ບັນດາປະເທດຊົມເຊີຍລາວ ທີ່ໄດ້ຮັບໜ້າທີ່ເປັນປະທານອາຊຽນ ໃນວິວັດການສ້າງປະຊາຄົມ, ດ້ວຍເລື່ອງອາຊຽນ ສໍາເລັດວິໄສທັດປະຊາຄົມອາຊຽນ 2025 ໂດຍພື້ນຖານເພື່ອຫັນໄປສູ່ວິໄສທັດປະຊາຄົມອາຊຽນ 2045.

leftcenterrightdel
ກອງປະຊຸມວົງແຄບລັດຖະມົນຕີການຕ່າງປະເທດອາຊຽນ ດ້ວຍຫົວຂໍ້ “ອາຊຽນ: ຊຸກຍູ້ການເຊື່ອມໂຍງ ແລະສ້າງຄວາມເຂັ້ມແຂງດ້ວຍຕົນເອງ”. ພາບ: qdnd.vn

ແລກປ່ຽນກ່ຽວກັບສະພາບການສາກົນ ແລະພາກພື້ນ, ບັນດາປະເທດໄດ້ຢັ້ງຢືນຄືນໃໝ່ຫຼັກໝັ້ນຫຼັກການຂອງອາຊຽນກ່ຽວກັບບັນດາບັນຫາທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ, ໃນນັ້ນມີບັນຫາທະເລຕາເວັນອອກ. ບັນດາລັດຖະມົນຕີໄດ້ປຶກສາຫາລືຢ່າງກົງໄປກົງມາກ່ຽວກັບສະພາບການຢູ່ທະເລຕາເວັນອອກ, ເນັ້ນໜັກເຖິງຄວາມປາດຖະໜາຢາກສ້າງສັນຕິພາບ, ສະຖຽນລະພາບ, ຮ່ວມມື ແລະວັດທະນາຖາວອນຢູ່ທະເລຕາເວັນອອກ, ໃຫ້ຄໍາໝັ້ນສັນຍາປະຕິບັດຖະແຫຼງການວ່າດ້ວຍການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ (DOC) ຢ່າງຄົບຖ້ວນ ແລະມີປະສິດທິຜົນ, ມຸ່ງໄປເຖິງສ້າງກົດແຫ່ງການປະພຶດຢູ່ທະເລຕາເວັນອອກ (COC) ຢ່າງແທດຈິງ, ມີປະສິດທິຜົນ, ສອດຄ່ອງກັບກົດໝາຍສາກົນ, ໃນນັ້ນມີສົນທິສັນຍາຂອງສະຫະປະຊາຊາດກ່ຽວກັບກົດໝາຍວ່າດ້ວຍທະເລ ປີ 1982 (UNCLOS).

leftcenterrightdel
ຄະນະຜູ້ແທນຫວຽດນາມ ໂດຍທ່ານ ບຸ່ຍແທັງເຊີນ ລັດຖະມົນຕີກະຊວງການຕ່າງປະເທດ ນຳໜ້າຄະນະ. ພາບ: qdnd.vn

ທ່ານລັດຖະມົນຕີ ບຸ່ຍແທັງເຊີນ ຢັ້ງຢືນວ່າ ຫວຽດນາມ ສະໜັບສະໜູນ ແລະພ້ອມແລ້ວທີ່ຈະສົມທົບ, ໜູນຊ່ວຍລາວ ດຳລົງບົດບາດເປັນປະທານອາຊຽນ ສຳເລັດຜົນ. ເນື່ອງໃນໂອກາດນີ້, ທ່ານລັດຖະມົນຕີ ບຸ່ຍແທັງເຊີນ ໄດ້ເຊີນບັນດາປະເທດເຂົ້າຮ່ວມເວທີປາໄສອະນາຄົດອາຊຽນກ່ຽວກັບການພັດທະນາຢ່າງວ່ອງໄວ ແລະຍືນຍົງ, ຖືປະຊາຊົນເປັນໃຈກາງ, ໂດຍ ຫວຽດນາມ ເປັນເຈົ້າພາບຈັດຕັ້ງ. ຫວນຄືນຄວາມຄືບໜ້າໃນການພົວພັນຕ່າງປະເທດຂອງອາຊຽນ, ທ່ານລັດຖະມົນຕີ ບຸ່ຍແທັງເຊີນ ຢັ້ງຢືນວ່າ ຫວຽດນາມ ຈະຕັ້ງໜ້າເຂົ້າຮ່ວມ ແລະປະກອບສ່ວນເຂົ້າໃນຜົນສຳເລັດຂອງບັນດາເຫດການສຳຄັນທີ່ຈະມາເຖິງ... ໂດຍແມ່ນປະເທດປະສານງານການພົວພັນອາຊຽນ-ສ.ເກົາຫຼີ, ຫວຽດນາມ ສະເໜີ ບັນດາປະເທດພິຈາລະນາຂໍ້ສະເໜີຍົກລະດັບຄູ່ຮ່ວມມືຍຸດທະສາດຮອບດ້ານກັບອາຊຽນ, ສືບຕໍ່ສະໜັບສະໜູນຍົກລະດັບການຮ່ວມມືສອງຝ່າຍມຸ່ງໄປເຖິງສະເຫຼີມສະຫຼອງ 35 ປີແຫ່ງວັນສ້າງຕັ້ງການພົວພັນ ອາຊຽນ-ສ.ເກົາຫຼີ ໃນປີ 2024.

ໂດຍ: ເຈິ່ນຮວ່ຽນ