ຜູ້ຮັບເຄາະຮ້າຍສ່ວນຫລາຍແມ່ນສາມັນຊົນ, ໃນນັ້ນມີເດັກນ້ອຍ, ແມ່ຍິງ ແລະພະນັກງານກູ້ໄພກູ້ຊີບເປັນຈຳນວນຫຼາຍ. ຕໍ່ຫນ້າສະພາບຕົວຈິງດັ່ງກ່າວ, ລັດຖະບານ ລີບັງ ໄດ້ອັດປະຕູໂຮງຮຽນທັງໝົດຢູ່ເຂດພາກໃຕ້ຂອງປະເທດນີ້ໃນວັນທີ 23-24 ກັນຍາ ເພື່ອແນໃສ່ຮັບປະກັນຄວາມປອດໄພໃຫ້ແກ່ນັກຮຽນ ແລະຄູອາຈານ.

leftcenterrightdel
ສະຖານທີ່ຖືກອິດສະລາແອັນ ບຸກໂຈມຕີ ຢູ່ລີບັງ. ພາບ: Reuters

ປະຕິກິລິຍາກ່ຽວກັບເຈດຈຳນົງບຸກໂຈມຕີດ້ວຍທະຫານບົກຂອງ ອິດສະຣາແອນ ເຂົ້າ ລີບັງ, ເຈົ້າຫນ້າທີ່ຂັ້ນສູງຂຶ້ນກັບກະຊວງການຕ່າງປະເທດ ອາເມລິກາ ຢັ້ງຢືນວ່າ: ວໍຊິງຕັນ ຄັດຄ້ານແຜນການດັ່ງກ່າວ ເພາະຖືວ່າ ມັນບໍ່ຊ່ວຍຫລຸດຜ່ອນຄວາມເຄັ່ງຕຶງຢູ່ເຂດນີ້. ທ່ານ Najib Mikati ຜູ້ຮັກສາການນາຍົກລັດຖະມົນຕີຂອງລີບັງ ໄດ້ຮຽກຮ້ອງ ສະຫະປະຊາຊາດ ແລະບັນດາປະເທດ ຈົ່ງສະກັດກັ້ນ ອິດສະຣາແອນ ທຳລາຍບັນດາໝູ່ບ້ານ ແລະ ເທດສະບານຂອງ ລີບັງ.

ກ່າວຄຳເຫັນທີ່ການຖະແຫລງຂ່າວ ເມື່ອພວມເຂົ້າຮ່ວມກອງປະຊຸມຄັ້ງທີ 79 ຂອງສະມັດຊາໃຫຍ່ ສປຊ ຢູ່ ອາເມລິກາ, ທ່ານປະທານາທິບໍດີ ອີຣານ Masoud Pezeshkian ກ່າວປະນາມ ເລື່ອງ ອິດສະຣາແອນ ຊອກຫາວິທີການເປີດກວ້າງການປະທະກັນ. ໃນຂະນະນັ້ນ ທ່ານນາຍົກລັດຖະມົນຕີ ອີຣານ Mohammed Shia al-Sudani ຮຽກຮ້ອງຈັດຕັ້ງການປະຊຸມດ່ວນຂອງບັນດາປະເທດ ອາຣັບ ຢູ່ນອກກອງປະຊຸມຂອງສະມັດຊາໃຫຍ່ ສປຊ.

ແຫຼ່ງຄັດຈາກ: vovworld.vn