ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເນັ້ນໜັກເຖິງການພົວພັນລະຫວ່າງອາຊຽນ - ອົດສະຕາລີ ພວມຢູ່ໃນໄລຍະພັດທະນາດີງາມທີ່ສຸດ ພາຍຫຼັງ 44 ປີແຫ່ງການປັບປຸງ ແລະພັດທະນາ.  ເພື່ອເປີດກວ້າງ ແລະເຮັດໃຫ້ການພົວພັນດັ່ງກ່າວເລິກເຊິ່ງຕື່ມອີກເພື່ອຜົນປະໂຫຍດຂອງສອງຝ່າຍກໍ່ຄື ເພື່ອການຮ່ວມມື ແລະສະຖຽນລະພາບລວມໃນພາກພື້ນ.

leftcenterrightdel
ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ທີ່ວາລະປະຊຸມຄົບຄະນະກ່ຽວກັບເລື່ອງເພີ່ມທະວີການເຊື່ອມຕໍ່ອາຊຽນ - ອົດສະຕາລີ. ພາບ: ສໍານັກຂ່າວສານຫວຽດນາມ.

ຕາມທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ແລ້ວ, ບັນດາຝ່າຍຄວນສືບຕໍ່ຮັກສາທ່າຮ່ວມສຳພັນດ້ານເສດຖະກິດ ແລະເປີດປະຕູເພື່ອພ້ອມກັນພັດທະນາວັດທະນາຖາວອນ, ກ່ອນອື່ນໝົດແມ່ນຜັນຂະຫຍາຍສົນທິສັນຍາການຄ້າເສລີອາຊຽນ - ອົດສະຕາລີ - ນິວຊີແລນ ຢ່າງມີປະສິດທິຜົນ, ສຳເລັດການເຈລະຈາສົນທິສັນຍາຄູ່ຮ່ວມມືເສດຖະກິດຮອບດ້ານພາກພື້ນ (RCEP) ໂດຍໄວ, ເອົາໃຈໃສ່ເປັນພິເສດເຖິງການປ່ຽນແປງໃໝ່ຢ່າງມີຫົວຄິດປະດິດສ້າງ, ຊຸກຍູ້ການເຊື່ອມຕໍ່ ແລະໜູນຊ່ວຍການພັດທະນາວິສາຫະກິດ, ຍົກສູງມູນຄ່າເພີ່ມຂອງບັນດາພື້ນຖານເສດຖະກິດອາຊຽນ ແລະອົດສະຕາລີ ໃນລະບົບມູນຄ່າທົ່ວໂລກ.

ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ  ກໍ່ສະເໜີສືບຕໍ່ຊຸກຍູ້ບັນດາໂຄງການຮ່ວມມືມຸ່ງໄປເຖິງປະຊາຊົນເພື່ອສ້າງພື້ນຖານໝັ້ນແກ່ນໃຫ້ແກ່ການພົວພັນອາຊຽນ - ອົດສະຕາລີ ໃນອະນາຄົດ.

leftcenterrightdel
 ບັນຍາກາດທີ່ວາລະປະຊຸມ. ພາບ: ສໍານັກຂ່າວສານຫວຽດນາມ.

ແບ່ງປັນທັດສະນະທີ່ວາລະປະຊຸມວົງແຄບຂອງກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເນັ້ນໜັກວ່າໃນການຮ່ວມມືກ່ຽວກັບບັນຫາທະເລ, ກ່ອນອື່ນໝົດຄວນເຄົາລົບກົດໝາຍສາກົນ. ທ່ານນາຍົກລັດຖະມົນຕີ ຖືວ່າ ບັນດາປະເທດຄວນນຳໃຊ້ວິທີສຳຜັດຮອບດ້ານ, ຄົບຊຸດສຳລັບການຮ່ວມມືກ່ຽວກັບບັນຫາທະເລ, ຈາກແງ່ມູມການຮັບປະກັນຄວາມໝັ້ນຄົງບົນທະເລຕະຫຼອດຮອດການປົກປັກຮັກສາສິ່ງແວດລ້ອມ ແລະຄົ້ນຄວ້າວິທະຍາສາດທະເລ...

ຕອນບ່າຍວັນທີ 18 ມີນາ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ແລະພັນລະຍາ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງຫວຽດນາມ ໄດ້ອອກຈາກນະຄອນ Sydney ເດີນທາງກັບເມືອປະເທດ, ສິ້ນສຸດບັນດາການເຄື່ອນໄຫວໃນຂອບເຂດການຢ້ຽມຢາມ ອົດສະຕາລີ ແລະເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ - ອົດສະຕາລີ ຢ່າງຈົບງາມ.

 

ແປໂດຍ: ກວຽດເຕິມ