ເນື່ອງໃນໂອກາດສະເຫຼີມສະຫຼອງ 134 ປີແຫ່ງວັນຄ້າຍວັນເກີດປະທານ ໂຮ່ຈີມິນ (ວັນທີ 19 ພຶດສະພາ 1890 – ວັນທີ 19 ພຶດສະພາ 2024), ປອ Sun Wenbin,  ຫົວໜ້າສູນຮຽບຮຽງປື້ມປະຫວັດສາດ ຮົ່ງກົງ, ໃຫ້ຮູ້ວ່າ: ພາຍໃຕ້ບົດບາດເປັນຜູ້ຮັບຜິດຊອບຄະນະທິດຕາເວັນອອກສາກົນຂອງ ພັກກອມມູນິດ, ປະທານ ໂຮ່ຈີມິນ ໄດ້ຮັບໜ້າທີ່ໄປ ຮົ່ງກົງ ເພື່ອຊີ້ນຳ ກອງປະຊຸມໂຮມ 3 ອົງການພັກກອມມູນິດ ຢູ່ພາຍໃນປະເທດ ຂອງ ຫວຽດນາມ ແມ່ນ: ພັກກອມມູນິດ ອິນດູຈີນ, ພັກກອມມູນິດ ອານນາມ, ສະຫະພັນພັກກອມມູນິດ ອິນດູຈີນ ເປັນໜຶ່ງດຽວ. ເລື່ອງຄັດເລືອກຈຸດເວລາສ້າງຕັ້ງພັກກອມມູນິດ ຫວຽດນາມ ໃນວັນທີ 3 ກຸມພາ 1930, ໄດ້ຮັບຖືວ່າ ແມ່ນການຕັດສິນທີ່ສະຫຼາດສ່ອງໃສ.

leftcenterrightdel
ທ່ານນາງ Sharon Zhang. ພາບ: ສໍານັກຂ່າວສານຫວຽດນາມ

ໃນຂະນະນັ້ນ, ທ່ານນາງ Sharon Zhang ຜູ້ຊ່ວຍວຽກຮຽບຮຽງສູນຮຽບຮຽງປື້ມປະຫວັດສາດ ຮົ່ງກົງ ຕີລາຄາວ່າ, ເຫດການກອງປະຊຸມໂຮມບັນດາອົງການຈັດຕັ້ງພັກຢູ່ພາຍໃນປະເທດເປັນໜຶ່ງດຽວ ໃຫ້ກາຍເປັນພັກກອມມູນິດ ຫວຽດນາມ ໃນວັນທີ 3 ກຸມພາ 1930 ມີຄວາມໝາຍສຳຄັນທີ່ສຸດຕໍ່ຂະບວນການປະຕິວັດ, ກໍ່ຄືພາລະກິດຕໍ່ສູ້ປົດປ່ອຍຊາດຂອງຊາດ ຫວຽດນາມ.

leftcenterrightdel
ນັກປະຫວັດສາດ ອັງກິດ John Callow. ພາບ: ສໍານັກຂ່າວສານຫວຽດນາມ

ໃນການແລກປ່ຽນກັບນັກຂ່າວ, ນັກປະຫວັດສາດ ອັງກິດ John Callow ໃຫ້ຂໍ້ສັງເກດວ່າ, ຍາກທີ່ຂາດຄິດໄດ້ພາລະກິດປົດປ່ອຍຊາດ ຫຼືເສັ້ນທາງເອກະລາດຂອງຊາດຫວຽດນາມ ທີ່ບໍ່ມີການມີໜ້າ ແລະຂີດໝາຍສ່ວນຕົວຂອງປະທານ ໂຮ່ຈີມິນ. ທ່ານຖືວ່າ, ປະທານ ໂຮ່ຈີມິນ ໄດ້ເຕົ້າໂຮມຄຸນນະທາດຂອງຜູ້ຮັກຊາດຢ່າງຄົບຖ້ວນ, ນັກປະຕິວັດ, ນັກຮຽນຮູ້, ນັກກະວີ, ນັກການເມືອງ, ນັກທິດສະດີ ແລະ ຜູ້ເດີນຕາມລັດທິ ມາກ ຍິ່ງໃຫຍ່. ຕາມທ່ານ John Callow ແລ້ວ, ປະຈຸບັນ, ຫວຽດນາມ ພວມປ່ຽນແປງ ແລະ ພວມພົ້ນເດັ່ນຂຶ້ນບົນເວທີສາກົນ. ທ່ານເຊື່ອໝັ້ນວ່າ, ການປະດິດຄິດສ້າງ, ມີໄຫວພິບຂອງແນວຄິດປະທານ ໂຮ່ຈີມິນ, ການອຸທິດສ່ວນທີ່ໃຫຍ່ຫຼວງຂອງເພີ່ນ ຈະສືບຕໍ່ແມ່ນແປວໄຟສ້າງອະນາຄົດຂອງຫວຽດນາມ ບົນເສັ້ນທາງພັດທະນາ ເພື່ອຜົນປະໂຫຍດຂອງປະຊາຊົນຫວຽດນາມ.

ໂດຍ: ກວຽດເຕິມ