leftcenterrightdel
ພາບປະກອບຄັດຈາກ: THX/ສໍານັກຂ່າວສານຫວຽດນາມ.

ປະຊາກອນໂລກກວ່າ 50% ບໍ່ໄດ້ຮັບການອຸປະກາລະສັງຄົມ, ນັບທັງເມື່ອໂລກລະບາດໂຄວິດ-19 ໄດ້ຊຸກຍູ້ລັດຖະບານປະເທດຕ່າງໆຕ້ອງໜູນຊ່ວຍຫຼາຍກວ່າໃຫ້ແກ່ ປຊຊ. ນັ້ນແມ່ນຂໍ້ສະຫຼຸບໂດຍອົງການແຮງງານສາກົນ (ILO) ສັງກັດ ສປຊ ໄດ້ຍົກອອກມາເມື່ອວັນທີ 1 ກັນຍາ ໃນບົດລາຍງານກ່ຽວກັບສະພາບການອຸປະກາລະສັງຄົມໃນທົ່ວໂລກ.

ຕາມ ILO ແລ້ວ, ປະຈຸບັນ, ໂລກມີ ປຊຊ 4.1 ຕື້ຄົນບໍ່ໄດ້ຮັບບໍ່ວ່າຮູບການອຸປະກາລະສັງຄົມໃດໜຶ່ງລວມທັງການສຳຜັດກັບການເບິ່ງແຍງດູແລສຸຂະພາບ ແລະ ຮັບປະກັນລາຍຮັບ, ບັນດາວິທີການໜູນຊ່ວຍໃຫ້ຜູ້ມີອາຍຸສູງ, ການຫວ່າງງານ, ເຈັບເປັນ…. ບົດລາຍງານຂອງອົງການນີ້ໃຫ້ເຫັນວ່າໃນປີ 2020, ມີປະຊາກອນທົ່ວໂລກພຽງ 46,9% ໄດ້ຊົມໃຊ້ຢ່າງໜ້ອຍສຸດແມ່ນ 1 ໃນຈຳນວນບັນດາວິທີການດັ່ງກ່າວເທົ່ານັ້ນ.

ແຫຼ່ງຄັດຈາກ: vovworld.vn