“ສາຍພົວພັນຄູ່ຮ່ວມມືຍຸດທະສາດຢ່າງເລິກເຊິ່ງ ກວ້າງຂວາງ ຫວຽດນາມ-ຍີ່ປຸ່ນ ພວມໄດ້ຮັບການພັດທະນາຢ່າງແຮງ, ຮອບດ້ານ ແລະແທດຈິງ. ຄວາມສາມາດບົ່ມຊ້ອນພັດທະນາສາຍພົວພັນມິດຕະພາບ ແລະຮ່ວມມືໃນບັນດາຂົງເຂດຍັງໃຫຍ່ຫຼວງຢູ່ຍ້ອນສອງປະເທດມີທ່າແຮງຫຼາຍຢ່າງທີ່ສາມາດເພີ່ມເຕີມ, ໜູນຊ່ວຍເຊິ່ງກັນ ແລະກັນ ເພື່ອພ້ອມກັນພັດທະນາ”, ທ່ານປະທານປະເທດຫວຽດນາມ ເຈີ່ນດ້າຍກວາງ ໄດ້ເນັ້ນໜັກຄືດັ່ງກ່າວໃນການຕອບສໍາພາດຕໍ່ໜັງສືພິມ Yomiuri (ຍີ່ປຸ່ນ). ໜັງສືພິມກອງທັບປະຊາຊົນຫວຽດນາມ ຂໍແນະນໍາບົດສໍາພາດທ່ານປະທານປະເທດຫວຽດນາມ ເຈີ່ນດ້າຍກວາງ.

ນັກຂ່າວ: ຂໍທ່ານປະທານປະເທດ ໃຫ້ຮູ້ວ່າຄໍາຄິດເຫັນກ່ຽວກັບສາຍພົວພັນ ຫວຽດນາມ-ຍີ່ປຸ່ນ ໃນໄລຍະຜ່ານມາ?

ທ່ານປະທານປະເທດ ເຈີ່ນດ້າຍກວາງ: ຫວຽດນາມ-ຍີ່ປຸ່ນ ແມ່ນສອງປະເທດທີ່ມີສາຍພົວພັນມາແຕ່ດົນນານດ້ວຍຫຼາຍຈຸດທີ່ຄ້າຍຄືກັນກ່ຽວກັບປະຫວັດສາດ, ວັດທະນະທໍາ, ມູນເຊື້ອ, ຄຸນຄ່າວັດທະນະທໍາມະນຸດ. ສ້າງຕັ້ງສາຍພົວພັນທາງການທູດໃນເດືອນກັນຍາ 1973, 45 ປີຜ່ານມາ, ຫວຽດນາມ-ຍີ່ປຸ່ນ ໄດ້ກາຍເປັນຄູ່ຮ່ວມມືນັບມື້ນັບເປັນສໍາຄັນຂອງກັນໃນຫຼາຍຂົງເຂດ.

leftcenterrightdel
ທ່ານປະທານປະເທດຫວຽດນາມ ເຈີ່ນດ້າຍກວາງ ພົບປະສອງຝ່າຍກັບທ່ານນາຍົກລັດຖະມົນຕີ ຍີ່ປຸ່ນ Shinzo Abe ຢູ່ນອກກອງປະຊຸມສຸດຍອດ APEC ຢູ່ດາໜັ້ງ ໃນເດືອນພະຈິກ 2017. ພາບ: ສໍານັກຂ່າວສານຫວຽດນາມ

ກ່ຽວກັບດ້ານການເມືອງ, ສອງຝ່າຍຮັກສາການພົບປະລະຫວ່າງການນໍາຂັ້ນສູງເປັນປະຈໍາ. ສອງຝ່າຍກໍ່ຮ່ວມມືຢູ່ບັນດາເວທີປາໄສຫຼາຍຝ່າຍຢ່າງແໜ້ນແຟ້ນ ແລະມີປະສິດທິຜົນຄື: ສະຫະປະຊາຊາດ,  ASEAN, APEC, ASEM... 

ກ່ຽວກັບດ້ານເສດຖະກິດ, ຍີ່ປຸ່ນແມ່ນຄູ່ຮ່ວມມືສໍາຄັນແຖວໜ້າຂອງຫວຽດນາມ, ແມ່ນປະເທດສະໜອງ ODA ໃຫຍ່ທີ່ສຸດ ແລະແມ່ນຄູ່ຮ່ວມມືການຄ້າສອງຝ່າຍໃຫຍ່ທີສີ່ຂອງຫວຽດນາມ. ພິເສດ, ປີ 2017, ຍີ່ປຸ່ນ ໄດ້ບືນຕົວຂຶ້ນກາຍເປັນນັກລົງທຶນຕ່າງປະເທດແຖວໜ້າຢູ່ຫວຽດນາມ.

