ຕອນເຊົ້າວັນທີ 5 ພະຈິກ, ທີ່ນະຄອນຫຼວງ ຮ່າໂນ້ຍ, ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ, ສະພາແຫ່ງຊາດ, ປະທານປະເທດ, ລັດຖະບານແຫ່ງ ສສ ຫວຽດນາມ, ຄະນະກໍາມະການສູນກາງແນວໂຮມປະເທດຊາດຫວຽດນາມ ແລະນະຄອນ ຮ່າໂນ້ຍ ໄດ້ຈັດຕັ້ງພິທີສະເຫຼີມສະຫຼອງ 100 ປີແຫ່ງວັນການປະຕິວັດເດືອນຕຸລາລັດເຊຍ ຢ່າງສົມກຽດ (7-11-1917 / 7-11-2017).

leftcenterrightdel
ລາຍການສະແດງສິລະປະຕ້ອນຮັບພິທີສະເຫຼີມສະຫຼອງ 100 ປີແຫ່ງວັນການປະຕິວັດເດືອນຕຸລາ ລັດເຊຍ. ພາບ: ຟຸເຊີນ

ເຂົ້າຮ່ວມພິທີສະເຫຼີມສະຫຼອງມີ: ທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ຫງວຽນຟຸຈ້ອງ, ພ້ອມກັບບັນດາທ່ານອະດີດການນໍາ, ການນໍາພັກ, ລັດ, ບັນດາຄະນະ, ກະຊວງ, ຂະແໜງການ, ອົງການສູນກາງ, ຜູ້ແທນຕາງໜ້າສະມາຄົມນັກຮົບເກົ່າ, ຜູ້ຊົງຄຸນວຸດທິ, ປັນຍາຊົນ, ສາສະໜາ, ຊົນເຜົ່າ, ນັກຮຽນ, ນັກສຶກສາ, ປະຊາຊົນທຸກຊັ້ນວັນນະ ແລະກໍາລັງປະກອບອາວຸດນະຄອນຫຼວງ; ຜູ້ຕາງໜ້າບັນດາຊາວຫວຽດນາມທີ່ເຄີຍຮໍ່າຮຽນ, ຄົ້ນຄວ້າ, ເຮັດວຽກ ແລະປະຕິບັດງານຢູ່ສະຫະພາບ ໂຊຫວຽດ...

leftcenterrightdel
ທ່ານເລຂາທິການໃຫຍ່ ຫງວຽນຟຸຈ້ອງ ກ່າວສູນທອນພົດທີ່ພິທີສະເຫຼີມສະຫຼອງ100 ປີແຫ່ງວັນການ ປະຕິວັດເດືອນຕຸລາ ລັດເຊຍ. ພາບ: ຟຸເຊີນ

ກ່າວສູນທອນພົດທີ່ພິທີສະເຫຼີມສະຫຼອງ, ທ່ານເລຂາທິການໃຫຍ່ ຫງວຽນຟຸຈ້ອງ ເນັ້ນໜັກວ່າ: ຫ່າງຈາກນີ້ 100 ປີ, ຕາມສຽງປືນສົ່ງສັນຍານຈາກເຮືອຮົບ ອາວະໂຣຣາ, ບັ້ນບຸກໂຈມຕີວັງລະດູໜາວຢູ່ Petrograd ໄດ້ເລີ່ມຕົ້ນ ແລະການປະຕິວັດສັງຄົມນິຍົມທີ່ຍິ່ງໃຫຍ່ພາຍໃຕ້ການນໍາພາຂອງພັກກອມມູນິດ Bolshevik ລັດເຊຍ, ນໍາໜ້າແມ່ນທ່ານ VI.Lenin ຍາດໄດ້ໄຊຊະນະຢູ່ Petrograd ແລະແຜ່ຂະຫຍາຍຢ່າງວອງໄວໄປທົ່ວປະເທດລັດເຊຍ. ການປະຕິວັດເດືອນຕຸລາລັດເຊຍ ໄດ້ເຮັດໂລກສັ່ນສະເທືອນ ແລະທັບມ້າງເຄືອຂ່າຍໃນລະບົບລັດທິທຶນນິຍົມຈັກກະພັດ.

