ຕາມກະຊວງປ້ອງກັນປະເທດ ສ.ເກົາຫຼີ ແລ້ວ, ແຜນການດັ່ງກ່າວໄດ້ສ້າງຂຶ້ນເພື່ອເພີ່ມທະວີຄວາມຜູກພັນລະຫວ່າງສອງປະເທດສຳພັນທະມິດ, ສະແດງທ່າໄດ້ປຽບທາງດ້ານເຕັກໂນໂລຢີຂອງສອງກຳລັງກອງທັບ. ຄາດວ່າ, ສອງປະເທດ ຈະລະດົມອຸປະກອນການທະຫານເຕັກໂນໂລຢີສູງ ເພື່ອແນໃສ່ຢັ້ງຢືນກຳລັງແຮງທາງດ້ານອາວຸດ ແລະ ຄວາມສາມາດຈັດສົ່ງກຳລັງຂອງສຳພັນທະມິດ.

ແຫຼ່ງຄັດຈາກ: vovworld.vn