ກ່ຽວກັບການຮ່ວມມືໃນບັນດາຂົງເຂດປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ກະສິກໍາ, ສຶກສາ-ບໍາລຸງສ້າງ, ແຮງງານ.. ແມ່ນບັນລຸໄດ້ຄວາມຄືບໜ້າແທດຈິງຫຼາຍຢ່າງ. ການຮ່ວມມືລະຫວ່າງບັນດາທ້ອງຖິ່ນຂອງສອງປະເທດນັບມື້ນັບຟົດຟື້ນດ້ວຍການລົງນາມໃນຂໍ້ຕົກລົງຮ່ວມມືລະຫວ່າງ 37 ຄູ່ທ້ອງຖິ່ນສອງປະເທດ. ບັນດາການເຄື່ອນໄຫວພົບປະແລກປ່ຽນປະຊາຊົນ, ການຮ່ວມມືດ້ານວັດທະນະທໍາ, ການທ່ອງທ່ຽວໄດ້ຮັບການພັດທະນາຢ່າງແຮງ.

ປີນີ້, ສອງປະເທດໄດ້ຈັດຕັ້ງບັນດາການເຄື່ອນໄຫວແທດຈິງເພື່ອສະເຫຼີມສະຫຼອງ 45 ປີແຫ່ງວັນສ້າງຕັ້ງສາຍພົວພັນທາງການທູດ, ພວກເຮົາມີຄວາມປິຕິຊົມຊື່ນເມື່ອເຫັນວ່າ, ສາຍພົວພັນມິດຕະພາບ ແລະການຮ່ວມມືຫວຽດນາມ-ຍີ່ປຸ່ນ ພວມຢູ່ໄລຍະພັດທະນາດີງາມທີ່ສຸດ.

ນັກຂ່າວ: ຂໍທ່ານປະທານປະເທດໃຫ້ຮູ້ວ່າ ບັນດາມາດຕະການຊຸກຍູ້ສາຍພົວພັນຫວຽດນາມ-ຍີ່ປຸ່ນ ໃຫ້ສືບຕໍ່ພັດທະນາໃນໄລຍະຈະມາເຖິງ ?

ທ່ານປະທານປະເທດ ເຈີ່ນດ້າຍກວາງ:  ສາຍພົວພັນຄູ່ຮ່ວມມືຍຸດທະສາດຢ່າງເລິກເຊິ່ງ ກວ້າງຂວາງ ຫວຽດນາມ-ຍີ່ປຸນ ພວມໄດ້ຮັບການພັດທະນາຢ່າງແຮງ, ຮອບດ້ານ ແລະແທດຈິງ. ຄວາມສາມາດບົ່ມຊ້ອນພັດທະນາສາຍພົວພັນມິດຕະພາບ ແລະການຮ່ວມມືໃນບັນດາຂົງເຂດຍັງໃຫຍ່ຫຼວງຢູ່ຍ້ອນສອງປະເທດມີທ່າແຮງຫຼາຍຢ່າງທີ່ສາມາດເພີ່ມເຕີມ, ໜູນຊ່ວຍເຊິ່ງກັນ ແລະກັນ ເພື່ອພ້ອມກັນພັດທະນາ.

ບົນພື້ນຖານ ແລະທ່າຮ່ວມມືດ້ານເສດຖະກິດອັນດີງາມໃນປະຈຸບັນ, ສອງຝ່າຍຈະມານະພະຍາຍາມເສີມຂະຫຍາຍທ່າແຮງຂອງແຕ່ລະປະເທດ ເພື່ອເພີ່ມເຕີມໃຫ້ກັນບົນຫຼັກການທັງສອງຝ່າຍຕ່າງຝ່າຍຕ່າງມີຜົນປະໂຫຍດ, ຊຸກຍູ້ການຮ່ວມສໍາພັນລະຫວ່າງສອງພື້ນຖານເສດຖະກິດຜ່ານການເພີ່ມທະວີການຮ່ວມມືກ່ຽວກັບ ODA, ການຄ້າ, ການລົງທຶນ. ຫວຽດນາມ ຈະຮ່ວມມືກັບຍີ່ປຸ່ນ ຢ່າງແໜ້ນແຟ້ນ ເພື່ອນໍາໃຊ້ແຫຼ່ງທຶນ ODA ຢ່າງມີປະສິດທິຜົນ, ຜັນຂະຫຍາຍບັນດາກົນໄກຮ່ວມມືດ້ານເສດຖະກິດລະຫວ່າງສອງປະເທດຢ່າງຕັ້ງໜ້າ.

ດ້ວຍແຜນນະໂຍບາຍເປັນເຈົ້າການ ແລະຕັ້ງໜ້າເຊື່ອມໂຍງເຂົ້າກັບສາກົນຢ່າງເລິກເຊິ່ງ ກວ້າງຂວາງ, ຫວຽດນາມ ໄດ້, ພວມ ແລະຈະແມ່ນເພື່ອນທີ່ຈິງໃຈ, ເປັນຄູ່ຮ່ວມມືທີ່ໄວ້ເນື້ອເຊື່ອໃຈ, ເປັນສະມາຊິກທີ່ມີຄວາມຮັບຜິດຊອບຂອງປະຊາຄົມສາກົນ.

