ກ່າວຄໍາເຫັນຊີ້ນໍາ, ທ່ານນາຍົກລັດຖະມົນຕີ ຮຽກຮ້ອງຕ້ອງລົງມືເຮັດວຽກໃນທັນທີ, ບໍ່ປະໃຫ້ສະພາບ “ເດືອນຈຽງແມ່ນເດືອນຫຼິ້ນກິນ”. ທ່ານ ຫງວຽນຊວນຟຸກ ໃຫ້ຮູ້ວ່າ, ວຽກງານຮັບໃຊ້ບຸນເຕັດໄດ້ຮັບການຜັນຂະຫຍາຍໂດຍໄວ, ເປັນເຈົ້າການ, ທັນການ ແລະມີຄວາມຮັບຜິດຊອບ. ສິນຄ້າອຸດົມສົມບູນ, ລາຄາເປັນປົກກະຕິ. ຊີວິດການເປັນຢູ່ທັງດ້ານວັດຖຸ ແລະຈິດໃຈຂອງປະຊາຊົນໄດ້ຮັບການປັບປຸງ. ບັນດາເປົ້າໝາຍນະໂຍບາຍ, ພໍ່ແມ່ປະຊາຊົນຊົນເຜົ່າຢູ່ເຂດຫ່າງໄກສອກຫຼີກ, ຄົນທຸກຍາກໄດ້ຮັບຄວາມເອົາໃຈໃສ່. ທ່ານນາຍົກລັດຖະມົນຕີສະແດງຄວາມເພິ່ງພໍໃຈ ເພາະເງິນບໍາເນັດບຸນເຕັດຂອງກໍາມະກອນປີນີ້ເພີ່ມຂຶ້ນປະມານ 13 %. ຊາວກະສິກອນກໍ່ມີລາຍຮັບສູງກວ່າເກົ່າ.

ທ່ານນາຍົກລັດຖະມົນຕີ ຮັບຮູ້: “ອາດຈະເວົ້າໄດ້ວ່າບຸນເຕັດທີ່ມີຄວາມປອດໄພ, ຮອບຄອບຖີ່ຖ້ວນ, ພິເສດວຽກງານຄຸ້ມຄອງແຫ່ງລັດຢູ່ຫຼາຍທ້ອງຖິ່ນ, ກະຊວງ, ຂະແໜງການໄດ້ມີຄວາມກ້າວໜ້າເປັນໜ້າຍ້ອງຍໍຊົມເຊີຍ”.

leftcenterrightdel
ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເປັນປະທານກອງປະຊຸມປະຈໍາການລັດຖະບານກ່ຽວກັບສະພາບການປີໃໝ່ປະຈໍາຊາດປີຈໍ 2018. ພາບ: ສໍານັກຂ່າວສານຫວຽດນາມ

ທ່ານນາຍົກລັດຖະມົນຕີ ເນັ້ນໜັກວ່າ ທຸກຂັ້ນ, ທຸກຂະແໜງການຕ້ອງລົງມືເຮັດວຽກງານໃຫ້ລະອຽດໃນທັນທີ, ຜັນຂະຫຍາຍໜ້າທີ່ລະອຽດ. ບັນດາກະຊວງ, ຂະແໜງການ, ອົງການຕ່າງໆກວດກາຄືນໜ້າທີ່ໃນຂອບເຂດຄຸ້ມຄອງຂອງຕົນເພື່ອລົງມືເຮັດວຽກງານ, ບໍ່ປະໃຫ້ສະພາບ “ເດືອນຈຽງແມ່ນເດືອນຫຼິ້ນກິນ”.

ພິເສດ, ກະຊວງແຜນການ ແລະການລົງທຶນ, ກະຊວງການເງິນ, ທະນາຄານແຫ່ງລັດໄດ້ຕິດຕາມຢ່າງໃກ້ຊິດຕິດແທດກັບສະພາບການເສດຖະກິດມະຫາພາກ, ລາຄາ, ການເໜັງຕີງຂອງຕະຫຼາດ ເພື່ອຮັກສາເສດຖະກິດມະຫາພາກເປັນປົກກະຕິ, ບໍ່ປະໃຫ້ໄພເງິນເຟີ້ເພີ່ມຂຶ້ນສູງ. ຮັບປະກັນຄວາມສະຫງົບ, ຄວາມປອດໄພ, ຄວາມເປັນລະບຽບຮຽບຮ້ອຍທາງສັງຄົມ. ແກ້ໄຂບັນດາການກະທໍາຫຍໍ້ທໍ້ຢູ່ບັນດາງານບຸນ.

ແຕ່ວັນທີ 3 ໄລ່ຕາມຈັນທະປະຕິທິນ, ປະຊາຊົນຢູ່ຫຼາຍທ້ອງຖິ່ນໄດ້ຍາດແຍ່ງຈັດຕັ້ງທຳການຜະລິດ, ປູກຝັງຕາມລະດູການໃນເງື່ອນໄຂດິນຟ້າອາກາດເອື້ອອຳນວຍ. ຫຼາຍທ້ອງຖິ່ນຈັດຕັ້ງພິທີລົງທົ່ງ, ອອກທະເລ.

ການເຄື່ອນໄຫວດ້ານການທ່ອງທ່ຽວແມ່ນມີຄວາມຟົດຟື້ນໃນໂອກາດບຸນເຕັດ. ຈໍານວນນັກທ່ອງທ່ຽວມາຢ້ຽມຊົມບັນດາເຂດທ່ອງທ່ຽວຈຸດສຸມເພີ່ມຂຶ້ນປະມານ 15 - 20% ເມື່ອທຽບໃສ່ບຸນເຕັດປີ 2017. ສະພາບການຄວາມສະຫງົບດ້ານການເມືອງ, ຄວາມເປັນລະບຽບຮຽບຮ້ອຍທາງສັງຄົມໃນທົ່ວປະເທດໄດ້ຮັບການຮັບປະກັນ, ບໍ່ມີໂລກພະຍາດອັນຕະລາຍເກີດຂຶ້ນ.

 

ແປໂດຍ: ທູຈາງ