ອາເມລິກາ ຢັ້ງຢືນຂໍ້ມູນກ່ຽວກັບແຜນການສັນຕິພາບສຳລັບການປະທະກັນລະຫວ່າງ ລັດເຊຍ - ຢູແກຼນ
ວັນທີ 20 ພະຈິກ, ທ່ານນາງ Karoline Leavitt ເລຂາສື່ມວນຊົນທຳນຽບຂາວ ໄດ້ປະກາດຮ່າງແຜນການສັນຕິພາບຂອງອາເມລິກາ ໂດຍທ່ານປະທານາທິບໍດີອາເມລິກາ Donald Trump ສະໜັບສະໜູນ ແລະ ພວມໄດ້ເຈລະຈາກັບທັງລັດເຊຍ ແລະ ຢູແກຼນ, ເຊິ່ງຖືວ່າດີສຳລັບທັງສອງປະເທດ.
ທ່ານນາງ Karoline Leavitt ໃຫ້ຮູ້ວ່າ ຮ່າງແຜນການ ໂດຍທ່ານ Steve Witkoff ທູດພິເສດຂອງທ່ານປະທານາທິບໍດີອາເມລິກາ Trump ແລະ ທ່ານ Marco Rubio ລັດຖະມົນຕີການຕ່າງປະເທດອາເມລິກາ ສ້າງຂຶ້ນໃນເວລາ 1 ເດືອນ. ຮ່າງແຜນການ “ພວມໄດ້ຮັບການສົ່ງເສີມ ແລະອາດສາມາດປ່ຽນແປງ”. ປັດຈຸບັນ, ອາເມລິກາ ພວມມີບັນດາການແລກປ່ຽນຢ່າງຕັ້ງໜ້າກັບ ຢູແກຼນ ແລະ ລັດເຊຍ ເພື່ອຊອກຫາຄຳໝັ້ນສັນຍາຂອງບັນດາປະເທດນີ້ຢ່າງຈະແຈ້ງ.
ໃນວັນດຽວກັນ, ຫ້ອງວ່າການປະທານາທິບໍດີຢູແກຼນ ໄດ້ຢັ້ງຢືນວ່າ: ທ່ານ Zelensky ປະທານາທິບໍດີຢູແກຼນ ໄດ້ຮັບຮອງເອົາແຜນການສັນຕິພາບຂອງອາເມລິກາ ເພື່ອແນໃສ່ຟື້ນຟູວິວັດການທາງການທູດແນໃສ່ຢຸດຕິການປະທະກັນກັບລັດເຊຍ ແລ້ວ. ຫ້ອງວ່າການປະທານາທິບໍດີຢູແກຼນ ແຈ້ງວ່າທ່ານ Zelensky ຈະມີການແລກປ່ຽນກັບຄູ່ຕຳແໜ່ງທ່ານ Trump ໃນຊຸມວັນຈະມາເຖິງກ່ຽວກັບບັນດາຈຸດຫຼັກແຫຼ່ງ ເພື່ອບັນລຸໄດ້ສັນຕິພາບ.
ແຫຼ່ງຄັດຈາກ: vovworld.vn