leftcenterrightdel
ປະຊາຊົນລາວ ລຽນແຖວຊື້ນ້ຳມັນ ທີ່ປໍ້ານໍ້າມັນແຫ່ງໜຶ່ງຢູ່ນະຄອນຫຼວງວຽງຈັນ. ພາບ: nhandan.vn.

ເລື່ອງແຕ່ງຕັ້ງຄະນະສະເພາະກິດຮັບຜິດຊອບຊີ້ນໍາເພື່ອແກ້ໄຂບັນຫາກ່ຽວກັບນໍ້າມັນເຊື້ອໄຟ, ລາຄາສິນຄ້າ ແລະເງິນຕາ ຂອງລາວ ແມ່ນແນໃສ່ແກ້ໄຂ 3 ບັນຫາໃຫຍ່ ເຊິ່ງລວມມີ: ທີໜຶ່ງແມ່ນການຂາດເຂີນນໍ້າມັນເຊື້ອໄຟຢ່າງຮ້າຍແຮງ, ບາງເທື່ອມີຫຼາຍພາຫະນະຕ້ອງຢຸດການເຄື່ອນໄຫວຍ້ອນຂາດເຊື້ອເພີງ. ທີສອງແມ່ນລາຄາສິນຄ້າທີ່ຈໍາເປັນ ຢູ່ລາວ ເພີ່ມຂຶ້ນສູງໃນໄລຍະຜ່ານມາ. ຄິດໄລ່ລວມໃນ 5 ເດືອນຕົ້ນປີ 2022, ລະດັບໄພເງິນເຟີ້ຂອງລາວ ບັນລຸ 9%/ເດືອນ. ທີສາມແມ່ນເລື່ອງເງິນກີບຂອງລາວ ຫຼຸດລາຄາເມື່ອທຽບໃສ່ໂດລາສະຫະລັດ ແລະເງິນບາດຂອງໄທ, ເຊິ່ງແມ່ນເງິນຕາຕ່າງປະເທດຫຼັກຢູ່ລາວ. ອັດຕາແລກປ່ຽນເງິນກີບ ເມື່ອທຽບໃສ່ໂດລາສະຫະລັດ ແລະເງິນບາດ ມີຄວາມຜິດດ່ຽງກັນສູງລະຫວ່າງການກໍານົດຂອງລັດ ແລະຕະຫຼາດ. ສາຍເຫດແມ່ນຍ້ອນວ່າເງິນຕາຕ່າງປະເທດປະເພດຕ່າງໆ ບໍ່ໄດ້ຊໍາລະຜ່ານລະບົບທະນາຄານເມື່ອສົ່ງອອກສິນຄ້າ.

ໂດຍ: ທູຈາງ