ກ່່າວຄຳເຫັນທີ່ເຫດການໜຶ່ງຈັດຂຶ້ນ ຢູ່ນະຄອນຫຼວງນິວເດລີ (ປະເທດອິນເດຍ), ທ່ານເລຂາທິການໃຫຍ່ Antonio Guterres ເນັ້ນໜັກວ່າ ວິກິດການດ້ານພູມອາກາດພວມ ນັບມື້ນັບໜັກໜ່ວງ, ແຕ່ປະຈຸບັນຍັງຂາດບັນດາຄວາມມານະພະຍາຍາມລວມໝູ່ທີ່ເຕັມໄປດ້ວຍຄວາມມັກໃຫຍ່ໄຜ່ສູງ ແລະ ຮີບດ່ວນ ເພື່ອຮັບມືກັບສະພາບການນີ້.

leftcenterrightdel
ທ່ານ Antonio Guterres ເລຂາທິການໃຫຍ່ ສປຊ. ພາບ: ສໍານັກຂ່າວສານຫວຽດນາມ

ປະຈຸບັນ, G20 ໄດ້ປ່ອຍ 80% ປະລິມານອາດພິດໃນທົ່ວໂລກ. ທ່ານ ເລຂາທິການໃຫຍ່ Guterres ຮຽກຮ້ອງໃຫ້ G20  ໃຫ້ຄຳໝັ້ນສັນຍາຢືດໝັ້ນ ເປົ້າໝາຍຂອງສັນຍາປາຣີ ກ່ຽວກັບການປ່ຽນແປງຂອງດິນຟ້າອາກາດ, ຕາມນັ້ນແລ້ວ, ໄດ້ຈຳກັດລະດັບເພ່ີ່ມອຸນຫະພຸມສະເລ່ຍທົ່ວໂລກຕໍ່າກ່ວາ 1,5 ອົງສາ C ເມື່ອທຽບໃສ່ໄລຍະກ່ອນສະໄໝອຸດສາຫະກຳ. ທ່ານກໍ່ຮຽກຮ້ອງບັນດາການນຳ G20 ຮັບປະກັນການຮັກສາບ້ວງງົບປະມານໜ້ອຍສຸດແມ່ນ 500 ຕື້ໂດລາສະຫະລັດ ໃນແຕ່ລະປີເພື່ອຊຸກຍູ້ບັນດາມາດຕະການເໝາະສົມກັບບັນດາເປົ້າໝາຍພັດທະນາແບບຍືນຍົງ. ທ່ານ Guterres ກໍ່ເນັ້ນໜັກຄວາມຈຳເປັນຕ້ອງມີກົນໄກແກ້ໄຂໜີ້ຢ່າງມີປະສິດທິຜົນ, ຕໍ່ກຳນົດເວລາໃຫ້ການກູ້ຢຶມ ແລະຈັດວາງອັດຕາດອກເບ້ຍຕ່ຳກ່ວາ ເພື່ອໜູນຊ່ວຍບັນດາປະເທດທຸກຍາກກ່ວາຮັບມືກັບກັບການປ່ຽນແປງຂອງດິນຟ້າອາກາດ ແລະການພັດທະນາແບບຍືນຍົງ.

ແຫຼ່ງຄັດຈາກ: vovworld.vn