ຕອນເຊົ້າວັນທີ 22 ກໍລະກົດ, ມຸ່ງໄປເຖິງສະເຫຼີມສະຫຼອງ 72 ປີແຫ່ງວັນທະຫານເສຍອົງຄະ-ນັກຮົບເສຍສະຫຼະຊີວິດເພື່ອຊາດ (27-7-1947 / 27-7-2019) ຄະນະປະຕິບັດງານຂອງຄະນະພັກແຂວງ, ສະພາປະຊາຊົນ, ຄະນະກໍາມະການປະຊາຊົນ, ຄະນະກໍາມະການແນວໂຮມປະເທດຊາດແຂວງເງະອານ ນຳໂດຍທ່ານ ຫງວຽນຊວນເຊີນ ຮອງເລຂາຜູ້ປະຈໍາການພັກແຂວງ, ປະທານສະພາປະຊາຊົນແຂວງເງະອານ ໄປຖະຫວາຍທູບທຽນ, ດອກໄມ້ຢູ່ສຸສານນັກຮົບເສຍສະຫຼະຊີວິດເພື່ອຊາດສາກົນ ຫວຽດນາມ-ລາວ ແລະມອບຂອງຂວັນໃຫ້ແກ່ຜູ້ທີ່ມີຄຸນງາມຄວາມດີຢູ່ເມືອງແອງເຊີນ.

leftcenterrightdel
ຮ່ວມເດີນທາງມີທ່ານ ເລຮົ່ງວີງ, ຮອງປະທານຄະນະກໍາມະການປະຊາຊົນແຂວງ; ຜູ້ຕາງໜ້າຄະນະກໍາມະການແນວໂຮມປະເທດຊາດແຂວງ, ກອງບັນຊາການຕໍາຫຼວດແຂວງ, ກອງບັນຊາການທະຫານແຂວງ, ກອງບັນຊາການທະຫານຊາຍແດນແຂວງ, ບັນດາພະແນກ, ຂະແໜງການທີ່ກ່ຽວຂ້ອງຂອງແຂວງເງະອານ. ພາບ: baonghean.vn.
leftcenterrightdel
ຄະນະປະຕິບັດງານຖະຫວາຍທູບທຽນຢູ່ຫໍບູຊາປະທານໂຮ່ຈີມິນ ຢູ່ສຸສານນັກຮົບເສຍສະຫຼະຊີວິດເພື່ອຊາດສາກົນ ຫວຽດນາມ-ລາວ. ພາບ: baonghean.vn.
leftcenterrightdel
ຄະນະປະຕິບັດງານໄດ້ໄປຖະຫວາຍດອກໄມ້, ທູບທຽນອາໄລຫາຕໍ່ດວງວິນຍານບັນດານັກຮົບວິລະຊົນທີ່ໄດ້ເສຍສະຫຼະຊີວິດເພື່ອຊາດ ຢູ່ສຸສານນັກຮົບເສຍສະຫຼະຊີວິດເພື່ອຊາດສາກົນຫວຽດນາມ-ລາວ. ພາບ: baonghean.vn.
leftcenterrightdel
ສຸສານນັກຮົບເສຍສະຫຼະຊີວິດເພື່ອຊາດສາກົນ ຫວຽດນາມ-ລາວ ຕັ້ງຢູ່ໃຈກາງເມືອງແອງເຊີນ, ແມ່ນບ່ອນທ້ອນໂຮມອັດຖິທະຫານອາສາສະໝັກ ແລະຊ່ຽວຊານຫວຽດນາມ ທີ່ເສຍສະຫຼະຊີວິດໃນປາງສົງຄາມຢູ່ລາວກວ່າ 11.000 ຊຸດ. ພາບ: baonghean.vn.
leftcenterrightdel
ທ່ານ ຫງວຽນຊວນເຊີນ ແລະບັນດາສະມາຊິກໃນຄະນະປະຕິບັດງານຖະຫວາຍທູບທຽນສະແດງຄວາມຮູ້ບຸນຄຸນຕໍ່ບັນດານັກຮົບວິລະຊົນທີ່ໄດ້ເສຍສະຫຼະຊີວິດເພື່ອຊາດ. ພາບ: baonghean.vn.
leftcenterrightdel
ຕໍ່ຈາກນັ້ນ, ຄະນະໄດ້ໄປຢ້ຽມຢາມ ແລະມອບຂອງຂວັນໃຫ້ແກ່ແມ່ຫວຽດນາມວິລະຊົນ ວີທິກຸ໊ຍ (ເກີດປີ 1920) ຢູ່ບ້ານເກີ໊ມເລີ້ຍ, ຕາແສງເກີ໊ມເຊີນ (ແອງເຊີນ). ພາບ: baonghean.vn.
leftcenterrightdel
ມອບຂອງຂວັນໃຫ້ແກ່ທະຫານເສຍອົງຄະ ບຸ່ຍວັນມູ່ຍ (ທະຫານເສຍອົງຄະ 1/4) ຢູ່ບ້ານເກີ໊ມຮ່ວາ, ຕາແສງເກີ໊ມເຊີນ (ແອງເຊີນ). ພາບ: baonghean.vn.
leftcenterrightdel
ໂອກາດນີ້, ຕາງໜ້າການນໍາແຂວງເງະອານ, ທ່ານ ຫງວຽນຊວນເຊີນ ໄດ້ມອບຂອງຂວັນໃຫ້ຄະນະຄຸ້ມຄອງສຸສານນັກຮົບເສຍສະຫຼະຊີວິດສາກົນ ຫວຽດນາມ-ລາວ ຍ້ອນມີການປະກອບສ່ວນໃນການປ້ອງກັນ, ສ້ອມແປງ, ບົວລະບັດບັນດາຂຸມຝັງສົບ. ພາບ: baonghean.vn.

ໂດຍ: ເຈິ່ນຮວ່ຽນ