ຂ້າພະເຈົ້າເຊື່ອໝັ້ນວ່າ, ບົນພື້ນຖານການພັດທະນາອັນດີງາມຂອງສາຍພົວພັນມິດຕະພາບຫວຽດນາມ-ຍີ່ປຸ່ນ, ພ້ອມກັບຄວາມມານະພະຍາຍາມ, ເປັນຈິດໜຶ່ງໃຈດຽວ ແລະນະໂຍບາຍຢ່າງຖືກຕ້ອງຂອງທັງສອງຝ່າຍ, ສາຍພົວພັນຄູ່ຮ່ວມມືຍຸດທະສາດຫວຽດນາມ-ຍີ່ປຸ່ນ ສືບຕໍ່ໄດ້ຮັບການພັດທະນາຢ່າງຮອບດ້ານ ແລະແທດຈິງ, ເພື່ອຜົນປະໂຫຍດຂອງປະຊາຊົນສອງປະເທດກໍ່ຄືຂອງບັນດາປະເທດໃນໂລກ.

ນັກຂ່າວ: ໃນໄລຍະຈະມາເຖິງ, ຫວຽດນາມ ປາດຖະໜາວ່າບັນດານັກລົງທຶນຍີ່ປຸ່ນ ຈະລົງທຶນເຂົ້າຂົງເຂດໃດ, ຮຽນທ່ານປະທານປະເທດ?

ທ່ານປະທານປະເທດ ເຈີ່ນດ້າຍກວາງ: ປະຈຸບັນ, ຍີ່ປຸ່ນ ພວມແມ່ນຄູ່ຮ່ວມມືແຖວໜ້າກ່ຽວກັບດ້ານເສດຖະກິດຂອງຫວຽດນາມ.

ຍີ່ປຸ່ນແມ່ນປະເທດພັດທະນາ, ມີລະດັບວິທະຍາສາດ-ເຕັກນິກທີ່ກ້າວໜ້າ. ຫວຽດນາມ ປາດຖະໜາວ່າ ຍີ່ປຸ່ນ ຈະລົງທຶນ, ຖ່າຍທອດເຕັກໂນໂລຢີເຂົ້າ 6 ຂະແໜງອຸດສາຫະກໍາບຸລິມະສິດໃນຍຸດທະສາດຫັນເປັນອຸດສາຫະກໍາຂອງຫວຽດນາມໃນຂອບເຂດການຮ່ວມມືຫວຽດນາມ-ຍີ່ປຸ່ນ ມຸ່ງໄປເຖິງປີ 2020, ວິໄສທັດ 2030 ແມ່ນເອເລັກໂຕນິກ, ເຄື່ອງຈັກກະສິກໍາ, ປຸງແຕ່ງກະສິກໍາ, ສິນໃນນໍ້າ, ຕໍ່ກຳປັ່ນ, ສິ່ງແວດລ້ອມ ແລະປະຢັດພະລັງງານ, ຜະລິດລົດໂອໂຕ ແລະເຄື່ອງອາໄຫຼ່ ກໍ່ຄືບັນດາຂົງເຂດເຊິ່ງຍີ່ປຸ່ນມີທ່າແຮງ....

ນະໂຍບາຍສະເໝີຕົ້ນສະເໝີປາຍຂອງຫວຽດນາມ ແມ່ນຍາມໃດກໍ່ສ້າງເງື່ອນໄຂສະດວກ ແລະສະພາບແວດລ້ອມທີ່ສະດວກສະບາຍໃຫ້ບັນດານັກລົງທຶນຕ່າງປະເທດ, ໃນນັ້ນມີບັນດານັກລົງທຶນຍີ່ປຸ່ນ.

ເນື່ອງໃນໂອກາດປີໃໝ່ 2018, ຂ້າພະເຈົ້າຂໍຖືເປັນກຽດສົ່ງພອນໄຊອັນປະເສີດມາຍັງພະບໍລົມວົງສານຸວົງ, ລັດຖະບານ, ປະຊາຊົນຍີ່ປຸ່ນ ແລະເພື່ອນຜູ້ອ່ານໜັງສືພິມ Yomiuri; ອວຍພອນໃຫ້ສາຍພົວພັນຮ່ວມມື, ນໍ້າໃຈມິດຕະພາບລະຫວ່າງສອງປະເທດໄດ້ຮັບການປັບປຸງ ແລະພັດທະນາຢ່າງບໍ່ຢຸດຢັ້ງ.

ນັກຂ່າວ: ຂໍຂອບອົກຂອບໃຈທ່ານປະທານປະເທດ!

 

ແປໂດຍ: ຫງວຽນກຸກ