ທີ່ການພົບປະຄັ້ງນີ້, ນາຍົກລັດຖະມົນຕີສອງທ່ານໄດ້ເຫັນດີເປັນເອກະພາບນຳກັນ ຊີ້ນໍາບັນດາກະຊວງ, ຂະແໜງການ, ທ້ອງຖິ່ນສອງປະເທດສຸມໃສ່ສົມທົບກັນຜັນຂະຫຍາຍແຜນການຮ່ວມມື ຫວຽດນາມ-ລາວ ປີ 2018 ໃຫ້ປະສົບຜົນສໍາເລັດ, ເອົາໃຈໃສ່ເປັນພິເສດບັນດາຂົງເຂດທ່າກຳປັ່ນ, ການຄົມມະນາຄົມຂົນສົ່ງເຊື່ອມຕໍ່ສອງປະເທດ, ແລກປ່ຽນຍົກວົງເງິນສົ່ງອອກ, ນໍາເຂົ້າສິນຄ້າ, ຮ່ວມມືດ້ານພະລັງງານ, ຊື້ຂາຍໄຟຟ້າ, ນໍາການພົວພັນມິດຕະພາບທີ່ເປັນມູນເຊື້ອ, ຄວາມສາມັກຄີແບບພິເສດ ແລະການຮ່ວມມືຮອບດ້ານ ຫວຽດນາມ-ລາວ ໃຫ້ນັບມື້ນັບພັດທະນາຢ່າງມີປະສິດທິຜົນ ແລະນໍາມາເຊິ່ງຜົນປະໂຫຍດແທດຈິງໃຫ້ປະຊາຊົນສອງປະເທດ.

leftcenterrightdel
ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ພົບປະກັບທ່ານນາຍົກລັດຖະມົນຕີລາວ ທອງລຸນ ສີສຸລິດ. ພາບ: baochinhphu.vn.

ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ໄດ້ສະເໜີຝ່າຍລາວ, ສືບຕໍ່ສ້າງຄວາມສະດວກໃຫ້ປະຊາຄົມຊາວຫວຽດນາມ ທໍາມາຫາກິນ, ດຳລົງຊີວິດຢູ່ລາວ ເປັນປົກກະຕິ, ໜູນຊ່ວຍ, ສ້າງເງື່ອນໄຂໃຫ້ການສ້າງຕັ້ງບັນດາສະມາຄົມຊາວຫວຽດນາມ ອາໄສຢູ່ລາວ ຢູ່ບັນດາແຂວງຂອງລາວ ຕື່ມອີກ.

leftcenterrightdel
ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ພົບປະສອງຝ່າຍກັບທ່ານນາຍົກລັດຖະມົນຕີລາວ ທອງລຸນ ສີສຸລິດ. ພາບ: ສຳນັກຂ່າວສານຫວຽດນາມ.

ທ່ານນາຍົກລັດຖະມົນຕີລາວ ທອງລຸນ ສີສຸລິດ ຢືນຢັນວ່າ, ຈະຊີ້ນໍາບັນດາກະຊວງ, ຂະແໜງການ, ທ້ອງຖິ່ນຂອງລາວ ສົມທົບຢ່າງແໜ້ນແຟ້ນກັບບັນດາຄູ່ຮ່ວມມືຫວຽດນາມ ເພື່ອຜັນຂະຫຍາຍການປະຕິບັດແຜນການຮ່ວມມື ລາວ-ຫວຽດນາມ ໃນປີ 2018 ຢ່າງວ່ອງໄວ; ຢັ້ງຢືນວ່າ ຈະເຂົ້າຮ່ວມກອງປະຊຸມສຸດຍອດຮ່ວມມືອະນຸພາກພື້ນແມ່ນໍ້າຂອງເປີດກວ້າງ ຄັ້ງທີ 6 ແລະກອງປະຊຸມຂັ້ນສູງຮ່ວມມືເຂດສາມລ່ຽມພັດທະນາ ກໍາປູເຈຍ-ລາວ-ຫວຽດນາມ ຄັ້້ງທີ 10 ເຊິ່ງຈະຈັດຕັ້ງຢູ່ຮ່າໂນ້ຍ ໃນລະຫວ່າງວັນທີ 29 ຫາວັນທີ 31 ມີນາ 2018; ເຫັນດີເປັນເອກະພາບ ຈະສົມທົບຢ່າງແໜ້ນແຟ້ນກັບຫວຽດນາມ ແລະບັນດາປະເທດອະນຸພາກພື້ນແມ່ນໍ້າຂອງເພື່ອພ້ອມກັນສ້າງ ແລະຜັນຂະຫຍາຍບັນດາໂຄງການຮ່ວມມືດ້ານເສດຖະກິດຢູ່ພາກພື້ນຢ່າງມີປະສິດທິຜົນ.

 

ແປໂດຍ: ເຈິ່ນຮວ່ຽນ