ທ່ານ Janez Lenarcic ກຳມະການຮັບຜິດຊອບການອຸປະຖຳມະນຸດສະທຳ ແລະແກ້ໄຂວິກິດການຂອງອີຢູ ໄດ້ເນັ້ນໜັກວ່າ ປີ 2021, ອີຢູ ໄດ້ຢັ້ງຢືນຄືນໃໝ່ ຕໍ່ການສະໜິດຕິດພັນກັບ Sahel ແລະ ຄວາມສຳຄັນຂອງສາຍພົວພັນຄູ່ຮ່ວມມືກັບພາກພື້ນນີ້. ການອຸປະຖຳມະນຸດສະທຳເພີ່ມເຕີມໃຫ້ແກ່ພາກພື້ນໄດ້ພິສູດໃຫ້ເຫັນຄວາມປາດຖະໜາຂອງອີຢູ ແມ່ນຢາກຊ່ວຍຕອບສະໜອງບັນດາຄວາມຕ້ອງການທີ່ນັບມື້ນັບເພີ່ມຂຶ້ນ ກໍ່ຄືການຂາດດຸນງົບປະມານຢູ່ Burkina Faso, Mali, Mauritania ແລະ Niger ແລະ ສະໜອງເງິນໜູນຊ່ວຍໃຫ້ ປະຊາຊົນ ທີ່ມີຄວາມສ່ຽງຢູ່ Sahel.

ແຫຼ່ງຄັດຈາກ: vovworld.vn