ພິທີໄດ້ດໍາເນີນໃນໂອກາດສະເຫຼີມສະຫຼອງ 35 ປີແຫ່ງວັນຄູຫວຽດນາມ (20-11-1982 / 20-11-2017). ເຂົ້າຮ່ວມມີ: ທ່ານປະທານປະເທດຫວຽດນາມ ເຈີ່ນດ້າຍກວາງ ພ້ອມກັບຜູ້ຕາງໜ້າບັນດາຄະນະ, ກະຊວງ, ຂະແໜງການສູນກາງ.

ກ່ອນນີ້ 115 ປີ, ມະຫາວິທະຍາໄລການແພດຮ່າໂນ້ຍ ໄດ້ຮັບການສ້າງຕັ້ງຂຶ້ນດ້ວຍຊື່ວ່າມະຫາວິທະຍາໄລແພດສາດຮ່າໂນ້ຍ. ນີ້ແມ່ນໂຮງຮຽນທີ່ມີຊື່ສຽງ, ມີປະຫວັດສາດມາຫຼາຍປີ ແລະເປັນໜຶ່ງໃນ 16 ໂຮງຮຽນມະຫາວິທະຍາໄລຈຸດສຸມແຫ່ງຊາດ.

leftcenterrightdel
ທ່ານປະທານປະເທດຫວຽດນາມ ເຈີ່ນດ້າຍກວາງ ໄດ້ປະດັບຫຼຽນໄຊແຮງງານຊັ້ນ I ມະຫາວິທະຍາໄລການແພດຮ່າໂນ້ຍ. ພາບ: TTXVN

ດ້ວຍບັນດາຜົນງານ, ການປະກອບສ່ວນຢ່າງໃຫຍ່ຫຼວງສໍາລັບພາລະກິດສຶກສາ-ກໍ່ສ້າງ ແລະປົກປ້ອງ, ສົ່ງເສີມ ແລະຍົກສູງສຸຂະພາບຂອງປະຊາຊົນ, ມະຫາວິທະຍາໄລການແພດຮ່າໂນ້ຍ ແລະບັນດາໝູ່ຄະນະ, ສ່ວນບຸກຄົນຂອງໂຮງຮຽນເປັນກຽດໄດ້ຮັບການຮັບຮູ້ ແລະຕີລາຄາສູງຈາກພັກ, ລັດ ແລະປະຊາຊົນ, ໄດ້ຮັບມອບນາມມະຍົດວິລະຊົນກໍາລັງປະກອບອາວຸດປະຊາຊົນ, ວິລະຊົນແຮງງານສະໄໝໃໝ່, ປະດັບຫຼຽນໄຊດາວຄໍາ, ຫຼຽນໄຊໂຮ່ຈິມິນ ແລະບັນດາລາງວັນ, ນາມມະຍົດອັນປະເສີດເລີດລ້ຳອື່ນໆອີກ.

ຕາງໜ້າການນໍາພັກ, ລັດ ແລະປະຊາຊົນ, ທ່ານປະທານປະເທດ ເຈີ່ນດ້າຍກວາງ ໄດ້ປະດັບຫຼຽນໄຊແຮງງານຊັ້ນ I ໃສ່ທຸງມູນເຊື້ອຂອງໂຮງຮຽນ, ຮັບຮູ້ບັນດາຜົນງານ, ການປະກອບສ່ວນຢ່າງໃຫຍ່ຫຼວງຂອງບັນດາຮຸ່ນຄູອາຈານ, ໝໍຢາ, ພະນັກງານ, ລັດຖະກອນ, ຜູ້ອອກແຮງງານ, ນັກສຶກສາຂອງມະຫາວິທະຍາໄລການແພດຮ່າໂນ້ຍ.

ກ່າວຄໍາເຫັນທີ່ພິທີ, ທ່ານປະທານປະເທດ ເຈີ່ນດ້າຍກວາງ ສະເໜີວ່າ, ມະຫາວິທະຍາໄລການແພດຮ່າໂນ້ຍ ຄວນສືບຕໍ່ມານະພະຍາຍາມກາຍເປັນສູນກໍ່ສ້າງ, ຄົ້ນຄວ້າແພດສາດແຖວໜ້າຂອງປະເທດ, ບໍ່ພຽງແຕ່ກໍ່ສ້າງນັກສຶກສາຫວຽດນາມ ເທົ່ານັ້ນຫາກຍັງທັງນັກສຶກສາສາກົນອີກດ້ວຍ; ບໍ່ພຽງແຕ່ຜັນຂະຫຍາຍ, ໝູນໃຊ້ບັນດາຜົນງານຄົ້ນຄວ້າຢູ່ລະດັບຊາດເທົ່ານັ້ນຫາກຍັງຢູ່ສາກົນອີກດ້ວຍ; ບໍ່ພຽງແຕ່ຮັບໃຊ້ປະຊາຄົມຊາວຫວຽດນາມ ເທົ່ານັ້ນຫາກຍັງຮັບໃຊ້ປະຊາຄົມຊາວຕ່າງປະເທດອີກດ້ວຍ.

