leftcenterrightdel
ຮອງນາຍົກລັດຖະມົນຕີຜູ້ປະຈຳການລັດຖະບານ ເຈືອງຮ່ວາບິ່ງ ເຂົ້າຮ່ວມການພົບປະນັກຮົບປະຕິວັດຫວຽດນາມຖືກສັດຕູຈັບຂັງ. ພາບ: ສໍານັກຂ່າວສານຫວຽດນາມ

ຢູ່ທີ່ນີ້, ທ່ານຮອງນາຍົກລັດຖະມົນຕີຜູ້ປະຈຳການລັດຖະບານ ຢືນຢັນວ່າ, ພັກ ແລະລັດຍາມໃດກໍ່ເອົາໃຈໃສ່ເຖິງວຽກງານຕອບບຸນແທນຄຸນ, ເບິ່ງແຍງດູແລຜູ້ມີຄຸນງາມຄວາມດີ. ໃນໄລຍະຈະມາເຖິງ, ລັດຖະບານຈະສຶບຕໍ່ແກ້ໄຂບັນດານະໂຍບາຍສຳລັບຜູ້ມີຄຸນງາມຄວາມດີໃຫ້ເປັນຢ່າງດີກວ່າອີກ, ໃນນັ້ນມີບັນດານັກຮົບປະຕິວັດຫວຽດນາມຖືກສັດຕູຈັບຂັງ. ທ່ານຮອງນາຍົກລັດຖະມົນຕີຜູ້ປະຈຳການລັດຖະບານ ເຈືອງຮ່ວາບິ່ງ ໄດ້ອວຍພອນໃຫ້ບັນດານັກຮົບປະຕິວັດຫວຽດນາມຖືກສັດຕູຈັບຂັງ ຈົ່ງມີຊີວິດຢ່າງເບີດບານມ່ວນຊື່ນ, ເຂັ້ມແຂງ, ຢ່າງມີຜົນປະໂຫຍດຕໍ່ສັງຄົມ, ຕໍ່ພະລັງແຮງໃຫ້ລຸ້ນໜຸ່ມຮ່ວມແຮງຮ່ວມໃຈສ້າງສາ ແລະ ປົກປັກຮັກສາປະເທດຊາດ.

ແຫຼ່ງຄັດຈາກ vovworld.vn