leftcenterrightdel
ທ່ານນາຍົກລັດຖະມົນຕີຍີ່ປຸ່ນ Shigeru Ishiba. ພາບ:  Kyodo

ນີ້ແມ່ນການນຳຕ່າງປະເທດຜູ້ທີສອງ ທີ່ໄດ້ຕ້ອນຮັບຢູ່ທຳນຽບຂາວ ນັບແຕ່ເວລາທ່ານ Donald Trump ຮັບດຳລົງຕຳແໜ່ງປະທານາທິບໍດີ ອາເມລິກາ, ພາຍຫຼັງຕ້ອນຮັບທ່ານນາຍົກລັດຖະມົນຕີອິດສະລາແອັນ Benjamin Netanyahu. ກ່າວຄຳເຫັນຕໍ່ວົງການນັກຂ່າວທີ່ສະໜາມບິນສາກົນ Haneda ຢູ່ນະຄອນຫຼວງ ໂຕກຽວ ກ່ອນທີ່ຈະເດີນທາງໄປຍັງອາເມລິກາ, ທ່ານນາຍົກລັດຖະມົນຕີ Ishiba ເນັ້ນໜັກວ່າ ນີ້ແມ່ນການພົບປະສຸດຍອດຄັ້ງທຳອິດກັບທ່ານປະທານາທິບໍດີຄົນໃໝ່ຂອງອາເມລິກາ ແລະ ທ່ານຈະມານະພະຍາຍາມສ້າງການພົວພັນທີ່ມີຄວາມໄວ້ເນື້ອເຊື່ອໃຈເຊິ່ງກັນ ແລະກັນ. ທ່ານຫວັງວ່າ ຍີ່ປຸ່ນ ແລະອາເມລິກາ ຈະຮ່ວມມືກັນຢ່າງແຮງກ່ວາອີກໃນບັນດາບັນຫາດ້ານເສດຖະກິດ ແລະຄວາມໝັ້ນຄົງໃນຂອບເຂດພາກພື້ນມະຫາສະມຸດອິນເດຍ - ປາຊີຟິກ ເສລີ ແລະເປີດກວ້າງ, ກໍ່ຄືເພີ່ມທະວີການຮ່ວມມືເພື່ອການພັດທະນາ ແລະ ສັນຕິພາບຢູ່ພາກພື້ນນີ້ ແລະ ໃນທົ່ວໂລກ.

ແຫຼ່ງຄັດຈາກ: vovworld.vn