ໄຈ້ແຍກບັນດາກາລະໂອກາດ, ຄວາມສະດວກ, ກໍ່ຄືຄວາມຫຍຸ້ງຍາກ, ສິ່ງທ້າທາຍສະຫຼັບກັນທ່ີ່ພວມວາງອອກຕໍ່ປະເທດເວົ້າລວມ, ຂະແໜງສາທາລະນະສຸກ ແລະມະຫາວິທະຍາໄລການແພດຮ່າໂນ້ຍ ເວົ້າສະເພາະ, ທ່ານປະທານປະເທດ ເຈີ່ນດ້າຍກວາງ ສະເໜີວ່າ, ມະຫາວິທະຍາໄລການແພດຮ່າໂນ້ຍຄວນຊາບຊຶມຢ່າງເລິກເຊິ່ງ ແລະປະຕິບັດບັນດາມະຕິ, ຄໍາສັ່ງຂອງພັກ, ລັດກ່ຽວກັບການສຶກສາ, ກໍ່ສ້າງ, ປົກປ້ອງ, ເບິ່ງແຍງດູແລ ແລະຍົກສູງສຸຂະພາບຂອງປະຊາຊົນຢ່າງມີປະສິດທິຜົນ; ເອົາໃຈໃສ່ເປັນພິເສດເຖິງການປ່ຽນແປງໃໝ່ການສຶກສາມະຫາວິທະຍາໄລ.

ທ່ານປະທານປະເທດ ເຈີ່ນດ້າຍກວາງ ກໍ່ສະເໜີວ່າ, ມະຫາວິທະຍາໄລການແພດຮ່າໂນ້ຍ ເອົາໃຈໃສ່ເປັນພິເສດເຖິງການລົງທຶນດ້ານວິທະຍາສາດ-ເຕັກໂນໂລຢີ, ໃຫ້ກໍາລັງໃຈ, ສົ່ງເສີມອາຈານສອນ, ນັກສໍາມະນາກອນ, ນັກສຶກສາຕັ້ງໜ້າເຂົ້າຮ່ວມການຄົ້ນຄວ້າວິທະຍາສາດ, ນໍາໂຮງຮຽນພັດທະນາເທົ່າທຽມກັບບັນດາມະຫາວິທະຍາໄລທີ່ກ້າວໜ້າຢູ່ບັນດາປະເທດພັດທະນາຢູ່ພາກພື້ນ ແລະໃນໂລກເທື່ອລະກ້າວ.

ເນື່ອງໃນໂອກາດນີ້, ທ່ານປະທານປະເທດ ເຈີ່ນດ້າຍກວາງ ສະເໜີຄະນະພັກນະຄອນ, ຄະນະກໍາມະການປະຊາຊົນນະຄອນຮ່າໂນ້ຍ, ກະຊວງສາທາລະນະສຸກ ແລະບັນດາກະຊວງ, ຄະນະ, ຂະແໜງການທ້ອງຖິ່ນເອົາໃຈໃສ່ຊີ້ນໍາ, ນໍາພາ, ສ້າງເງື່ອນໄຂສະດວກເພື່ອໃຫ້ມະຫາວິທະຍາໄລການແພດຮ່າໂນ້ຍ ສໍາເລັດໜ້າທີ່ເຊິ່ງໄດ້ຮັບມອບໝາຍໃຫ້ເປັນຢ່າງດີ, ສູ້ຊົນນໍາໂຮງຮຽນພັດທະນາຂຶ້ນສູ່ລະດັບສູງໃໝ່, ສົມເປັນສະຖານທີ່ທີ່ໄວ້ເນື້ອເຊື່ອໃຈໃນການກໍ່ສ້າງແຫຼ່ງຊັບພະຍາກອນການແພດທີ່ມີຄຸນນະພາບສູງ ແລະເປັນສູນກວດກາ, ປິ່ນປົວພະຍາດ, ຄົ້ນຄວ້າວິທະຍາສາດແຖວໜ້າຂອງທົ່ວປະເທດ.

 

ແປໂດຍ: ຫງວຽນກຸກ