leftcenterrightdel
ກໍາລັງປະກອບອາວຸດແຂວງສະຫວັນນະເຂດ, ປະເທດລາວ ໄດ້ຕອບບຸນແທນຄຸນວິລະຊົນນັກຮົບເສຍສະຫຼະຊີວິດເພື່ອຊາດແມ່ນທະຫານອາສາສະໝັກ ແລະຊ່ຽວຊານຫວຽດນາມ ທີ່ເສຍສະຫຼະຊີວິດເພື່ອຊາດ ຢູ່ ລາວ. ພາບ: ບ໋າວຮ່າ.

ກ່ອນໜ້ານັ້ນ, ຢູ່ເຂດນີ້, ກໍາລັງທີ່ກ່ຽວຂ້ອງກໍ່ໄດ້ຊອກຫາ, ຂຸດຄົ້ນ ແລະທ້ອນໂຮມອັດຖິນັກຮົບເສຍສະຫຼະຊີວິດເພື່ອຊາດໄດ້ 11 ຊຸດແລ້ວ. ວັນທີ 8 ພຶດສະພາ ຈະມາເຖິງ, ທາງແຂວງຈະຈັດຕັ້ງພິທີມອບ-ຮັບ, ໄວ້ອາໄລ  ອັດຖິນັກຮົບເສຍສະຫຼະຊີວິດເພື່ອຊາດແມ່ນທະຫານອາສາສະໝັັກ, ຊ່ຽວຊານຫວຽດນາມ ທີ່ໄດ້ເສຍສະຫຼະຊີວິດຢູ່ບໍລິເວນແຂວງສະຫວັັັັນນະເຂດ, ປະເທດລາວ ເຊິ່ງໄດ້ທ້ອນໂຮມໃນລະດູແລ້ງ 2018-2019 ກັບເມືອປົງໄວ້ຢູ່ສຸສານນັກຮົບເສຍສະຫຼະຊີວິດເພື່ອຊາດແຫ່ງຊາດທາງ 9. ນັບແຕ່ເດືອນ ຕຸລາ 2018 ມາຮອດປະຈຸບັນ, ກອງ 584 ທ້ອນໂຮມອັດຖິນັກຮົບເສຍສະຫຼະຊີວິດເພື່ອຊາດໄດ້ 26 ຊຸດ, ໃນນັ້ນມີ 17 ຊຸດ ແມ່ນຂອງທະຫານອາສາສະໝັກ, ຊ່ຽວຊານຫວຽດນາມ ທີ່ຕໍ່ສູ້, ເສຍສະຫຼະຊີວິດໃນສະໄໝຕ້ານ ຝະລັ່ງ ແລະ 9 ຊຸດແມ່ນໃນສະໄໝຕ້ານ ອາເມລິກາ.

ໂດຍ: ໄຊນີດາ