ທີ່ກອງປະຊຸມ, ທ່ານຮອງລັດຖະມົນຕີ ໂດຮຸ່ງຫວຽດ ສະເໜີ ອົດສະຕາລີ ສືບຕໍ່ສະໜັບສະໜູນບົດບາດໃຈກາງຂອງອາຊຽນ ໃນໂຄງປະກອບພາກພື້ນ, ສະໜັບສະໜູນຫຼັກການຂອງອາຊຽນ ກ່ຽວກັບທະເລຕາເວັນອອກ, ກໍ່ຄືມານະພະຍາຍາມປະຕິບັດຖະແຫຼງການວ່າດ້ວຍການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ (DOC) ຢ່າງຄົບຖ້ວນ ແລະມີປະສິດທິຜົນ ແລະສ້າງກົດແຫ່ງການປະພຶດຢູ່ທະເລຕາເວັນອອກ (COC) ໃຫ້ແທດຈິງ, ມີປະສິດທິຜົນ, ສອດຄ່ອງກັບກົດໝາຍສາກົນ, ໃນນັ້ນມີ UNCLOS 1982 ໂດຍໄວ.

leftcenterrightdel
ທ່ານຮອງລັດຖະມົນຕີການຕ່າງປະເທດ ໂດຮຸ່ງຫວຽດ, ຫົວໜ້າ SOM ອາຊຽນຂອງຫວຽດນາມ ກ່າວຄໍາເຫັນ. ພາບ: ສໍານັກຂ່າວສານຫວຽດນາມ

ຕາງໜ້າອາຊຽນ ກ່າວຄວາມເຫັນກ່ຽວກັບການພັດທະນາອະນຸພາກພື້ນ ແລະຂໍ້ລິເລີ່ມເຊື່ອມໂຍງອາຊຽນ (IAI), ທ່ານຮອງລັດຖະມົນຕີ ໂດຮຸ່ງຫວຽດ ເນັ້ນໜັກເຖິງຄວາມສຳຄັນຂອງການຮ່ວມມືຮັດແຄບຊ່ອງຫວ່າງພັດທະນາ ແລະພັດທະນາອະນຸພາກພື້ນໃນຄວາມມານະພະຍາຍາມສ້າງປະຊາຄົມອາຊຽນ; ຕີລາຄາສູງບັນດາໝາກຜົນທີ່ບັນລຸໄດ້ໃນຂົງເຂດນີ້, ເປັນຕົ້ນແມ່ນການຮ່ວມມື, ໜູນຊ່ວຍຂອງອົດສະຕາລີ ທີ່ສະຫງວນໃຫ້ບັນດາປະເທດອາຊຽນ ຜັນຂະຫຍາຍ IAI ແລະໃຫ້ແກ່ການພັດທະນາອະນຸພາກພື້ນແມ່ນໍ້າຂອງ ແລະສະເໜີບັນດາມາດຕະການເພື່ອຊຸກຍູ້ການຮ່ວມມືໃນບັນດາຂົງເຂດນີ້ໃນໄລຍະຈະມາເຖິງ, ໃນນັ້ນສະເໜີວ່າ ອົດສະຕາລີ ສ້າງກົນໄກຮ່ວມມືເພື່ອສົມທົບແຫຼ່ງກຳລັງ ແລະເພີ່ມທະວີປະສິດທິຜົນການຮ່ວມມືລະຫວ່າງອົດສະຕາລີ ແລະບັນດາປະເທດອະນຸພາກພື້ນແມ່ນໍ້າຂອງ.

leftcenterrightdel
ຫົວໜ້າຄະນະບັນດາປະເທດອາຊຽນ ແລະອົດສະຕາລີ ຖ່າຍຮູບລວມ. ພາບ: ສໍານັກຂ່າວສານຫວຽດນາມ

ສອງຝ່າຍເຫັນດີເປັນເອກະພາບສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນເພື່ອຈັດຕັ້ງກອງປະຊຸມສຸດຍອດພິເສດ ອາຊຽນ-ອົດສະຕາລີ ໃນຕົ້ນເດືອນມີນາ ຢູ່ນະຄອນ Melbourne ໃຫ້ປະສົບຜົນສໍາເລັດ, ແນໃສ່ເຊີດຊູຜົນງານແຫ່ງການພົວພັນໃນ 50 ປີຜ່ານມາ, ພ້ອມທັງກໍານົດທິດທາງ ແລະສ້າງກຳລັງໜູນໃຫ້ແກ່ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ອາຊຽນ-ອົດສະຕາລີ ພັດທະນາແຮງກວ່າອີກໃນໄລຍະຈະມາເຖິງ.

ໂດຍ: ເຈິ່ນຮວ່ຽນ