leftcenterrightdel
ເທດສະບານ Khiyam, ລີບັງ ພາຍຫຼັງບັ້ນບຸກໂຈມຕີທາງອາກາດຂອງວັນທີ 30 ກັນຍາ. ພາບ: ສໍານັກຂ່າວສານຫວຽດນາມ

ຕາມກະຊວງສາທາລະນະສຸກສາທາລະນະລີບັງ ແລ້ວ, ເຫດບຸກໂຈມຕີທາງອາກາດນີ້ໄດ້ເຮັດໃຫ້ມີຜູ້ເສຍຊີວິດຢ່າງໜ້ອຍສຸດ 5 ຄົນ ແລະ 11 ຄົນໄດ້ຮັບບາດເຈັບ, ເຊິ່ງກ່ອນໜ້ານັ້ນ, ອິດສະຣາແອັນ ກໍໄດ້ດຳເນີນບັ້ນບຸກໂຈມຕີທາງອາກາດເລັ່ງໃນເຂດ Haret Hreik ຢູ່ເຂດຊານເມືອງທາງທິດໃຕ້ Beirut. ກອງທັບອິດສະຣາແອັນ ໄດ້ຮຽກຮ້ອງໃຫ້ປະຊາຊົນຢູ່ເຂດດັ່ງກ່າວຕ້ອງຍົກຍ້າຍໄປຍັງບ່ອນປອດໄພພາຍຫຼັງທີ່ຖະແຫຼງວ່າ ຈະຜັນຂະຫຍາຍບັ້ນບຸກໂຈມຕີຄັ້ງຕ່າງໆເລັ່ງໃສ່ຮາກຖານຂອງກຳລັງ ເຮໂບລາ ຢູ່ ລີບັງ ຕື່ມອີກ.

ຕອນຄ່ຳວັນທີ 2 ຕຸລາ, ທ່ານ Najib Mikati ນາຍົກລັດຖະມົນຕີຊົ່ວຄາວລີບັງ ໄດ້ກ່າວຫາບັນດາບັ້ນບຸກໂຈມຕີຂອງ ອິດສະຣາແອັນ ເລັ່ງໃສ່ປະເທດນີ້ເຮັດໃຫ້ປະຊາຊົນ 1,2 ລ້ານຄົນ ຕ້ອງໄປລີ້ໄພ. ທ່ານຮຽກຮ້ອງໃຫ້ປະຕິບັດຄຳສັ່ງຢຸດຍິງລະຫວ່າງກອງທັບ ອິດສະຣາແອັນ ແລະ ເຮໂບລາ, ຢຸດຕິການນອງເລືອດ ແລະ ການມ້າງພັງປະເທດລີບັງ ໃນທັນທີ.

ແຫຼ່ງຄັດຈາກ: vovworld.vn