ວົງການເຈົ້າໜ້າທີ່ສະຫະພາບເອີລົບ (ອີຢູ) ແລະກອງທຶນເງິນຕາສາກົນ (IMF) ຊົມເຊີຍຄຳໝັ້ນສັນຍາລວມໝູ່ຂອງການນຳບັນດາປະເທດ ຈີ20 ໃນການຮັບມືກັບພະຍາດໂຄວິດ-19 ແລະບັນດາສິ່ງທ້າທາຍທາງດ້ານເສດຖະກິດ ຍ້ອນໂລກລະບາດກໍ່ຂຶ້ນ. ໃນຖະແຫຼງການພາຍຫຼັງກອງປະຊຸມສຸດຍອດ ຈີ 20 ສິ້ນສຸດລົງ, ທ່ານ Kristalina Georgieva ຜູ້ອໍານວຍການ IMF ຕີລາຄາສູງຕໍ່ເລື່ອງບັນດາປະເທດ ຈີ 20 ໄດ້ປະຕິບັດບັນດາພຶດຕິກໍາທີ່ບໍ່ເຄີຍມີມາກ່ອນເພື່ອຫຼຸດຜ່ອນຜົນກະທົບຂອງພະຍາດໂຄວິດ-19, ໃນນັ້ນມີບັນດາມາດຕະການດ້ານການເງິນ, ເງິນຕາ, ຊ່ວຍສະກັດກັ້ນຄວາມສ່ຽງລົ້ມລະລາຍ ແລະວິກິດການຢ່າງຮ້າຍແຮງກວ່າ.
    |
 |
ກອງປະຊຸມສຸດຍອດທາງໄກກຸ່ມບັນດາພື້ນຖານເສດຖະກິດພັດທະນາ ແລະຫາກໍ່ພົ້ນເດັ່ນແຖວໜ້າໃນໂລກ ຈີ 20 ໂດຍປະເທດອາຣັບບີ ຊາອຸດິດ ເປັນເຈົ້າພາບຈັດຕັ້ງ. ພາບ: ຊວນຟອງ. |
ພະມະຫາກະສັດ Salman bin Abdulaziz Al Saud ແຫ່ງ ອາຣັບບີ ຊາອຸດິດ, ປະເທດເຈົ້າພາບຈັດກອງປະຊຸມໃຫ້ຮູ້ວ່າ ກອງປະຊຸມໄດ້ຮັບຮອງເອົາບັນດານະໂຍບາຍສຳຄັນເພື່ອແນໃສ່ບັນລຸການຟື້ນຟູຮອບດ້ານໃຫ້ພື້ນຖານເສດຖະກິດມີຄວາມສາມາດຟື້ນຟູ, ຍືນຍົງ, ກວມລວມ ແລະສົມດູນ. ບັນດານະໂຍບາຍນີ້ກໍ່ຈະຮັກສາກຳລັງໜູນເພື່ອເຮັດໃຫ້ລະບົບການຄ້າທົ່ວໂລກເຄື່ອນໄຫວເພື່ອປະຊາຊົນໝົດທຸກຄົນ ແລະສ້າງເງື່ອນໄຂເພື່ອບັນລຸການເຕີບໂຕແບບຍືນຍົງ.
ໃນເນື້ອໃນທີ່ໄດ້ເອົາລົງໃນສື່ສັງຄົມອອນລາຍ Twitter, ທ່ານນາງ Ursula von der Leyen ປະທານຄະນະກໍາມະການເອີລົບ ໄດ້ຂຽນວ່າ “ພວກຂ້າພະເຈົ້າເຫັນດີເປັນເອກະສັນຕໍ່ຄວາມຈຳເປັນຕ້ອງຮ່ວມມືຫຼາຍຝ່າຍ, ສາມັກຄີ ແລະມີການກະທຳທົ່ວໂລກເພື່ອແນໃສ່ກໍ່ສ້າງອະນາຄົດໃຫ້ດີງາມກວ່າ”. ທ່ານນາງ Ursula von der Leyen ໄດ້ຊົມເຊີຍຂໍ້ລິເລີ່ມຂອງ ຈີ 20 ກ່ຽວກັບການໂຈະການຊໍາລະໜີ້ໃຫ້ບັນດາປະເທດທຸກຍາກທີ່ສຸດໃນໂລກ ແລະຕໍ່ເວລາຂໍ້ລິເລີ່ມນີ້ໄປຮອດເດືອນມິຖຸນາ 2021.
ສ່ວນທ່ານ Charles Michel ປະທານສະພາເອີລົບ ເນັ້ນໜັກວ່າ ອົງການອານາໄມໂລກ (WHO) ຕ້ອງຮັກສາຖານະທີ່ຕັ້ງເປັນເສົາຄ້ໍາສົມທົບກັນທົ່ວໂລກເພື່ອຮັບມືກັບພາວະສຸກເສີນດ້ານສາທາລະນະສຸກ. ທ່ານ Charles Michel ຮຽກຮ້ອງໃຫ້ທຸກປະເທດກໍ່ຄືບັນດາສຳນັກງານ ແລະອົງການຈັດຕັ້ງຂອງສະຫະປະຊາຊາດ, ພິເສດແມ່ນ WHO, ເຈລະຈາເພື່ອຮັບຮອງເອົາສັນຍາທົ່ວໂລກວ່າດ້ວຍໂລກລະບາດ, ຖືວ່າສັນຍາສະບັບນີ້ອາດຈະຊ່ວຍໂລກມີປະຕິກິລິຍາໄວກວ່າ ແລະຄົບຊຸດກວ່າ ກໍ່ຄືສະກັດກັ້ນຄວາມສ່ຽງໂລກລະບາດປະເພດຕ່າງໆທີ່ຈະເກີດຂຶ້ນໃນອະນາຄົດ.
