leftcenterrightdel
ນາຍທະຫານອາເມລິກາ ລາດຕະເວນຢູ່ແຂວງ  al-Hasakeh, ຊີຣີ. ພາບ: AFP

ຖະແຫຼງການຂອງກອງທັບອາເມລິກາ ໄດ້ຊີ້ແຈ້ງວ່າ ກຳລັງຂອງກອງບັນຊາການສູນກາງອາເມລິກາ ໄດ້ “ດຳເນີນການບຸກໂຈມຕີທາງອາກາດຢູ່ທາງທິດຕາເວັນຕົກສ່ຽງເໜືອ ຊີຣີ, ເຮັດໃຫ້ Wasim Tahsin Bayraqdar, ໜຶ່ງໃນບັນດາການນຳຂັ້ນສູງຂອງອົງການກໍ່ການຮ້າຍ Hurras al – Din ເສຍຊີວິດ”. ອົງການຕິດຕາມສິດທິມະນຸດ ຊີຣີ ທີ່ມີສຳນັກງານຕັ້ງຢູ່ ອັງກິດ ໃຫ້ຮູ້ວ່າ ການບຸກໂຈມຕີໄດ້ປະຕິບັດດ້ວຍເຮືອບິນບໍ່ມີຄົນຂັບແນໃສ່ລົດໂອໂຕຄັນໜຶ່ງເຮັດໃຫ້ Bayraqdar ເສຍຊີວິດ. ນີ້ແມ່ນບັ້ນບຸກໂຈມຕີຫຼ້າສຸດຂອງອາເມລິກາ ໃນປີ ເພື່ອແນໃສ່ກຸ່ມດັ່ງກ່າວຢູ່ ຊີຣີ.

ແຫຼ່ງຄັດຈາກ: vovworld.vn