ຊຸດບຳລຸງສ້າງໄດ້ດຳເນີນຕາມຮູບແບບທາງໄກ ແລະນອນໃນໂຄງການບຳລຸງສ້າງທົ່ວໂລກຂອງ KOICA ທີ່ໄດ້ປະຕິບັດໃນໄລຍະເວລາ 3 ປີນັບແຕ່ປີ 2020.

leftcenterrightdel
ພາບປະກອບຄັດຈາກ: ສໍານັກຂ່າວສານຫວຽດນາມ

ຊຸດບຳລຸງສ້າງຄັ້ງນີ້ ມີການເຂົ້າຮ່ວມຂອງລັດຖະກອນ 20 ຄົນທີ່ຮັບຜິດຊອບກ່ຽວກັບສິດຊັບສິນທາງປັນຍາຢູ່ 7 ປະເທດອາຊຽນທີ່ມີການພົວພັນຮ່ວມມືກັບ ສ.ເກົາຫຼີ ຢ່າງແໜ້ນແຟ້ນ, ຄື: ຫວຽດນາມ, ກຳປູເຈຍ, ອິນໂດເນເຊຍ, ມາເລເຊຍ, ຟີລິບປິນ, ໄທ ແລະລາວ. ສ.ເກົາຫຼີ ມີຄວາມຫວັງຢາກເພີ່ມທະວີຄວາມຮັບຮູ້ ແລະກຳລັງຄວາມສາມາດໃນຂົງເຂດນີ້ຢູ່ບັນດາປະເທດອາຊຽນ ແລະສ້າງສະພາບແວດລ້ອມແຫ່ງຄວາມເປັນມິດໃຫ້ແກ່ບັນດາບໍລິສັດສົ່ງອອກ ສ.ເກົາຫຼີ ແລະບັນດາບໍລິສັດທ້ອງຖິ່ນພ້ອມກັນພັດທະນາ.

ໂດຍ: ວິທະຍຸກະຈາຍສຽງຫວຽດນາມ