leftcenterrightdel
ທ່ານ ສຸພິດ ມານານິຍົມ, ເລຂາທິການສະພາຄວາມໝັ້ນຄົງແຫ່ງຊາດໄທ. ພາບ: The Nation

ວັນທີ 21 ຕຸລາ, ສະພາຄວາມໝັ້ນຄົງແຫ່ງຊາດ ແລະຕຳຫຼວດແຫ່ງລາຊະອານາຈັກໄທ ປະກາດວ່າ: ວຽກງານຮັບປະກັນຄວາມສະຫງົບ ໃຫ້ແກ່ສັບປະດາຂັ້ນສູງເວທີປາໄສຮ່ວມມືເສດຖະກິດອາຊີ - ປາຊີຟິກ (ເອເປັກ 2022) ເຊິ່ງຈະຈັດຂຶ້ນໃນລະຫວ່າງວັນທີ 14 – 19 ພະຈິກ ຈະມາເຖິງໄດ້ກຽມພ້ອມແລ້ວ. ທ່ານ ສຸພິດ ມານານິຍົມ, ເລຂາທິການສະພາຄວາມໝັ້ນຄົງແຫ່ງຊາດໄທ ໃຫ້ຮູ້ວ່າ: ການຜັນຂະຫຍາຍບັນດາມາດຕະການຮັບປະກັນຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍພວມດຳເນີນຖືກຕາມແຜນການວາງໄວ້. ໃນຂະນະນັ້ນ, ທ່ານ ດຳລົງສັກ ກິຕິຣະທາດ, ຜູ້ບັນຊາການຕຳຫຼວດໄທ ໃຫ້ຮູ້ວ່າ: ຕຳຫຼວດໄທ ພວມສົມທົບຢ່າງແໜ້ນແຟ້ນກັບ ສະພາຄວາມໝັ້ນຄົງແຫ່ງຊາດ ເພື່ອແນໃສ່ຜັນຂະຫຍາຍບັນດາກຳລັງ, ມາດຕະການ, ພາຫະນະ ແລະອຸປະກອນວິຊາການຢ່າງຄົບຊຸດ, ມີປະສິດທິຜົນ. ຕຳຫຼວດໄທ ຈະລະດົມນາຍຕຳຫຼວດປະມານ 20.000 ຄົນ ເພື່ອຕິດຕາມກວດກາຄວາມສະຫງົບຢູ່ໂຮງແຮມ, ສະຖານທີ່ໂຮມປະຊຸມ, ສະຖານທີ່ຈັດງານລ້ຽງ ແລະຕາມເສັ້ນທາງທີ່ຄະນະຜູ້ແທນໄປ - ມາ.

ແຫຼ່ງຄັດຈາກ: vovworld.vn