ເຈົ້າໜ້າທີ່ອາເມລິກາ, ຢູແກຼນ ຂຶ້ນແຜນການໃຫ້ແກ່ການພົບປະຄັ້ງຕໍ່ໄປຢູ່ ອາຣັບບິ ຊາອຸດິ
ວັນທີ 6 ມີນາ, ເມື່ອຕອບສຳພາດຕໍ່ວົງການນັກຂ່າວ, ທ່ານ Steve Witkoff ທູດພິເສດຂອງອາເມລິກາ ປະຈຳພາກຕາເວັນອອກກາງ ໃຫ້ຮູ້ວ່າ ບັນດາເຈົ້າໜ້າທີ່ອາເມລິກາ ແລະ ຢູແກຼນ ພວມຂຶ້ນແຜນການໃຫ້ແກ່ການພົບປະຄັ້ງຕໍ່ໄປ ຢູ່ Riyadh ຫຼື ນະຄອນ Jeddah ຂອງອາຣັບບິ ຊາອຸດິ ເພື່ອແນໃສ່ປຶກສາຫາລືເງື່ອນໄຂທີ່ຈຳເປັນໃຫ້ແກ່ຂໍ້ຕົກລົງຢຸດຍິງມຸ່ງໄປເຖິງການຢຸດຕິການປະທະກັນລະຫວ່າງ ລັດເຊຍ ແລະ ຢູແກຼນ.