ຕາງໜ້າບັນດາປະເທດອາຊຽນ ກ່າວຄໍາເຫັນກ່ຽວກັບຫົວເລື່ອງຄູ່ຮ່ວມມືເພື່ອປະຊາຊົນ, ທ່ານ ຫວູ້ໂຮ່ ເນັ້ນໜັກວ່າ ປະຊາຊົນເປັນໃຈກາງ, ເປັນອັດຕະພາບໃນຄວາມມານະພະຍາຍາມຮັບມືກັບພະຍາດໂຄວິດ-19 ແລະຊຸກຍູ້ການຟື້ນຟູມຸ່ງໄປເຖິງການພັດທະນາແບບຍືນຍົງ, ເປັນຕົ້ນແມ່ນໃນສະພາບການຫຍຸ້ງຍາກປະຈຸບັນ. ຕາມນັ້ນແລ້ວ, ທ່ານ ຫວູ້ໂຮ່ ສະເໜີວ່າ ສອງຝ່າຍສືບຕໍ່ສະຫງວນບຸລິມະສິດສູງໃຫ້ແກ່ການສົມທົບກັນຮັບມືກັບພະຍາດໂຄວິດ-19, ຮັບປະກັນເຂົ້າເຖິງ ແລະສະໜອງວັກຊິນ, ຢາປິ່ນປົວຢ່າງສະໝ່ຳສະເໝີ ແລະຄົບຖ້ວນ, ເປັນເຈົ້າການຮັບມືກັບການລະບາດຂອງພະຍາດໃນອະນາຄົດ.

leftcenterrightdel
ທ່ານເອກອັກຄະລັດຖະທູດ ຫວູ້ໂຮ່ ຜູ້ຮັກສາການຫົວໜ້າ SOM ອາຊຽນ ຫວຽດນາມ ກ່າວຄໍາເຫັນທີ່ການເຈລະຈາ. ພາບ: ສໍານັກຂ່າວສານຫວຽດນາມ.

ທ່ານ ຫວູ້ໂຮ່ ສະເໜີວ່າ ສອງຝ່າຍຄວນສືບຕໍ່ຍູ້ແຮງການຮ່ວມມືດ້ານການສຶກສາ, ຖືນີ້ແມ່ນຂົງເຂດຮ່ວມມືຈຸດສຸມລະຫວ່າງອາຊຽນ ແລະນິວຊີແລນ, ຫວັງວ່າ ສອງຝ່າຍຈະຮັກສາ ແລະສືບຕໍ່ຊຸກຍູ້ບັນດາການເຄື່ອນໄຫວຮ່ວມມືທີ່ມີຢູ່ແລ້ວ, ໃນນັ້ນປາດຖະໜາວ່າ ນິວຊີແລນ ສະຫງວນບຸລິມະສິດໜູນຊ່ວຍອາຊຽນ ພັດທະນາຊັບພະຍາກອນມະນຸດທີ່ມີຄຸນນະພາບສູງ. ທ່ານ ຫວູ້ໂຮ່ ຢັ້ງຢືນວ່າ ດ້ວຍຖານະຕໍາແໜ່ງເປັນປະທານກ່ຽວກັບການຮ່ວມມືດ້ານການສຶກສາອາຊຽນ ໄລຍະ 2022-2023, ຫວຽດນາມ ພ້ອມແລ້ວທີ່ຈະສົມທົບກັນກັບນິວຊີແລນ ແລະບັນດາປະເທດອາຊຽນ ຍົກສູງຄວາມສາມາດສ້າງຄວາມເຂັ້ມແຂງດ້ວຍຕົນເອງຂອງລະບົບສຶກສາໃນພາກພື້ນ, ເປັນເຈົ້າການຮັບມືກັບບັນດາສິ່ງທ້າທາຍໃນອະນາຄົດ.

ທ່ານ ຫວູ້ໂຮ່ ເນັ້ນໜັກວ່າ ໃນສະພາບການທີ່ສັບສົນ, ຍາກທີ່ຈະຄາດຄະເນລ່ວງໜ້າໄດ້ໃນປະຈຸບັນຢູ່ພາກພື້ນ ແລະໃນໂລກ, ບັນດາປະເທດຄວນເພີ່ມທະວີການເຈລະຈາ, ຮ່ວມມື, ສ້າງຄວາມເຊື່ອໝັ້ນ, ເຄົາລົບນັບຖືກົດໝາຍ, ຮັບປະກັນສະພາບແວດລ້ອມສັນຕິພາບ, ໝັ້ນຄົງ, ສະຖຽນລະພາບ, ສ້າງຄວາມສະດວກໃຫ້ແກ່ການຟື້ນຟູ ແລະພັດທະນາແບບຍືນຍົງ.

ໂດຍ: ຈາງຫງວຽນ