ຕາມ Reuters, ກອງປະຊຸມໂດຍທ່ານ Emmanuel Macron ປະທານາທິບໍດີ ຝລັ່ງ ແລະທ່ານ Narendra Modi ນາຍົກລັດຖະມົນຕີ ອິນເດຍ ເປັນປະທານຮ່ວມ, ດ້ວຍການເຂົ້າຮ່ວມຂອງຜູ້ແທນຈຳນວນ 1.500 ຄົນ ແມ່ນບັນດາການນຳໂລກ, ບັນດານັກວິທະຍາສາດ ແລະຜູ້ທີ່ມີອິດທິພົນຊື່ສຽງໃນຂົງເຂດເຕັກໂນໂລຢີ. ກອງປະຊຸມເພື່ອແນໃສ່ເປົ້າໝາຍ “ສ້າງແຜນທີ່” ຄຸ້ມຄອງ AI ໃນທົ່ວໂລກ, ຊຸກຍູ້ບັນດາແນວຄວາມຄິດກ່ຽວກັບການພັດທະນາ ແລະນຳໃຊ້ AI ຢ່າງມີຄຸນສົມບັດ, ເຂົ້າເຖິງໄດ້ງ່າຍ ແລະປະຢັດກວ່າ, ພ້ອມທັງຮັກສາຖານະບົດບາດຂອງ ເອີລົບ ໃນການແຂ່ງຂັນ AI ທົ່ວໂລກ. ບັນດາຜູ້ແທນຈະສຸມໃສ່ປຶກສາຫາລືກ່ຽວກັບ AI ຕາມ 5 ຫົວຂໍ້ຫຼັກ: AI ຮັບໃຊ້ຜົນປະໂຫຍດສາທາລະນະ; ອະນາຄົດວຽກເຮັດງານທຳ; ປ່ຽນແປງໃໝ່ ແລະວັດທະນະທຳ; AI ໜ້າໄວ້ເນື້ອເຊື່ອໃຈ; ບໍລິຫານ AI ທົ່ວໂລກ.

ໃນການສຳພາດຢູ່ຊ່ອງໂທລະພາບ France 2, ວັນທີ 9 ກຸມພາ, ທ່ານ Macron ປະທານາທິບໍດີ ຝລັ່ງ ໃຫ້ຮູ້ວ່າ “ໂລກພວມປະເຊີນໜ້າກັບການປະຕິວັດເຕັກໂນໂລຢີ ແລະວິທະຍາສາດທີ່ຫາຍາກ. ຝລັ່ງ ແລະເອີລົບ ຕ້ອງກຳແໜ້ນ ກາລະໂອກາດຍ້ອນວ່າ AI ຈະນໍາເອົາບັນດາການປ່ຽນແປງໃຫຍ່ທີ່ສຸດຊ່ວຍຄົນເຮົາດໍາລົງຊີວິດດີກວ່າ, ຮໍ່າຮຽນດີກວ່າ ແລະໄດ້ເບິ່ງແຍງດູແລດີກວ່າ. ເພາະສະນັ້ນ, ພວກເຮົາຕ້ອງນຳ AI ເຂົ້າໃນການຮັບໃຊ້ຄົນ”. ທ່ານປະທານາທິບໍດີ Macron ຢັ້ງຢືນວ່າ ຝລັ່ງ ຈະ “ເລັ່ງຄວາມໄວ” ໃນການຄົ້ນຄວ້າ ແລະພັດທະນາ AI ດ້ວຍບ້ວງເງິນລົງທຶນຂຶ້ນເຖິງ 109 ຕື້ euro ໃນຊຸມປີຈະມາເຖິງ. ທ່ານປະທານາທິບໍດີ ຝລັ່ງ ຖືວ່າ ປະເທດນີ້ຕ້ອງກໍາແໜ້ນໃຫ້ໄດ້ “ສັງກາດກ້າວໜ້າໃໝ່” ເພື່ອຢັ້ງຢືນຄວາມສາມາດ ແລະບໍ່ຂຶ້ນກັບປະເທດອື່ນ.

