ນີ້ແມ່ນການເດີນທາງໄປປະຕິບັດງານຢູ່ຕ່າງປະເທດຄັ້ງທຳອິດ ຂອງທ່ານAhmed Al-Sharaa ພາຍຫຼັງໄດ້ຮັບດຳລົງຕຳແໜ່ງເປັນປະທານາທິບໍດີຊົ່ວຄາວຂອງ ຊີຣີ ໃນວັນທີ 29 ມັງກອນ. ການຢ້ຽມຢາມຄາດວ່າແກ່ຍາວເປັນສອງວັນ, ເພື່ອແນໃສ່ຊຸກຍູ້ການພົວພັນລະຫວ່າງສອງປະເທດ.
ເດື່ອນກ່ອນ, ທ່ານຢັ້ງຢືນວ່າ ອາຣັບບິ ຊາອຸດິ ສວມບົດບາດໃຫຍ່ໃນອະນາຄົດຂອງຊີຣີ, ພ້ອມທັງຊີ້ໃຫ້ເຫັນບັນດາກາລະໂອກາດລົງທຶນໃຫ້ແກ່ທຸກປະເທດບ້ານໃກ້ເຮືອນຄຽງ. ອະທິດກ່ອນ, ທ່ານ Faisal bin Farhan ລັດຖະມົນຕີການຕ່າງປະເທດອາຣັບບິ ຊາອຸດິດ ໄດ້ໄປຢ້ຽມຢາມຊີຣີ ໂດຍໃຫ້ຮູ້ວ່າ ຈະໜູນຊ່ວຍປະເທດນີ້ໃນການຍົກອອກບັນດາຄຳສັ່ງລົງໂທດສາກົນ, ທີ່ໄດ້ຈັດວາງໃສ່ພາຍໃນອາຍຸການທ່ານປະທານາທິບໍດີຊີີຣີ Bashar Al-Assad ກຳອຳນາດ.
ແຫຼ່ງຄັດຈາກ: vovworld.vn
Type the code from the image