ສ່ວນທ່ານນາງ Georgieva ເນັ້ນໜັກວ່າ ໂລກຍັງບໍ່ທັນຜ່ານຜ່າວິກິດການ, ຜູ້ອຳນວຍການ IMF ສະເໜີໃຫ້ການນໍາບັນດາປະເທດ ຈີ 20 ຮັກສານະໂຍບາຍເສດຖະກິດມະຫາພາກສໍາລັບບັນດາວິສາຫະກິດ ແລະຜູ້ອອກແຮງງານຈົນຮອດບັນດາປະເທດຫຼຸດພົ້ນອອກຈາກວິກິດການດ້ານການແພດນີ້. ທ່ານນາງ Georgieva ເນັ້ນໜັກວ່າ ບັນດາປະເທດຕ້ອງກະກຽມແຜນການຊຸກຍູ້ພື້ນຖານໂຄງລ່າງສີຂຽວ, ຄົບຊຸດ ແລະຫັນເປັນດີຈີຕອນເພື່ອກະຕຸ້ນການເຕີບໂຕ, ຈຳກັດຜົນກະທົບຢ່າງຮ້າຍແຮງ ແລະບັນລຸບັນດາເປົ້າໝາຍກ່ຽວກັບດິນຟ້າອາກາດ.
ທ່ານນາງ Georgieva ຮຽກຮ້ອງໃຫ້ການນໍາບັນດາປະເທດ ຈີ 20 ຟື້ນຕົວລະບົບການຄ້າສາກົນ ແລະເພີ່ມທະວີລະບົບພາສີທົ່ວໂລກ ກໍ່ຄືຊຸກຍູ້ການຫັນປ່ຽນມາເປັນ “ພື້ນຖານເສດຖະກິດດິນຟ້າອາກາດໃໝ່”, ຕາມນັ້ນແລ້ວ, ທັງບັນລຸໄດ້ການເຕີບໂຕທັງປາສະຈາກໄດ້ບັນດາຄວາມສ່ຽງຍ້ອນການປ່ຽນແປງຂອງດິນຟ້າອາກາດ. ກ່ຽວກັບບັນຫາວັກຊິນກັນພະຍາດໂຄວິດ-19 ໃນອະນາຄົດ, ທ່ານນາງ Georgieva ເຕືອນວ່າ ບັນດາປະເທດຕ້ອງຮັບປະກັນໃຫ້ວັກຊິກໄດ້ຈຳໜ່າຍໄປທົ່ວທຸກແຫ່ງຫົນ ແລະທຸກເປົ້າໝາຍ. ຕາມຖະແຫຼງການຮ່ວມ ເຊິ່ງໄດ້ຮັບຮອງເອົາທີ່ກອງປະຊຸມ, ການນຳບັນດາປະເທດ ຈີ 20 ໃຫ້ຄໍາໝັ້ນສັນຍາວ່າຈະ “ມານະພະຍາຍາມຈົນສຸດຄວາມສາມາດຂອງຕົນ” ເພື່ອຮັບປະກັນວິວັດການຈຳໜ່າຍວັກຊິນກັນພະຍາດໂຄວິດ-19 ປະເພດຕ່າງໆໃນໂລກໃຫ້ມີຄວາມສະເໝີພາບ, ກໍ່ຄືໜູນຊ່ວຍພື້ນຖານເສດຖະກິດຂອງບັນດາປະເທດທຸກຍາກທີ່ຖືກຜົນສະທ້ອນຢ່າງໜັກໜ່ວງຈາກໂລກລະບາດໃນທົ່ວໂລກ.
ສິ້ນສຸດກອງປະຊຸມ, ພະມະຫາກະສັດ Salman bin Abdulaziz Al Saud ແຫ່ງ ອາຣັບບີ ຊາອຸດິດ ໄດ້ມອບຕຳແໜ່ງປະທານໝູນວຽນ ຈີ 20 ໃຫ້ອີຕາລີ ເປັນປະເທດເຈົ້າພາບຈັດກອງປະຊຸມສຸດຍອດຂອງກຸ່ມນີ້ໃນປີໜ້າ. ທ່ານ Giuseppe Conte ນາຍົກລັດຖະມົນຕີອີຕາລີ ທີ່ກອງປະຊຸມທາງໄກຢັ້ງຢືນວ່າ ໃນຖານະຕຳແໜ່ງເປັນປະທານ ຈີ 20 ໃນປີ 2021, ອີຕາລີ ຈະສຸມໃສ່ເຂົ້າໃນ 3 ເສົາຄ້ຳ “ຄົນ, ໜ່ວຍໂລກ ແລະວັດທະນາຖາວອນ” ເພື່ອກໍ່ສ້າງອະນາຄົດແບບຍືນຍົງ. ອີຕາລີ ກໍ່ວາງອອກບັນດາເປົ້າໝາຍໄລຍະກາງ ແລະໄລຍະຍາວ, ໃນນັ້ນສຸມໃສ່ຟື້ນຟູຄວາມສົມດູນລະຫວ່າງຄົນ ແລະທຳມະຊາດ; ມອບສິດໃຫ້ແມ່ຍິງ; ແກ້ໄຂບັນຫາອຶດຫິວທຸກຍາກ, ຂາດຄວາມສະເໝີພາບທັງແບບເກົ່າ ແລະແບບໃໝ່; ຕ້ານການປ່ຽນແປງຂອງດິນຟ້າອາກາດ; ໝູນໃຊ້ບັນດາກາລະໂອກາດໃຫຍ່ຈາກການຫັນເປັນດີຈີຕອນນຳມາໃຫ້ ແລະປັບປຸງລະບົບການຄ້າທົ່ວໂລກ.
ໂດຍ: ສົມເພັດ