ທ່ານເລຂາທິການໃຫຍ່ ຫງວຽນຟຸຈ້ອງ ຢັ້ງຢືນວ່າ: ພາລະກິດແຫ່ງການປ່ຽນແປງໃໝ່ໃນກວ່າ 30 ປີຜ່ານມາຂອງປະເທດຫວຽດນາມ ບັນລຸໄດ້ບັນດາຜົນງານຢ່າງໃຫຍ່ຫຼວງ, ມີຄວາມໝາຍປະຫວັດສາດ. ນັ້ນແມ່ນໝາກຜົນຂອງວິວັດການປ່ຽນແປງໃໝ່ທີ່ມີຫຼັກການ, ຂະຫຍັນຂັນເຄື່ອນບົນພື້ນຖານຕັ້ງໝັ້ນ, ໜູນໃຊ້ຢ່າງມີຫົວຄິດປະດິດສ້າງຂອງລັດທິມາກ-ເລນິນ, ແນວຄິດໂຮ່ຈິມິນ; ພ້ອມທັງເປັນພື້ນຖານເພື່ອໃຫ້ຊາວຫວຽດນາມແຕ່ລະຄົນມີສະຕິຄວາມຮັບຮູ້ຢ່າງເລິກເຊິ່ງກວ່າອີກກ່ຽວກັບປະຫວັດສາດ, ຄວາມໝາຍ ແລະຄຸນຄ່າຂອງການປະຕິວັດເດືອນຕຸລາລັດເຊຍ ທີ່ຍິ່ງໃຫຍ່ສໍາລັບການປະຕິວັດຫວຽດນາມເວົ້າສະເພາະ ແລະໂລກເວົ້າລວມ. ຜົນງານທີ່ບັນລຸໄດ້ເປັນການພິສູດໃຫ້ເຫັນພະລັງຊີວິດຂອງລັດທິສັງຄົມນິຍົມຢູ່ ຫວຽດນາມ.

ທ່ານເລຂາທິການໃຫຍ່ ຫງວຽນຟຸຈ້ອງ ສະເໜີວ່າ: ຄວນສຸມໃສ່ປະຕິບັດບັນດາມາດຕະການຍົກສູງຄຸນນະພາບການເຕີບໂຕ, ສະມັດຕະພາບແຮງງານ ແລະກໍາລັງການແກ່ງແຍ້ງຂອງພື້ນຖານເສດຖະກິດ; ສືບຕໍ່ປະຕິບັດສາມບຸກທະລຸຍຸດທະສາດຢ່າງມີປະສິດທິຜົນ. ເດັດດ່ຽວ, ຢຶດໝັ້ນຕໍ່ສູ້ປົກປັກຮັກສາເອກະລາດ, ອະທິປະໄຕໄວ້ໃຫ້ໝັ້ນຄົງ, ທ້ອນໂຮມປະເທດຊາດເປັນເອກະພາບ ແລະຜືນແຜ່ນດິນອັນຄົບຖ້ວນຂອງປະເທດຊາດ; ເຮັດໃຫ້ທຸກກົນອຸບາຍ “ການຫັນປ່ຽນໂດຍສັນຕິ”, ທໍາລາຍ, ໂຄ່ນລົ້ມຂອງບັນດາກໍາລັງທີ່ເປັນປໍລະປັກ, ປະຕິການຖືກປະລາໄຊ; ຮັກສາສະພາບແວດລ້ອມແຫ່ງສັນຕິພາບ, ສະຖຽນລະພາບ, ຮັກສາຄວາມເປັນລະບຽບຮຽບຮ້ອຍ, ຄວາມປອດໄພທາງສັງຄົມໄວ້ໃຫ້ໝັ້ນຄົງ ເພື່ອພັດທະນາປະເທດຊາດ; ເປີດກວ້າງ, ພັດທະນາບັນດາການພົວພັນຕ່າງປະເທດເຂົ້າສູ່ລວງເລິກ; ເປັນເພື່ອນມິດ, ເປັນຄູ່ຮ່ວມມືທີ່ໄວ້ເນື້ອເຊື່ອໃຈ ແລະເປັນສະມາຊິກທີ່ມີຄວາມຮັບຜິດຊອບໃນປະຊາຄົມສາກົນ. ດຶງດູດ, ເສີມຂະຫຍາຍທຸກແຫຼ່ງກໍາລັງ ແລະຫົວຄິດປະດິດສ້າງຂອງປະຊາຊົນຢ່າງແຮງ; ເບິ່ງແຍງດູແລຍົກສູງຊີວິດການເປັນຢູ່ທາງດ້ານວັດຖຸ ແລະຈິດໃຈ, ແກ້ໄຂບັນດາບັນຫາຮີບດ່ວນເປັນຢ່າງດີ; ເພີ່ມທະວີການຄຸ້ມຄອງພັດທະນາສັງຄົມ, ຮັບປະກັນຄວາມສະຫງົບປອດໄພທາງສັງຄົມ, ຮັບປະກັນຊີວິດສັງຄົມ, ຍົກສູງສະຫວັດດີການສັງຄົມ ແລະຫຼຸດຜ່ອນຄວາມທຸກຍາກແບບຍືນຍົງ. ເສີມຂະຫຍາຍສິດເປັນເຈົ້າຂອງປະຊາຊົນ, ເສີມຂະຫຍາຍກໍາລັງແຮງມະຫາສາມັກຄີທົ່ວປວງຊົນທັງຊາດ. ເສີມຂະຫຍາຍປັດໄຈມະນຸດໃນທຸກໆຂົງເຂດຂອງຊີວິດສັງຄົມ...

