leftcenterrightdel
ປະຊາຊົນໄດ້ມາຖະຫວາຍທູບທຽນອາໄລຫາ ອະດີດນາຍົກລັດຖະມົນຕີ ຟານວັນຂາຍ ເປັນຈຳ ນວນຫລວງຫລາຍ. ພາບ: ສໍານັກຂ່າວສານຫວຽດນາມ. 

ທ່ານອະດີດນາຍົກລັດຖະມົນຕີ ຟານວັນຂາຍ ເກີດວັນທີ 25 ທັນວາ 1933 ຢູ່ ເມືອງ ກູຈີ, ນະຄອນ ໂຮ່ຈິມິນ. ທ່ານເຂົ້າຮ່ວມການປະຕິວັດໃນປີ 1947, ໄດ້ເຂົ້າເປັນສະມາຊິກພັກກອມມູນິດຫວຽດນາມ ໃນວັນທີ 15 ກໍລະກົດ 1959; ເປັນອະດີດກຳມະການຄະນະບໍລິຫານງານສູນກາງພັກຊຸດທີ 5,6,7,8,9; ກຳມະການກົມການເມືອງຊຸດທີ 7,8,9; ກຳມະການປະຈຳກົມການເມືອງຊຸດທີ 8; ອະດີດນາຍົກລັດຖະມົນຕີແຫ່ງ ສສ ຫວຽດນາມ; ສະມາຊິກສະພາແຫ່ງຊາດຊຸດທີ 8,9,10,11.

ກ່ວາ 70 ປີເຂົ້າຮ່ວມການເຄື່ອນໄຫວປະຕິວັດ, ທ່ານ ຟານວັນຂາຍ ໄດ້ມີການປະກອບສ່ວນໃຫຍ່ຫລວງຫລາຍຢ່າງ ຕໍ່ພາລະກິດການປະຕິວັດຂອງພັກ ແລະຂອງປະເທດຊາດ; ໄດ້ຮັບຫຼຽນໄຊດາວຄຳ, ກາໝາຍສະມາຊິກພັກ 55 ປີ ແລະຫຼຽນໄຊ, ຫຼຽນກາອັນສູງສົ່ງຫລາຍຫຼຽນຈາກພັກ, ລັດ ຫວຽດນາມ ແລະ ສາກົນ.

ເພື່ອສະແດງຄວາມຮູ້ບຸນຄຸນອາໄລຫາອະດີດນາຍົກລັດຖະມົນຕີ ຟານວັນຂາຍ, ງານສົບຈະໄດ້ຈັດຕັ້ງດ້ວຍລະດັບຊາດ ແລະທົ່ວປະເທດຈະໄວ້ທຸກໃນວັນທີ 20 – 21 ມີນາ 2018.

ຕອນເຊົ້າວັນທີ 18 ມີນາ, ປະຊາຊົນພ້ອມກັບຜູ້ຕາງໜ້າບັນດາໝູ່ຄະນະ, ອົງການຈັດຕັ້ງໄດ້ມາຖະຫວາຍທູບທຽນອາໄລຫາອະດີດນາຍົກລັດຖະມົນຕີ ຟານວັນຂາຍ ຢູ່ເຮືອນສ່ວນຕົວທີ່ຕາແສງ ເຕີນທົງໂຫ້ຍ, ເມືອງ ກູຈີ, ນະຄອນ ໂຮ່ຈີມິນ ເປັນຈຳນວນຫລວງຫລາຍ.

ນັບແຕ່ຮຸງເຊົ້າ, ທ່ານ ຫວໍວັນເຖືອງ ຫົວໜ້າຄະນະໂຄສະນາສຶກສາສູນກາງກໍ່ໄດ້ໄປຖະຫວາຍທູບທຽນອາໄລຫາ ແລະສະແດງຄວາມເສົ້າສະຫລົດໃຈຕໍ່ອະດີດນາຍົກລັດຖະມົນຕີ ຟານວັນຂາຍ; ກ່ອນໜ້ານັ້ນ, ອະດີດປະທານປະເທດຫວຽດນາມ ເຈືອງເຕີ໋ນຊາງ, ອະດີດຜູ້ປະຈຳຄະນະເລຂາສູນກາງພັກ ເລຮົ່ງແອງ ກໍ່ໄດ້ມາໄວ້ອາໄລອະດີດນາຍົກລັດຖະມົນຕີ ຟານວັນຂາຍ ເຊັນດຽວກັນ.

 

ແຫຼ່ງຄັດຈາກ: VOVWORLD