ການປະທະກັນ ຢູ່ຊູດັງ: ຫຼາຍປະເທດໄດ້ອົບພະຍົບພົນລະເມືອງອອກໂດຍດ່ວນ
ໃນສະພາບການປະທະກັນ ຢູ່ຊູດັງ ທີ່ໄດ້ປິນຂັ້ນໄດ, ຫຼາຍປະເທດສືບຕໍ່ວຽກງານອົບພະຍົບພົນລະເມືອງຂອງຕົນອອກ. ວັນທີ 24 ເມສາ, ກະຊວງການຕ່າງປະເທດຝະລັ່ງ ໃຫ້ຮູ້ ໄດ້ປິດປະຕູຊົ່ວຄາວສະຖານທູດຝະລັ່ງ ຢູ່ນະຄອນຫຼວງ Khortoum ຂອງປະເທດ ຊູດັງ ຈົນກ່ວາຈະມີແຈ້ງການໃໝ່. ກ່ອນໜ້ານັ້ນ, ຕອນບ່າຍວັນທີ 23 ເມສາ, ສຳນັກຂ່າວສານ Bloomberg ໄດ້ໃຫ້ຂ່າວວ່າ: ສະຖານທູດ ຝະລັ່ງ ປະຈຳ Khortoum ຖືກບຸກໂຈມຕີ.
ໃນວັນດຽວກັນ, ທ່ານ John Kirby, ໂຄສົກຂອງທຳນຽບຂາວ ໃຫ້ຮູ້ວ່າ: ອາເມລິກາ ໄດ້ຜັນຂະຫຍາຍກຳລັງທະຫານເຮືອ ຢູ່ນະຄອນ Port Sudan ໃນທະເລແດງຕື່ມອີກ ເຊິ່ງຫ່າງຈາກ ນະຄອນຫຼວງ Khortoum ປະມານ 850 ກມ, ເພື່ອໜູນຊ່ວຍນຳພົນລະເມືອງອາເມລິກາ ຢູ່ຊູດັງ ກັບເມືອ ປະເທດ, ແຕ່ວຽກງານອົບພະຍົບຈະບໍ່ດຳເນີນໃນຂອບຂະໜາດໃຫຍ່.
    |
 |
ພົນລະເມືອງຕ່າງປະເທດ ໄດ້ຂຶ້ນຍົນອອກຈາກ ຊູດັງ. ພາບ: ສໍານັກຂ່າວສານຫວຽດນາມ |
ວັນທີ 24 ເມສາ, ທ່ານນາງ ໝາວໜິງ, ໂຄສົກການຕ່າງປະເທດຈີນ ໃຫ້ຮູ້ວ່າ: ປະເທດນີ້ໄດ້ອົບພະຍົບພົນລະເມືອງຄັ້ງທຳອິດໄປຍັງບັນດາປະເທດບ້ານໃກ້ເຮືອນຄຽງຂອງ ຊູດັງ. ໃນຂະນະນັ້ນ, ບັນດາເຈົ້າໜ້າທີ່ Nigeria ໃຫ້ຮູ້ວ່າ: ປະເທດນີ້ຈະປະຕິບັດແຜນການອົບພະຍົບພົນລະເມືອງ Nigeria ເກືອບ 3.500 ຄົນອອກຈາກ ຊູດັງ. ໃນຂະນະນັ້ນ, Kenya ໄດ້ຊຸກຍູ້ຄວາມມານະພະຍາຍາມນຳສົ່ງພົນລະເມືອງຂອງປະເທດຕົນອອກຈາກ ນະຄອນຫຼວງ Khortoum ດ້ວຍທາງການບິນ ແລະທາງບົກ. ສ່ວນປະເທດ Uganda ແລະ ສ ເກົາຫຼີ ກໍ່ໄດ້ນຳສົ່ງພົນລະເມືອງຂອງປະເທດຕົນອອກຈາກຊູດັງ ເຊັ່ນດຽວກັນ.
ວັນທີ 24 ເມສາ, ທ່ານ Antonio Guterres, ເລຂາທິການໃຫຍ່ ສປຊ ກ່າວເຕືອນກ່ຽວກັບໄພຄວາມສ່ຽງການປະທະກັນທີ່ເພີ່ມຂຶ້ນຢູ່ ຊູດັງ ອາດຈະ “ທຳລາຍພາກພື້ນນີ້ຢ່າງສົມບູນ”.
ແຫຼ່ງຄັດຈາກ: vovworld.vn