ການນໍາຫ້ອງວ່າການສູນກາງພັກສະເໜີລາຍງານ ແລະຄໍາເຫັນປະກອບຂອງບັນດາກໍາມະການຄະນະເລຂາທິການ, ການນໍາບັນດາກະຊວງ, ຄະນະ, ຂະແໜງການສູນກາງ, ຊີ້ແຈ້ງວ່າ: ໂດຍຊາບຊຶມຄໍາສັ່ງເລກທີ 16 ຂອງຄະນະເລຂາທິການ, ການຈັດຕັ້ງບຸນປີໃໝ່ປະຈໍາຊາດບັນລຸໄດ້ຜົນງານພົ້ນເດັ່ນຫຼາຍຢ່າງ. ຊີວິດການເປັນຢູ່ດ້ານຈິດໃຈ ແລະວັດຖຸຂອງປະຊາຊົນ, ນັບທັງຢູ່ເຂດຫ່າງໄກສອກຫຼີກ, ພໍ່ແມ່ປະຊາຊົນຊົນເຜົ່າສ່ວນໜ້ອຍໄດ້ຍົກສູງຂຶ້ນຢ່າງຈະແຈ້ງ.

ຄະນະພັກ, ແນວໂຮມປະເທດຊາດທຸກຂັ້ນ ແລະອົງການຈັດຕັ້ງມະຫາຊົນໄດ້ເອົາໃຈໃສ່, ລັດນໍາໃຊ້ງົບປະມານ ແລະພ້ອມກັບຫຼາຍຮູບການທີ່ ແຕກຕ່າງກັນ ເພື່ອປຸກລະດົມບັນດາແຫຼ່ງກໍາລັງສັງຄົມເບິ່ງແຍງດູແລໃຫ້ບັນດາເປົ້າໝາຍທີ່ມີຄຸນງາມຄວາມດີ, ຄົນທຸກຍາກ; ພໍ່ແມ່ປະຊາຊົນຊົນເຜົ່າສ່ວນໜ້ອຍ, ເຂດຫ່າງໄກສອກຫຼີກ. ປະຊາຊົນເຂົ້າຮ່ວມບັນດາການເຄື່ອນໄຫວ “ຕອບບຸນແທນຄຸນ”, “ກິນເຂົ້າຄິດຮອດຄຸນນາ, ກິນປາຄິດຮອດຄຸນນໍ້າ” ຢ່າງຕັ້ງໜ້າ...

ກໍ່ໃນໂອກາດບຸນເຕັດ, ເບິ່ງລວມແລ້ວສະພາບຄວາມໝັ້ນຄົງ, ຄວາມເປັນລະບຽບຮຽບຮ້ອຍໃນທົ່ວປະເທດໄດ້ຮັບປະກັນ, ບໍ່ເກີດເຫດກໍ່ການຮ້າຍ, ທໍາລາຍ, ຫວ່ານໃບປິວ, ຄຳຂວັນປະຕິການ... ສະພາບຄວາມໝັ້ນຄົງດ້ານການເມືອງເປັນປົກກະຕິ; ອະທິປະໄຕເຂດຊາຍແດນແຫ່ງຊາດ, ເຂດທະເລ, ໝູ່ເກາະໄດ້ຮັບການຮັກສາໄວ້ຢ່າງໝັ້ນຄົງ.

leftcenterrightdel
ທ່ານເລຂາທິການໃຫຍ່ ຫງວຽນຟຸຈ້ອງ ກ່າວຄໍາເຫັນທີ່ກອງປະຊຸມຂອງຄະນະ ເລຂາທິການ. ພາບ: ຫງວຽນຕ໋ວນຕວນ

ກ່າວຄໍາເຫັນທີ່ກອງປະຊຸມ, ທ່ານເລຂາທິການໃຫຍ່ ຫງວຽນຟຸຈ້ອງ ຕີລາຄາສູງຄວາມມານະພະຍາຍາມຊີ້ນໍາ, ນໍາພາຂອງຄະນະພັກ, ອົງການຈັດຕັ້ງພັກທຸກຂັ້ນໃນການຈັດຕັ້ງຕ້ອນຮັບບຸນເຕັດແຫ່ງອົບອຸ່ນ, ເບີກບານມ່ວນຊື່ນ, ປອດໄພ, ປະຢັດ, ເພີ່ມຄວາມໄວ້ເນື້ອເຊື່ອໃຈໃນໝູ່ປະຊາຊົນ; ສະແດງຄວາມຂອບອົກຂອບໃຈຕໍ່ພະນັກງານ, ສະມາຊິກພັກ, ພາລະກອນ, ລັດຖະກອນ, ຜູ້ອອກແຮງງານ ແລະປະຊາຊົນທົ່ວປະເທດທີ່ໄດ້ຮ່ວມເດີນທາງພ້ອມກັບພັກ, ລັດສ້າງຂີດໝາຍອັນດີງາມຫຼາຍຢ່າງກ່ຽວກັບບຸນເຕັດ. ເຖິງຢ່າງໃດກໍ່ຕາມ, ທ່ານເລຂາທິການໃຫຍ່ກໍ່ຊີ້ແຈ້ງບັນດາບັນຫາຕ້ອງເອົາໃຈໃສ່ໃນໂອກາດບຸນປີໃໝ່ປະຈໍາຊາດ, ນັ້ນແມ່ນ: ສະພາບອຸບັດຕິເຫດໃນການຈະລາຈອນ; ສະພາບເປັນພິດເຫຼົ້າ, ສະບຽງອາຫານ...

ທ່ານເລຂາທິການໃຫຍ່ ຫງວຽນຟຸຈ້ອງ ຖືວ່າ, ຫຼັງບຸນປີໃໝ່ປະຈໍາຊາດຍັງສືບຕໍ່ມີບັນດາງານບຸນ, ການທ່ອງທ່ຽວ. ສະເໜີຄະນະພັກ, ອົງການຈັດຕັ້ງພັກທຸກຂັ້ນຕ້ອງສືບຕໍ່ປະຕິບັດບັນດາເນື້ອໃນທີ່ກ່ຽວຂ້ອງເຊິ່ງໄດ້ວາງອອກໃນຄໍາສັ່ງເລກທີ 16 ຂອງຄະນະເລຂາທິການເປັນຢ່າງດີ. ບັນດາພະນັກງານ, ສະມາຊິກພັກ, ພາລະກອນ, ລັດຖະກອນ ແລະຜູ້ອອກແຮງງານຄວນສືບຕໍ່ປະຕິບັດວຽກງານຂອງຕົນໃນທັນທີ, ແຂ່ງຂັນກັນອອກແຮງງານທໍາການຜະລິດຢ່າງຫ້າວຫັນ, ເຮັດວຽກຢ່າງມີປະສິດທິຜົນ, ສູ້ຊົນປະຕິບັດສໍາເລັດບັນດາໜ້າທີ່ໃນໄຕມາດຕົ້ນປີ 2018.

ແປໂດຍ: ຫງວຽນກຸກ