leftcenterrightdel
ທ່ານ Joe Biden ປະທານາທິບໍດີ ອາເມລິກາ ຄົນໃໝ່. ພາບ: Sky

ໃນ​ໂອກາດ​ນີ້ ທ່ານນາງ ​ອັງ​ເກ​ລາ ແມຣ​ເຄີລ, ນາຍົກລັດຖະມົນຕີເຢຍລະ​ມັນ ​ໄດ້​ສົ່ງ​ຂໍ້ຄວາມ​ຜ່ານ​ທາງ​ທະວິ​ດ​ເຕີ (Twitter) ສະ​ແດງ​ຄວາມ​ຍິນ​ດີຕໍ່​ຜົນສຳ​ເລັດ​ໃນ​ຄັ້ງນີ້ ​ເພື່ອ​ກ້າວ​ໄປ​ສູ່​ມິດຕະພາບຂ້າມ​ມະຫາ​ສະມຸດ​ອັດ​ລັງ​ຕິກ (Atlantic)​ ໄດ້ຫາກ​ທັງ​ສອງ​ຝ່າຍ​ຕ້ອງການ​ເອົາ​ຊະນະ​ຄວາມ​ທ້າ​ທາຍຍິ່ງ​ໃຫຍ່​ໃນ​ຍຸກ​ນີ້. ສ່ວນ​ທ່ານ ​ເອມາ​ນູ​ແອ​ລ ມາຄຣົງ ປະທານາທິບໍດີຝຣັ່ງ ສະ​ແດງ​ຄວາມ​ຍິນ​ດີກັບທ່ານ ​ໂຈ ​ໄບ​ເດນ ​ແລະທ່ານນາງ ຄາ​ມາລາ ​ແຮຣິສ ວ່າມີ​ພາລະກິດຫລາຍ​ຢ່າງ​ທີ່​ຕ້ອງ​ເຮັດ​ຮ່ວມ​ກັນ​ເພື່ອ​ເອົາ​ໄຊຊະນະ​ຄວາມ​ທ້າ​ທາຍໃນ​ປັດຈຸບັນ. ຂະນະ​ທີ່ນາຍົກລັດຖະມົນຕີອຽກລັງ, ​ເກຣັກ ​ແລະອີຣັກ ຍ້ອງຍໍທ່ານ​ ໂຈ ​ໄບ​ເດນ ວ່າ​ເປັນ​ມິດ​ແທ້ຂອງ​ປະ​ເທດ​ເຊັ່ນ​ດຽວ​ກັນ​ກັບທ່ານ ​ເບ​ນຈາ​ມິນ ​ເນ​ທັນ​ຢາ​ຮູ, ນາຍົກລັດຖະມົນຕີອິດສະຣາ​ແອນ ​ເອີ້ນທ່ານ ​ໂຈ ​ໄບ​ເດນ ວ່າ ​ເປັນ​ມິດ​ທີ່​ຍິ່ງ​ໃຫຍ່​ຂອງ​ປະ​ເທດ. ສຳລັບຜູ້ນຳ​ທາງ​ອາຊີ​, ​ເປັນຕົ້ນທ່ານ ​ໂຈ​ໂກ ວີ​ໂດ​ໂດ, ປະທານາທິບໍດີອິນ​ໂດ​ເນ​ເຊຍ ລະບຸ​ວ່າ: ການ​ທີ່ ສ.ອາ​ເມ​ລິ​ກາ ມີ​ຜູ້​ອອກ​ມາ​ໃຊ້​ສິດ​ມະຫາສານສະ​ແດງ​ໃຫ້​ເຫັນ​​ເຖິງ​ຄວາມ​ຫວັງທີ່​ຝາກ​ໄວ້​ກັບ​ປະຊາທິປະ​ໄຕ ​ແລະທ່ານ ​ໂຢຊິ​ຮິ​ເດະ ຊູ​ງະ, ນາຍົກລັດຖະມົນຕີຍີ່ປຸ່ນ ສະ​ແດງ​ຄວາມ​ຫວັງ​ເລື່ອງເສີມສ້າງພັນທະ​ມິດ​ສອງ​ປະ​ເທດ​ເພື່ອ​ຮັບປະກັນ ​ສັນຕິພາບ ເສລີພາບ ​ແລະຄວາມ​ຈະ​ເລີ​ນຮຸ່ງ​ເຮືອງ​ໃນ​ພາກ​ພື້ນ-ປາຊີ​ຟິກ. ນອກ​ນີ້ ທ່ານ  ມູນ ​ແຈ​ອິນ, ປະທານາທິບໍດີ ສ.​ເກົາຫລີ ​ໄດ້​ເນັ້ນ​ເຖິງ​ຄວາມ​ເປັນ​ພັນທະ​ມິດ ​ແລະສາຍສຳພັນ​ຂອງ​ສອງ​ປະ​ເທດ​ຢ່າງ​ເຂັ້ມ​ແຂງ, ສ່ວນປະທານ​ທທິບໍດີອາ​ຟະ​ກາ​ນິດ​ສະຖານ ​ແລະນີ​ເຊຣີ ຫວັງ​ຈະ​ຮັດ​ແໜ້ນ​ການ​ຮ່ວມ​ມື​ຫລາຍ​ດ້ານ ​ໂດຍ​ສະ​ເພາະການ​ປາບ​ປາມ​ການກໍ່​ການ​ຮ້າຍ ​ແລະຜູ້ນຳປະ​ເທດອື່ນໆ​ອີກຫວັງ​ເສີມ​ສ້າງ​ຄວາມ​ສຳພັນ​ການ​ຮ່ວມ​ມື​ກັບຜູ້ນຳ ​ສ.ອາ​ເມ​ລິ​ກາ​ ຄົນ​ໃໝ່​ໃຫ້​ກວ້າງຂວາງ​ຍິ່ງ​ຂຶ້ນ​ໃນ​ຕໍ່ໜ້າ.

ເນື້ອໃນ: ຂປລ