leftcenterrightdel
ຄະນະປະຕິບັດງານຖະຫວາຍທູບທຽນຢູ່ຫໍບູຊາປະທານໂຮ່ຈີມິນ. ພາບ: baonghean.vn.

ທ່ານນາງ ຕ່ອງທິຟ໋ອງ ພ້ອມກັບຄະນະປະຕິບັດງານໄດ້ໄປຖະຫວາຍທູບທຽນອາໄລຫາ, ສະແດງຄວາມຮູ້ບຸນຄຸນ ແລະເຄົາລົບນັບຖືຢ່າງເລິກເຊິ່ງຕໍ່ປະທານໂຮ່ຈີມິນ ຢູ່ຫໍບູຊາປະທານໂຮ່ຈີມິນ.

 

leftcenterrightdel

ທ່ານນາງ ຕ່ອງທິຟ໋ອງ ຖະຫວາຍທູບທຽນຢູ່ຫໍບູຊາປະທານໂຮ່ຈີມິນ. ພາບ: baonghean.vn.

ຕໍ່ຈາກນັ້ນ, ຄະນະໄດ້ໄປວາງພວງມາລາ, ຖະຫວາຍທູບທຽນອາໄລຫາບັນດານັກຮົບທີ່ເສຍສະຫຼະຊີວິດເພື່ອຊາດຢ່າງພິລະອາດຫານໃນການຕໍ່ສູ້, ເສຍສະຫຼະຊີວິດເພື່ອນໍ້າໃຈມິດຕະພາບສາກົນອັນສູງສົ່ງຢູ່ສະໜາມຮົບລາວ ທີ່ອະນຸສາວະລີບັນດານັກຮົບວິລະຊົນທີ່ເສຍສະຫຼະຊີວິດເພື່ອຊາດ.

leftcenterrightdel
ທ່ານນາງ ຕ່ອງທິຟ໋ອງ ແລະບັນດາຜູ້ແທນຖະຫວາຍທູບທຽນຕໍ່ດວງວິນຍານບັນດານັກຮົບທີ່ເສຍສະຫຼະຊີວິດເພື່ອຊາດຢູ່ສຸສານນັກຮົບເສຍສະຫຼະຊີວິດສາກົນຫວຽດນາມ-ລາວ. ພາບ: baonghean.vn.

ສຸສານນັກຮົບເສຍສະຫຼະຊີວິດສາກົນຫວຽດນາມ-ລາວ ມີເນື້ອທີ່ 6,8 ແຮັກຕາ, ເປັນບ່ອນທ້ອນໂຮມອັດຖິຂອງພະນັກງານ, ນັກຮົບອາສາສະໝັກ ແລະຊ່ຽວຊານການທະຫານຫວຽດນາມ ທີ່ເສຍສະຫຼະຊີວິດໃນປາງສົງຄາມຢູ່ລາວ 11.000 ຊຸດ.

ໂດຍ: ທະນາພອນ