COP30 ໄຂຂຶ້ນຢູ່ ບຣາຊິນ ໃນຄວາມມານະພະຍາຍາມປົກປັກຮັກສາດິນຟ້າອາກາດທົ່ວໂລກ
ກອງປະຊຸມຄັ້ງທີ 30 ບັນດາຝ່າຍເຂົ້າຮ່ວມສົນທິສັນຍາແມ່ຂອງ ສປຊ ກ່ຽວກັບການປ່ຽນແປງຂອງດິນຟ້າອາກາດ (COP30) ໄຂຂຶ້ນໃນວັນທີ 10 ພະຈິກ, ຕາມເວລາທ້ອງຖິ່ນ, ຢູ່ນະຄອນ Belem, ລັດ Para (ບຣາຊິນ), ພາຍຫຼັງທີ່ບັນດາປະເທດສະມາຊິກ ບັນລຸໄດ້ຄວາມເຫັນດີເຫັນພ້ອມຕໍ່ໂຄງການດຳເນີນງານ.