ດ້ວຍຫົວຂໍ້ທີ່ວ່າ “ສື່ມວນຊົນຫວຽດນາມ ຮ່ວມເດີນທາງພ້ອມກັບປະເທດຊາດແຫ່ງການປ່ຽນແປງໃໝ່”, ງານບຸນສື່ມວນຊົນທົ່ວປະເທດປີ 2018 ແມ່ນວັນບຸນໃຫຍ່ຂອງສື່ມວນຊົນ ແລະເພື່ອນຜູ້ອ່ານໃນທ່ົວປະເທດ, ແມ່ນໂອກາດເພື່ອເຊີດຊູ, ສົ່ງເສີມ, ປຸກລະດົມບັນດາການປະກອບສ່ວນອັນໃຫຍ່ຫຼວງຂອງສື່ມວນຊົນເຂົ້າໃນພາລະກິດປ່ຽນແປງໃໝ່, ສ້າງສາປະເທດຊາດ.

leftcenterrightdel
ທ່ານປະທານປະເທດຫວຽດນາມ ເຈີ່ນດ້າຍກວາງ  ຢ້ຽມຊົມບັນດາຮ້ານວາງສະແດງທີ່ງານບຸນສື່ມວນຊົນທົ່ວປະເທດປີ 2018. ພາບ: ຟູ໋ເຊີນ.

ທ່ານ ເຈີ່ນດ້າຍກວາງ ປາດຖະໜາວ່າ, ໃນໄລຍະຈະມາເຖິງ, ສື່ມວນຊົນປະຕິວັດຫວຽດນາມ ສືບຕໍ່ເສີມຂະຫຍາຍບົດບາດປະຈັນບານໃນສະໜາມຮົບດ້ານແນວຄິດ, ວັດທະນະທໍາ, ໂຄສະນາແຜນນະໂຍບາຍ, ແນວທາງຂອງພັກ, ນະໂຍບາຍ, ກົດໝາຍຂອງລັດ. ສື່ມວນຊົນປະຕິວັດຫວຽດນາມ ສຸມໃສ່ປະຕິບັດບົດບາດກໍານົດທິດຫາງສຽງສັງຄົມເປັນຢ່າງດີກວ່າອີກ, ເປັນຂົວເຊື່ອມຕໍ່ລະຫວ່າງພັກ, ລັດ ແລະປະຊາຊົນ;  ເອົາໃຈໃສ່ເປັນພິເສດການພົບເຫັນ, ຍ້ອງຍໍຊົມເຊີຍ, ທະວີຄູນບັນດາແບບຢ່າງດີເດັ່ນກ້າວໜ້າ, ແບບຢ່າງວຽກດີຄົນເດັ່ນໃນຂົງເຂດຕ່າງໆຂອງຊີວິດສັງຄົມ, ເປັນຕົ້ນແມ່ນໃນການສູ້ຮົບ, ການອອກແຮງງານ, ການຜະລິດ; ຕັ້ງໜ້າພົບເຫັນ, ຕໍ່ສູ້ຕ້ານ ແລະສະກັດກັ້ນການສໍ້ລາດບັງຫຼວງ, ຟຸມເຟືອຍ, ການຊຸດໂຊມດ້ານການເມືອງ, ແນວຄິດ, ຄຸນສົມບັດ, ວິຖີຊີວິດ ແລະບັນດາປະກົດການຫຍໍ້ທໍ້ອື່ນ; ເປັນເຈົ້າການສົມທົບກັບບັນດາອົງການທີ່ກ່ຽວຂ້ອງໃນການຕໍ່ສູ້, ຄັດຄ້ານບັນດາທັດສະນະຜິດພາດ, ປະກອບສ່ວນເຮັດໃຫ້ກົນອຸບາຍ, ການເຄື່ອນໄຫວຕ້ານ ແລະທໍາລາຍຂອງບັນດາອິດທິກໍາລັງທີ່ເປັນປໍລະປັກ, ປະຕິການຖືກປະລາໄຊ.

leftcenterrightdel
ທ່ານປະທານປະເທດຫວຽດນາມ ເຈີ່ນດ້າຍກວາງ   ມອບລາງວັນພິເສດໃຫ້ບັນດາອົງການສື່ມວນຊົນມີຮ້ານວາງສະແດງສ້າງຄວາມປະທັບໃຈເປັນພິເສດທີ່ງານບຸນສື່ມວນຊົນທົ່ວປະເທດ ປີ 2018. ພາບ: ຟູ໋ເຊີນ.

ບັນດາຫົວໜ່ວຍເຂົ້າຮ່ວມງານບຸນສື່ມວນຊົນທົ່ວປະເທດປີ 2018 ໄດ້ແນະນໍາເຖິງເພື່່ອນຜູ້ອ່ານບັນດາສື່ສິ່ງພິມ, ພ້ອມກັບຮູບພາບ, ການເຄື່ອນໄຫວກ່ຽວກັບວຽກງານບໍາລຸງສ້າງສື່ມວນຊົນ, ຜະລິດຕະພັນ, ເຄື່ອງອຸປະກອນເຕັກໂນໂລຢີເຕັກນິກສື່ມວນຊົນທັນສະໄໝຈໍານວນໜຶ່ງ.

ທີ່ພິທີອັດ, ທ່ານ ເຈີ່ນດ້າຍກວາງ ໄດ້ມອບລາງວັນພິເສດໃຫ້ຮ້ານວາງສະແດງທີ່ສ້າງຄວາມປະທັບໃຈເປັນພິເສດໃຫ້ສະຖານີໂທລະພາບຫວຽດນາມ ແລະວິທະຍຸກະຈາຍສຽງຫວຽດນາມ.

 

ແປໂດຍ: ທູຈາງ