ວັນທີ 13 ມີນາ, ທ່ານ ຫງວຽນວັນບິ່ງ, ກຳມະການກົມການເມືອງ, ເລຂາທິການສູນກາງພັກ, ຫົວໜ້າຄະນະເສດຖະກິດສູນກາງ ໄດ້ໃຫ້ການຕ້ອນຮັບຄະນະຜູ້ແທນພັກກອມມູນິດສະຫະພັນລັດເຊຍ ນຳໜ້າໂດຍທ່ານ Leonid Kalashnikov, ກຳມະການຄະນະປະທານ, ເລຂາທິການສູນກາງພັກ, ປະທານກຳມາທິການກ່ຽວກັບກຸ່ມ SNG ແລະຮ່ວມສຳພັນອາຊີ-ເອີລົບ, ຫົວໜ້າກຸ່ມສະມາຊິກລັດຖະສະພາມິດຕະພາບກັບຫວຽດນາມ ຂອງ ດູມາແຫ່ງຊາດ (ສະພາຕ່ຳ) ລັດເຊຍ ພວມຢ້ຽມຢາມ ແລະເຮັດວຽກຢູ່ ຫວຽດນາມ.

leftcenterrightdel
ທ່ານ ຫງວຽນວັນບິ່ງ ຕ້ອນຮັບທ່ານ L.I. Kalashnicov. ພາບ: ສຳນັກຂ່າວສານຫວຽດນາມ.

ທ່ານ ຫງວຽນວັນບິ່ງ ຢືນຢັນວ່າ, ພັກ, ລັດຫວຽດນາມ ຍາມໃດກໍ່ບຸລິມະສິດປັບປຸງການພົວພັນມິດຕະພາບທີ່ເປັນມູນເຊື້ອ ແລະຄູ່ຮ່ວມມືຍຸດທະສາດຮອບດ້ານກັບສະຫະພັນລັດເຊຍ; ຕີລາຄາສູງບາດກ້າວພັດທະນາຕັ້ງໜ້າກ່ຽວກັບເສດຖະກິດ-ການຄ້າລະຫວ່າງສອງປະເທດໃນຊຸມປີມໍ່ໆມານີ້. ທ່ານ ຫງວຽນວັນບິ່ງ ຊົມເຊີຍບັນດາຂໍ້ລິເລີ່ມຂອງພັກກອມມູນິດສະຫະພັນລັດເຊຍ ກ່ຽວກັບການຮ່ວມມືດ້ານເສດຖະກິດ, ແນໃສ່ປະກອບສ່ວນຊຸກຍູ້ການຮ່ວມມືດ້ານເສດຖະກິດ-ການຄ້າ ແລະການລົງທຶນລະຫວ່າງສອງປະເທດ.

ທ່ານ Leonid Kalashnikov ຢືນຢັນວ່າ, ພັກກອມມູນິດສະຫະພັນລັດເຊຍ ຖືເປັນສຳຄັນການພົວພັນມິດຕະພາບທີ່ເປັນມູນເຊື້ອກັບພັກກອມມູນິດຫວຽດນາມ ຢ່າງສະເໝີຕົ້ນສະເໝີປາຍ, ປາດຖະໜາຢາກມີການປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການພັດທະນາການຮ່ວມມືລະຫວ່າງສອງປະເທດ, ນັບທັງໃນຂົງເຂດການລົງທຶນ, ການຄ້າ, ການເງິນ-ທະນາຄານ ແລະການທ່ອງທ່ຽວ.

ກ່ອນໜ້ານັ້ນ, ວັນທີ 12 ມີນາ, ຢູ່ສຳນັກງານຄະນະພົວພັນຕ່າງປະເທດສູນກາງພັກ, ທ່ານ ຮ່ວາງບິ່ງກວນ, ກຳມະການສູນກາງພັກ, ຫົວໜ້າຄະນະພົວພັນຕ່າງປະເທດສູນກາງໄດ້ພົບປະເຈລະຈາກັບຄະນະ. ສອງຝ່າຍໄດ້ແຈ້ງໃຫ້ກັນຮັບຊາບກ່ຽວກັບສະພາບການຂອງແຕ່ລະພັກ, ແຕ່ລະປະເທດ ແລະປຶກສາຫາລືບັນດາມາດຕະການເພື່ອຊຸກຍູ້ການພົວພັນລະຫວ່າງສອງພັກໃນຊຸມປີຈະມາເຖິງ. ສອງຝ່າຍເນັ້ນໜັກວ່າ, ໃນປີ 2017 ການພົວພັນລະຫວ່າງສອງພັກໄດ້ຮັບການພັດທະນາຢ່າງຕັ້ງໜ້າທີ່ສຸດ. ສອງຝ່າຍເຫັນດີເປັນເອກະພາບຖືວ່າ, ໃນໄລຍະຈະມາເຖິງ, ສອງພັກຕ້ອງເພີ່ມທະວີການພົວພັນຮ່ວມມືກ່ວາອີກ, ດຳເນີນການແລກປ່ຽນຂໍ້ມູນຂ່າວສານ, ສົມທົບກັນຢູ່ບັນດາເວທີປາໄສຫຼາຍຝ່າຍຂອງພັກການເມືອງເປັນປະຈຳ.

 

ແປໂດຍ: ກວຽດເຕີມ