leftcenterrightdel
ບັນດາຜູ້ແທນເຕົ້າໂຮມຢູ່  Grand Palais, ນະຄອນຫຼວງ ປາຣີ, ຝລັ່ງ, ວັນທີ 10 ກຸມພາ ເພື່ອເຂົ້າຮ່ວມກອງປະຊຸມສຸດຍອດ AI. ພາບ: AP

ການພັດທະນາຢ່າງວ່ອງໄວຂອງ AI ໄດ້ເຮັດໃຫ້ຫຼາຍປະເທດ, ອົງການຈັດຕັ້ງ ບຸລິມະສິດລົງທຶນເຂົ້າເຕັກໂນໂລຢີນີ້, ແຕ່ບັນດາຄວາມສ່ຽງກ່ຽວກັບຈັນຍາບັນ ແລະຄວາມໝັ້ນຄົງກໍ່ນັບມື້ນັບສະແດງອອດຢ່າງຈະແຈ້ງ. ໃນສະພາບການນີ້, ວັນທີ 2 ກຸມພາ ຜ່ານມາ, ບັນດາຂໍ້ກຳນົດທຳອິດຂອງກົດໝາຍວ່າດ້ວຍປັນຍາປະດິດ (AI Act) ຂອງສະຫະພາບເອີລົບ (ອີຢູ) ມີຜົນສັກສິດຢ່າງເປັນທາງການ, ເປັນຂີດໝາຍບາດລ້ຽວສໍາຄັນໃນການຄຸ້ມຄອງ ແລະກຳນົດອະນາຄົດຂອງຂະແໜງເຕັກໂນໂລຢີ AI. ຕາມ Reuters ແລ້ວ, ການນໍາ ອີຢູ ບາງຄົນ, ລວມທັງທ່ານປະທານາທິບໍດີ Macron, ຫວັງວ່າ ກົດໝາຍສະບັບໃໝ່ຈະໄດ້ໝູນໃຊ້ຢ່າງມີໄຫວພິບ ເພື່ອຊ່ວຍໃຫ້ບັນດາບໍລິສັດເລີ່ມທຸລະກິດເອີລົບ ເຂົ້າຮ່ວມການແຂ່ງຂັນເຕັກໂນໂລຢີຢ່າງທັນທີ. ທ່ານປະທານາທິບໍດີ Macron ໃຫ້ຂໍ້ສັງເກດວ່າ “ຈະແມ່ນສິ່ງທີ່ອັນຕະລາຍຖ້າວ່າບໍ່ມີລະບຽບຫຼັກການ, ແຕ່ວ່າກໍ່ບໍ່ແມ່ນສິ່ງທີ່ດີຖ້າວ່າ ເອີລົບວາງອອກລະບຽບຫຼັກການຫຼາຍເກີນໄປ”.

ໜ້າສົນໃຈ, ທີ່ກອງປະຊຸມສຸດຍອດຢູ່ ປາຣີ, ບັນດາຄຳຮຽກຮ້ອງຄວບຄຸມ AI ໄດ້ຫຼຸດລົງຢ່າງເຫັນໄດ້ຊັດເມື່ອທຽບໃສ່ກອງປະຊຸມຄ້າຍຄືກັນທີ່ໄດ້ດຳເນີນກ່ອນໜ້ານີ້ຢູ່ ອັງກິດ ແລະ ສ. ເກົາຫຼີ. ພາຍຫຼັງທີ່ທ່ານປະທານາທິບໍດີອາເມລິກາ Donald Trump ຍົກເລິກບັນດາຂໍ້ກຳນົດຄວບຄຸມ AI ທີ່ໄດ້ປະກາດໃຊ້ໃນສະໄໝອຳນາດການປົກຄອງຂອງປະທານາທິບໍດີ Joe Biden ເພື່ອຊຸກຍູ້ຄວາມສາມາດແກ່ງແຍ້ງຂອງ ອາເມລິກາ, ບັນດາປະເທດ ອີຢູ ປະສົບກັບຄວາມດັນໃນການຫຼຸດຜ່ອນການຄວບຄຸມບັນດາບໍລິສັດ AI ຂອງຕົນ. ເລື່ອງບໍລິສັດເລີ່ມທຸລະກິດ DeepSeek  ຂອງ ຈີນ ສະເໜີຕົວ chatbot AI ໃໝ່ທີ່ມີລາຄາຖືກ ແລະປະສິດທິຜົນສູງນັ້ນຍິ່ງສ້າງຄວາມດັນໃຫ້ ອາເມລິກາ ແລະເອີລົບ ໃນການຊ່ວງເສັງເຕັກໂນໂລຢີໃໝ່ເພື່ອຮັກສາຖານະບົດບາດຂອງຕົນ.