leftcenterrightdel
ບັນດາຜູ້ແທນເຂົ້າຮ່ວມພິທີສະເຫຼີມສະຫຼອງ 100 ປີແຫ່ງວັນການປະຕິວັດເດືອນຕຸລາລັດເຊຍ. ພາບ: ຟຸເຊີນ
leftcenterrightdel
ບັນດານັກຮົບເກົ່າເຂົ້າຮ່ວມພິທີສະເຫຼີມສະຫຼອງ 100 ປີແຫ່ງວັນການປະຕິວັດເດືອນຕຸລາລັດເຊຍ. ພາບ: ຟຸເຊີນ
leftcenterrightdel
ບັນດາຜູ້ແທນສະຫະພັນລັດເຊຍ ເຂົ້າຮ່ວມພິທີສະເຫຼີມສະຫຼອງ. ພາບ: TTXVN

ສະເຫຼີມສະຫຼອງ 100 ປີແຫ່ງວັນການປະຕິວັດເດືອນຕຸລາລັດເຊຍ (7-11-1917 / 7-11-2017), ພວກເຮົາຄວນຮັບຮູ້ແຈ້ງບັນດາຄຸນຄ່າ ແລະການປະກອບສ່ວນອັນໃຫຍ່ຫຼວງເຊິ່ງການປະຕິວັດນີ້ໄດ້ນໍາມາໃຫ້ມວນມະນຸດ...

ດ້ວຍເນື້ອໃນຈິດໃຈການປະຕິວັດເດືອນຕຸລາລັດເຊຍ, ເນື້ອໃນຈິດໃຈການປະຕິວັດເດືອນສິງຫາ ແລະເຈດຈໍານົງຫວຽດນາມ, ດ້ວຍຄວາມຕັດສິນໃຈໃໝ່, ບັນຍາກາດໃໝ່, ພະລັງຊີວິດໃໝ່ດ້ວຍຄວາມເຊື່ອໝັ້ນຕໍ່ກຳລັງແຮງ, ເຈດຈໍານົງຂອງທົ່ວພັກ, ທົ່ວປວງຊົນຕໍ່ອະນາຄົດອັນສົດໃສຂອງປະເທດຊາດ; ພວກເຮົາເຊື່ອໝັ້ນວ່າ: ແນ່ນອນພວກເຮົາຈະປະຕິບັດແນວທາງການປ່ຽນແປງໃໝ່ຢ່າງມີໄຊ ເພື່ອປະເທດຫວຽດນາມປະຊາຊົນຮັ່ງມີ, ປະເທດ ຊາດເຂັ້ມແຂງ,  ປະຊາທິປະໄຕ, ຍຸຕິທຳ, ສີວິໄລ.

 

 ແປໂດຍ: ຫງວຽນກຸກ