ຕາງໜ້າການນໍາກະຊວງປ້ອງກັນປະເທດ, ທ່ານພົນໂທ ຟານວັນຢາງ, ກໍາມະການສູນກາງພັກ, ຄະນະປະຈໍາຄະນະພັກການທະຫານສູນກາງ, ຫົວໜ້າກົມໃຫຍ່ເສນາທິ ການ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ໄດ້ລາຍງານໃຫ້ທ່ານປະທານປະເທດຫວຽດນາມ ເຈີ່ນດ້າຍກວາງ ຮັບຊາບກ່ຽວກັບໝາກຜົນແຫ່ງການປະຕິບັດໜ້າທີ່ການທະຫານ, ການປ້ອງກັນຊາດ ປີ 2017.

leftcenterrightdel
ທ່ານປະທານປະເທດຫວຽດນາມ ເຈີ່ນດ້າຍກວາງ ຢ້ຽມຊົມທິມຍິງປືນສະແດງການຍິງປືນແທ້. ພາບ: ຈ້ອງຫາຍ

ພົ້ນເດັ່ນແມ່ນ, ທົ່ວກອງທັບກໍາແໜ້ນສະພາບການເປັນປະຈໍາ, ປະຕິບັດວຽກງານເປັນເສນາທິການໃຫ້ພັກ, ລັດ, ຄະນະພັກ, ອໍານາດການປົກຄອງທ້ອງຖິ່ນກ່ຽວກັບໜ້າທີ່ການທະຫານ, ການປ້ອງກັນຊາດເປັນຢ່າງດີ; ຝຶກຊ້ອມ, ກຽມພ້ອມສູ້ຮົບ, ຊ້ອມຮົບ; ຍາມໃດກໍ່ເປັນເຈົ້າການສົມທົບກັບຕໍາຫຼວດປະຊາຊົນ ແລະບັນດາກໍາລັງແກ້ໄຂບັນດາກໍລະນີຢ່າງທັນການ, ບໍ່ປະໃຫ້ຖືກທ່າຮັບແບບບັງເອີນ, ເປັນກໍາລັງຫຼັກແຫຼ່ງໃນການປົກປັກຮັກສາອະທິປະໄຕ, ຜືນແຜ່ນດິນອັນຄົບຖ້ວນ, ຄວາມໝັ້ນຄົງຊາຍແດນ, ນ່ານຟ້າ, ນ່ານທະເລ, ໝູ່ເກາະຂອງປະເທດຊາດຢ່າງແທດຈິງ; ແມ່ນກໍາລັງຫຼັກແຫຼ່ງໃນການເຂົ້າຮ່ວມແກ້ໄຂຜົນຮ້າຍຈາກໄພທໍາມະຊາດ; ກູ້ຊ່ວຍກູ້ໄພ, ກູ້ຊີບ, ເກັບກູ້ ແລະທໍາລາຍລູກລະເບີດບໍ່ທັນແຕກ, ແກ້ໄຂຜົນຮ້າຍຢ້ອນຫຼັງຈາກສົງຄາມ; ປະຕິບັດວຽກງານພົວພັນຕ່າງປະເທດດ້ານປ້ອງກັນຊາດໃຫ້ເປັນຢ່າງດີ.

ກ່າວຄໍາເຫັນທີ່ການເຮັດວຽກ, ທ່ານປະທານປະເທດຫວຽດນາມ ເຈີ່ນດ້າຍກວາງ ຍ້ອງຍໍບັນດາໝາກຜົນທີ່ບັນລຸໄດ້ຂອງກະຊວງປ້ອງກັນປະເທດໃນການຊີ້ນຳ-ນໍາພາການປະຕິບັດໜ້າທີ່ການທະຫານ, ການປ້ອງກັນຊາດໃນໄລຍະຜ່ານມາ, ພ້ອມທັງເນັ້ນໜັກວ່າ, ໃນຊຸມປີຜ່ານມາ, ພັກ, ລັດ ຍາມໃດກໍ່ເອົາໃຈໃສ່ຊີ້ນຳ-ນໍາພາຢ່າງໜັກແໜ້ນການສົມທົບກັນພັດທະນາເສດຖະກິດ-ສັງຄົມກັບການຮັບປະກັນການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ; ກໍ່ສ້າງທ່າສະໜາມປ້ອງກັນຊາດທົ່ວປວງຊົນ ແລະທ່າສະໜາມປ້ອງກັນຄວາມສະຫງົບປະຊາຊົນຢ່າງໜັກແໜ້ນ, ສະກັດກັ້ນ ແລະເຮັດໃຫ້ທຸກກົນອຸບາຍການເຄື່ອນໄຫວມ້າງທໍາລາຍຂອງບັນດາອິດທິກໍາລັງເປັນປໍລະປັກຖືກປະລາໄຊຢ່າງທັນການ, ຮັບປະກັນຄວາມໝັ້ນຄົງດ້ານການເມືອງ, ສ້າງສະພາບແວດລ້ອມສັນຕິພາບເພື່ອພັດທະນາປະເທດຊາດ.

leftcenterrightdel
ທ່ານປະທານປະເທດຫວຽດນາມ ເຈີ່ນດ້າຍກວາງ ອວຍພອນ, ລະດົມກໍາລັງໃຈບັນດານັກຍິງປືນຂອງກອງທັບ. ພາບ: ຈ້ອງຫາຍ