ຜູ້ອຳນວຍການບໍລິຫານຂອງ Google Deepmind, Demis Hassabis ໃຫ້ຮູ້ວ່າ “ຂ້າພະເຈົ້າ ຄິດວ່າສິ່ງສໍາຄັນແມ່ນຕ້ອງຄຸ້ມຄອງ AI, ແຕ່ວ່າສິ່ງສໍາຄັນອື່ນອີກແມ່ນຕ້ອງມີຂໍ້ກຳນົດຢ່າງຖືກຕ້ອງ. ສິ່ງນີ້ແມ່ນຍາກທີ່ສຸດ, ເຊິ່ງເຕັກໂນໂລຢີນີ້ເອງຍັງບໍ່ທັນໄດ້ເຂົ້າໃຈຢ່າງຄົບຖ້ວນ, ໃນຂະນະພັດທະນາໄວທີ່ສຸດ. ແລະບັນດາຂໍ້ກຳນົດກໍ່ຕ້ອງມີລັກສະນະສາກົນຍ້ອນວ່າ AI ຈະສົ່ງຜົນສະທ້ອນເຖິງທຸກປະເທດ ແລະຍ້ອນເຫດນັ້ນຕ້ອງມີການຮ່ວມມືສາກົນປິ່ນອ້ອມບັນຫານີ້. ນັ້ນແມ່ນເຫດຜົນທີ່ວ່າເປັນຫຍັງບັນດາກອງປະຊຸມສຸດຍອດຄືແນວນີ້ສວມບົດບາດສຳຄັນ”.

ຕາມແຜນການ, ວາລະປະຊຸມຄົບຄະນະຂອງກອງປະຊຸມຄັ້ງນີ້ ຈະໄດ້ດຳເນີນໃນວັນທີ 11 ກຸມພາ, ພາຍໃຕ້ການເປັນປະທານຂອງທ່ານປະທານາທິບໍດີ Macron ແລະທ່ານ Modi ນາຍົກລັດຖະມົນຕີ ອິນເດຍ, ພ້ອມກັບການເຂົ້າຮ່ວມຂອງທ່ານ JD Vance ຮອງປະທານາທິບໍດີອາເມລິກາ, ທ່ານ ເຈືອງກວກແທັງ ຮອງນາຍົກລັດຖະມົນຕີ ຈີນ, ເຈົ້າໜ້າທີ່ທີ່ມາຈາກບັນດາປະເທດມະຫາອຳນາດ ໃນຂົງເຂດ AI ກໍ່ຄືການນຳຂອງຫຼາຍປະເທດ ແລະບັນດາບໍລິສັດເຕັກໂນໂລຢີໃຫຍ່. ຄາດຄະເນວ່າ ວາລະປະຊຸມຄົບຄະນະ ຈະປຶກສາຫາລືກ່ຽວກັບຄວາມຕ້ອງການພະລັງງານໃຫຍ່ທີ່ສຸດຮັບໃຊ້ການພັດທະນາ AI ແລະການພັດທະນາເຕັກໂນໂລຢີ AI ຢູ່ບັນດາປະເທດພວມພັດທະນາ.

ໃນການກ່າວຄຳເຫັນ, ທູດພິເສດ AI ຂອງທ່ານປະທານາທິບໍດີ Macron, ທ່ານ Anne Bouverot ສະແດງຄວາມເຊື່ອໝັ້ນວ່າ ກອງປະຊຸມ AI ຄັ້ງນີ້ ຈະນໍາມາເຊິ່ງ “ບາດລ້ຽວ” ເພື່ອດຶງດູດຫຼາຍປະເທດເຂົ້າຮ່ວມວິວັດທະນາການພັດທະນາ AI ກ່ວາອີກ, ຕາມປົກກະຕິພັດທະນາຢ່າງແຮງຢູ່ບາງພື້ນຖານເສດຖະກິດກ້າວໜ້າ.

ໂດຍ: ແສງເດືອນ