ້ອາໄລ ສະຫາຍ ຟານວັນຂາຍ ຢູ່ສະຖານທູດຫວຽດນາມ ປະຈໍາ ສປປ ລາວ ເປັນຈຳນວນຫຼວງຫຼາຍ.

ພິທີໄວ້ອາໄລທ່ານອະດີດນາຍົກລັດຖະມົນຕີຫວຽດນາມ ຟານວັນຂາຍ, ອະດີດກຳມະການກົມການເມືອງ, ອະດີດນາຍົກລັດຖະມົນຕີ, ສະມາຊິກສະພາແຫ່ງຊາດຊຸດທີ VIII, IX, X, XI, ຖືກດຳເນີນຢູ່ສະໂມສອນທົງເຍີດ , ນະຄອນ ໂຮ່ຈິມິນ ແລະ ຈະແກ່ຍາວຮອດວັນທີ 21 ມີນາ 2018.

ແປໂດຍ: ເຈິ່ນຮວ່ຽນ