ກ່ຽວກັບໜ້າທີ່ໃນໄລຍະຈະມາເຖິງ, ທ່ານປະທານປະເທດຫວຽດນາມ ເຈີ່ນດ້າຍກວາງ ສະເໜີໃຫ້ກະຊວງປ້ອງກັນປະເທດສືບຕໍ່ຊີ້ນຳ-ນໍາພາ, ຊາບຊຶມ, ຜັນຂະຫຍາຍການປະຕິບັດບັນດາມະຕິຂອງສູນກາງ, ບັນດາຄາດໝາຍ, ໜ້າທີ່ເຊິ່ງມະຕິກອງປະຊຸມໃຫຍ່ອົງຄະນະພັກກອງທັບຄັ້ງທີ X ໄດ້ກໍານົດໄວ້ເປັນຢ່າງດີ, ຜັນຂະຫຍາຍການປະຕິບັດບັນດາໜ້າທີ່ເຊີ່ງພັກ, ລັດ ແລະປະຊາຊົນມອບໝາຍໃຫ້ໄດ້ຢ່າງມີໄຊຮອບດ້ານ; ກໍາແໜ້ນສະພາບການເປັນປະຈໍາ, ເປັນເສນາທິການໃຫ້ພັກ, ລັດ ກ່ຽວກັບການພັດທະນາເສດຖະກິດ-ສັງຄົມ ຕິດພັນກັບການປ້ອງກັນຊາດ-ປ້ອງກັນຄວາມສະຫງົບຢ່າງທັນການ.

ທ່ານປະທານປະເທດຫວຽດນາມ ເຈີ່ນດ້າຍກວາງ ເນັ້ນໜັກວ່າ, ຄະນະພັກການທະຫານສູນກາງ, ກະຊວງປ້ອງກັນປະເທດ ສືບຕໍ່ຊາບຊຶມ, ຈັດຕັ້ງການປະຕິບັດຕາມແນວຄິດຊີ້ນໍາ: ເສີມຂະຫຍາຍກໍາລັງແຮງສັງລວມຂອງບັນດາກໍາລັງໃນທ່າຮົບປ້ອງກັນຊາດ; ພ້ອມກັນນັ້ນ, ຄວນເອົາໃຈໃສ່ປະຕິບັດວຽກງານໂຄສະນາເປັນຢ່າງດີເພື່ອໃຫ້ປະຊາຊົນທົ່ວປະເທດ, ກໍາລັງປະກອບອາວຸດ ມີຄວາມເຂົ້າໃຈເລິກເຊິ່ງກວ່າຕໍ່ການເອົາໃຈໃສ່ຂອງພັກ, ລັດ ແລະປະຊາຊົນສໍາລັບກອງທັບ.

ເພີ່ມທະວີການກໍ່ສ້າງ, ປັບປຸງປົວແປງພັກ, ຕ້ານການເຊື່ອມທາດຂາດຄຸນກ່ຽວກັບແນວຄິດ, ຄຸນສົມບັດ, ວິຖີຊີວິດ, “ການຫັນປ່ຽນດ້ວຍຕົນເອງ”, “ການປ່ຽນແປງດ້ວຍຕົນເອງ” ໃນອົງຄະນະພັກກອງທັບ; ສືບຕໍ່ຜັນຂະຫຍາຍການປະຕິບັດມະຕິເລກທີ 05 ຂອງກົມການເມືອງກ່ຽວກັບການຍູ້ແຮງການຮໍ່າຮຽນ ແລະປະຕິບັດຕາມແນວຄິດ, ຄຸນສົມບັດ, ແບບແຜນການດໍາລົງຊີວິດປະທານ ໂຮ່ຈິມິນ ໃຫ້ເປັນຢ່າງດີ, ສົມທົບກັນຢ່າງແໜ້ນແຟ້ນກັບຕໍາຫຼວດປະຊາຊົນ ແລະບັນດາກໍາລັງທີ່ກ່ຽວຂ້ອງເດັດດ່ຽວຕໍ່ສູ້ເຮັດໃຫ້ທຸກກົນອຸບາຍ, ການເຄື່ອນໄຫວມ້າງທໍາລາຍຂອງບັນດາອິດທິກໍາລັງເປັນປໍລະປັກຖືກປະລາໄຊ, ຮັກສາຄວາມໝັ້ນຄົງດ້ານການເມືອງ, ຄວາມເປັນລະບຽບຮຽບຮ້ອຍທາງສັງຄົມໄວ້ໃຫ້ໝັ້ນຄົງ, ຮັບປະກັນຄວາມສະຫງົບປອດໄພຢ່າງເດັດຂາດໃຫ້ແກ່ບັນດາເຫດການການເມືອງສໍາຄັນ, ບັນດາວັນບຸນໃຫຍ່ຂອງຊາດ, ພິເສດແມ່ນບັນດາການເຄື່ອນໄຫວຂອງກອງປະຊຸມສຸດຍອດ APEC 2017 ທີ່ຈັດຕັ້ງຢູ່ຫວຽດນາມ.

ໃນລາຍການເຮັດວຽກ, ທ່ານປະທານປະເທດຫວຽດນາມ ເຈີ່ນດ້າຍກວາງ ໄດ້ຢ້ຽມຊົມທິມຍິງປືນຂອງກອງທັບຍິງສະແດງເພື່ອກະກຽມເຂົ້າຮ່ວມການແຂ່ງຂັນຍິງປືນກອງທັບບັນດາປະເທດອາຊຽນ (AARM) ຄັ້ງທີ 27 ເຊິ່ງຈະຈັດຕັ້ງຢູ່ ສິງກະໂປ ໃນໄລຍະຈະມາເຖິງ.

 

ແປໂດຍ: ຮວ່າງເຈື່ອງ