ວິກິດການຢູ່ທະເລແດງ ພວມເຮັດໃຫ້ເພີ່ມລາຍຈ່າຍການຂົນສົ່ງໃນທົ່ວໂລກເພີ່ມຂຶ້ນ 141%
ທະນາຄານໂລກ (WB) ຫາກໍ່ຍົກອອກບົດລາຍງານຫວ່າງມໍ່ໆມານີ້ມີຫົວຂໍ້ວ່າ “ວິກິດການຢູ່ເຂດທະເລແດງນັບມື້ນັບຮ້າຍແຮງ: ຜົນກະທົບ ແລະແງ່ຫວັງ”, ໂດຍໃຫ້ຮູ້ວ່າ ບັນດາການບຸກໂຈມຕີແນໃສ່ກຳປັ່ນການຄ້າຢູ່ເຂດທະເລແດງ, ເຊິ່ງເປັນເສັ້ນທາງສຳຄັນສຳລັບເກືອບ 1/3 ຈຳນວນຕູ້ຄອນເທນເນີ ທົ່ວໂລກ, ໄດ້ກໍ່ຄວາມຂາດວັກຂາດຕອນຢ່າງຮ້າຍແຮງໃຫ້ແກ່ການເຄື່ອນໄຫວໃນການເດີນເຮືອຢູ່ທະເລໃນພາກພື້ນ ແລະທົ່ວໂລກ.
ຕາມບົດລາຍງານຂອງ WB ແລ້ວ, ໄລ່ຮອດທ້າຍປີ 2024, ພາຍຫຼັງປະມານ 1 ປີ ເມື່ອວິກິດການເກີດຂຶ້ນ, ຈຳນວນກຳປັ່ນເດີນຜ່ານຄອງ Suez ຂອງ ອີຢິບ ແລະຊ່ອງແຄບ Bab El-Mandeb, ຖືກຫຼຸດລົງຢ່າງແຮງ ¾, ບັງຄັບໃຫ້ບັນດາກຳປັ່ນຕ້ອງເດີນອ້ອມເຂດ Cape of Good Hope ຂອງ ອາຟະລິກາ. ສິ່ງດັ່ງກ່າວເຮັດໃຫ້ລາຍຈ່າຍການຂົນສົ່ງທົ່ວໂລກເພີ່ມຂຶ້ນ 141% ເມື່ອທຽບໃສ່ໄລຍະກ່ອນເກີດວິກິດການ.
ແຫຼ່ງຄັດຈາກ: vovworld.vn