ເຂົ້າຮ່ວມພິທີສູດສັກອະນິດຈາ, ຝ່າຍລາວມີ: ທ່ານພົນເອກ ຈັນສະໝອນ ຈັນຍາລາດ, ລັດຖະມົນຕີກະຊວງປ້ອງກັນປະເທດລາວ; ຜູ້ຕາງໜ້າການນໍາຄະນະກໍາມະການສູນກາງແນວລາວສ້າງຊາດ; ສະຫະພັນພຸດທະສາສະໜາລາວ... ຝ່າຍຫວຽດນາມ ມີທ່ານ ຫງວຽນບ໊າຮຸ່ງ ເອກອັກຄະລັດຖະທູດຫວຽດນາມ ປະຈໍາລາວ; ການນໍາສູນກາງສະມາຄົມພຸດທະສາສະໜາຫວຽດນາມ; ທ່ານພົນຕີ ຫງວຽນຕ໊ຽນລອງ, ຮອງປະທານສູນກາງສະມາຄົມມິດຕະພາບຫວຽດນາມ-ລາວ, ຮອງປະທານຜູ້ປະຈໍາການສະມາຄົມມູນເຊື້ອທະຫານອາສາສະໝັກ ແລະຊ່ຽວຊານຫວຽດນາມ ຢູ່ລາວ; ຜູ້ຕາງໜ້າບາງຄະນະ, ຂະແໜງການ, ອົງການສູນກາງພ້ອມກັບອະດີດທະຫານອາສາສະໝັກ ແລະຊ່ຽວຊານຫວຽດນາມ ຢູ່ລາວ, ຍາດຕິພີ່ນ້ອງນັກຮົບເສຍສະຫຼະຊີວິດຢູ່ ລາວ...

leftcenterrightdel
ທ່ານພົນເອກ ຈັນສະໝອນ ຈັນຍາລາດ, ລັດຖະມົນຕີກະຊວງປ້ອງກັນປະເທດລາວ ພ້ອມກັບບັນດາຜູ້ແທນເຂົ້າຮ່ວມພິທີສູດສັກອະນິດຈາ. ພາບ: ຖຸ໋ຍຮວ່າຍ.
leftcenterrightdel
ບັນດາຜູ້ແທນເຂົ້າຮ່ວມພິທີສູດສັກອະນິດຈາ. ພາບ: ຖຸ໋ຍຮວ່າຍ.

ທີ່ພິທີ, ບັນດາຜູ້ແທນໄດ້ຖະຫວາຍທູບທຽນ, ອາໄລຫາດວງວິນຍານຂອງປະທານ ໂຮ່ຈີມິນ,  ປະທານ ໄກສອນ ພົມວິຫານ, ບັນດານັກຮົບວິລະຊົນທີ່ເສຍສະຫຼະຊີວິດຂອງສອງປະເທດ, ສະແດງຄວາມຮູ້ບຸນຄຸນຢ່າງເລິກເຊິ່ງຕໍ່ການອຸທິດ, ການເສຍສະຫຼະອັນໃຫຍ່ຫຼວງຂອງທະຫານອາສາສະໝັກ ແລະຊ່ຽວຊານຫວຽດນາມ ຢູ່ລາວ, ຂອງພະນັກງານ, ນັກຮົບກໍາລັງປະກອບອາວຸດຮັກຊາດລາວ ແລະປະຊາຊົນບັນດາເຜົ່າລາວ ໃນການຕໍ່ສູ້ຕ້ານສັດຕູລວມ, ຍາດເອົາເອກະລາດແຫ່ງຊາດຂອງແຕ່ລະປະເທດ, ກໍ່ຄືໃນພາລະກິດສ້າງສາ ແລະປົກປັກຮັກສາປະເທດຊາດ, ປະກອບສ່ວນເພີ່ມພູນຄູນສ້າງ, ປັບປຸງສາຍພົວພັນສາມັກຄີແບບພິເສດຫວຽດນາມ-ລາວ, ລາວ-ຫວຽດນາມ; ໃນນັ້ນມີທະຫານອາສາສະໝັກ ແລະຊ່ຽວຊານຫວຽດນາມ ທີ່ເຄື່ອນໄຫວຢູ່ລາວ ເປັນສັນຍາລັກອັນສູງສົ່ງ, ຄວາມສະໜິດຕິດພັນຢ່າງໝັ້ນແກ່ນຂອງນໍ້າໃຈສາມັກຄີແບບພິເສດ. ບັນດາຜູ້ແທນກໍ່ສະແດງຄວາມປາດຖະໜາຢາກສືບຕໍ່ຍູ້ແຮງບັນດາການເຄື່ອນໄຫວສຶກສາອົບຮົມມູນເຊື້ອ, ການຕອບບຸນແທນຄຸນບັນດານັກຮົບວິລະຊົນທີ່ເສຍສະຫຼະຊີວິດ, ຜູ້ມີຄຸນງາມຄວາມດີຕໍ່ການປະຕິວັດຂອງສອງປະເທດ, ໃນນັ້ນສືບຕໍ່ສົມທົບກັນປະຕິບັດການຊອກຫາ, ຂຸດເອົາ, ທ້ອນໂຮມອັດຖິທະຫານອາສາສະໝັກຫວຽດນາມ ທີ່ເສຍສະຫຼະຊີວິດໃນປາງສົງຄາມຢູ່ລາວ ກັບຄືນປະເທດເປັນຢ່າງດີ.

ໂດຍ: ທະນາພອນ