ກ່າວຄຳເຫັນທີ່ພິທີໄຂເຫດການ, ທ່ານ Santo Darmosumarto, ເອກອັກຄະລັດຖະທູດ ອິນໂດເນເຊຍ ປະຈຳ ກໍາປູເຈຍ ໃຫ້ຮູ້ວ່າ ງານຕະຫຼາດນັດອາຊຽນ Bazaar ປີ 2024 ແມ່ນກິດຈະກຳແນໃສ່ປັບປຸງ, ເພີ່ມທະວີສາຍພົວພັນລະຫວ່າງພະນັກງານ, ພາລະກອນ ແລະຄອບຄົວສະຖານທູດຂອງບັນດາປະເທດອາຊຽນ ປະຈໍາ ກໍາປູເຈຍ, ກໍ່ຄື: ບາງກະຊວງ, ຂະແໜງການຂອງປະເທດເຈົ້າພາບ, ຄື: ກະຊວງການຕ່າງປະເທດ, ກະຊວງທ່ອງທ່ຽວ, ກະຊວງການຄ້າ, ນະຄອນຫຼວງພະນົມເປັນ...

leftcenterrightdel
ເອກອັກຄະລັດຖະທູດບັນດາປະເທດສະມາຊິກອາຊຽນ ປະຈໍາ ກໍາປູເຈຍ ປະຕິບັດພິທີໄຂງານຕະຫຼາດນັດວັດທະນະທໍາ ແລະອາຫານການກິນ Bazaar ອາຊຽນ. ພາບ: ສໍານັກຂ່າວສານຫວຽດນາມ

ກ່າວຄຳເຫັນທີ່ເຫດການ, ທ່ານ  Sok Chenda Sophea ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ແລະການຮ່ວມມືສາກົນກໍາປູເຈຍ ຊີ້ແຈ້ງວ່າ ງານຕະຫຼາດນັດອາຊຽນ Bazaar ປີ 2024 ແມ່ນໂອກາດທີ່ດີເພື່ອໃຫ້ບັນດາປະເທດສະມາຊິກໂຄສະນາຜະລິດຕະພັນທີ່ມີຄຸນນະພາບສູງ, ພ້ອມກັບສີມືແຮງງານຫັດຖະກຳຂອງອາຊຽນ, ຍົກສູງຄວາມຮັບຮູ້ຂອງປະຊາຄົມ, ເພີ່ມທະວີການແລກປ່ຽນກ່ຽວກັບວັດທະນະທໍາ, ມໍລະດົກ ແລະອາຫານການກິນທີ່ຫຼາກຫຼາຍຂອງບັນດາປະເທດໃນກຸ່ມ. ນີ້ກໍ່ແມ່ນກາລະໂອກາດຊຸກຍູ້ນໍ້າໃຈໄມຕີຈິດມິດຕະພາບ ແລະການຮ່ວມມືພາຍໃນອາຊຽນ, ພ້ອມທັງຮັບຊົມຜະລິດຕະພັນດ້ານວັດທະນະທໍາ, ການສະແດງສິລະປະ, ເພີ່ມທະວີຄວາມເຂົ້າໃຈ ແລະຄວາມເຄົາລົບເຊິ່ງກັນ ແລະກັນ.

ສ່ວນທ່ານ ຫງວຽນຮຸຍຕັງ ເອກອັກຄະລັດຖະທູດຫວຽດນາມ ປະຈໍາ ກໍາປູເຈຍ ຖືວ່າ ເຫດການນີ້ແມ່ນກາລະໂອກາດເພື່ອໃຫ້ບັນດາປະເທດອາຊຽນ ສາມາດແນະນຳບັນດາຜະລິດຕະພັນດ້ານວັດທະນະທໍາໃຫ້ແກ່ກັນ,  ພົບປະແລກປ່ຽນສິລະປະລະຫວ່າງບັນດາປະເທດ, ທ່ານເອກອັກຄະລັດຖະທູດ ຫງວຽນຮຸຍຕັງ ຢັ້ງຢືນວ່າ ງານຕະຫຼາດນັດຄັ້ງນີ້ກໍ່ແມ່ນກາລະໂອກາດເພື່ອໃຫ້ສະຖານທູດ ອາຊຽນ ປະຈໍາ ກໍາປູເຈຍ, ກໍ່ຄືບັນດາປະເທດໃນກຸ່ມເວົ້າລວມ ເພີ່ມທະວີການພົວພັນມິດຕະພາບ ແລະການຮ່ວມມືເພື່ອ “ອາຊຽນ-ວິໄສທັດດຽວ, ສີສັນດຽວ, ປະຊາຄົມດຽວ”.

ໂດຍ: ເຈິ່ນຮວ່ຽນ