ຢ່າງໜ້ອຍສຸດມີເດັກນ້ອຍ 67 ຄົນເສຍຊີວິດ ຍ້ອນການບຸກໂຈມຕີຂອງອິດສະຣາແອັນ ພາຍຫຼັງຄຳສັ່ງຢຸດຍິງຢູ່ ກາຊາ
ຕາມກອງທຶນສະຫະປະຊາຊາດເພື່ອເດັກ (UNICEF), ຢ່າງໜ້ອຍສຸດມີເດັກນ້ອຍ 67 ຄົນເສຍຊີວິດຍ້ອນການບຸກໂຈມຕີຂອງອິດສະຣາແອັນ, ນັບແຕ່ເມື່ອຄຳສັ່ງຢຸດຍິງມີຜົນສັກສິດໃນວັນທີ 10 ຕຸລາ.
ກ່າວຄຳເຫັນທີ່ກອງປະຊຸມຖະແຫຼງຂ່າວທີ່ ເຊີແນວ ໃນວັນທີ 21 ພະຈິກ, ທ່ານ Ricardo Pires, ໂຄສົກ UNICEF ໃຫ້ຮູ້ວ່າ ໄລ່ສະເລ່ຍແຕ່ລະມື້ມີເດັກນ້ອຍຢູ່ເຂດ ກາຊາ ເສຍຊີວິດ 2 ຄົນ ແລະ ຖືກຮັບບາດເຈັບນັບສິບຄົນ ນັບແຕ່ຄຳສັ່ງຢຸດຍິງມີຜົນສັກສິດ. ທ່ານ Ricardo Pires ເນັ້ນໜັກວ່າ, ເຖິງວ່າ UNICEF ພວມດຳເນີນບັນດາການເຄື່ອນໄຫວມະນຸດສະທຳທີ່ມີຂອບຂະໜາດໃຫຍ່ ຢູ່ກາຊາ, ແຕ່ການອຸປະຖຳທີ່ສົ່ງມາເຂດດິນແດນນີ້ຍັງໜ້ອຍທີ່ສຸດເມື່ອທຽບກັບຄວາມຕ້ອງການຕົວຈິງ.
ຕາມອົງການສາທາລະນະສຸກ ປາແລັດສະຕິນ ແລ້ວ, ນັບແຕ່ເມື່ອຄຳສັ່ງຢຸດຍິງມີຜົນສັກສິດ, ບັນດາການບຸກໂຈມຕີຂອງອິດສະຣາແອັນ ໄດ້ເຮັດໃຫ້ຊາວ ປາແລັດສະຕິນ 312 ຄົນເສຍຊີວິດ ແລະ 760 ຄົນຮັບບາດເຈັບ.
ແຫຼ່ງຄັດຈາກ: vovworld.vn