ທ່ານ ຫວູ້ໂຮ່ ເອກອັກຄະລັດຖະທູດ, ຜູ້ຮັກສາການຫົວໜ້າ SOM ອາຊຽນ ຫວຽດນາມ ນໍາໜ້າຄະນະຜູ້ແທນຫວຽດນາມ ເຂົ້າຮ່ວມກອງປະຊຸມ. ນີ້ແມ່ນກອງປະຊຸມ SOM ທາງໄກ ຄັ້ງທໍາອິດພາຍຫຼັງກວ່າໜຶ່ງປີຖືກຜົນກະທົບຈາກພະຍາດໂຄວິດ-19.

leftcenterrightdel
ທ່ານ ຫວູ້ໂຮ່ ເອກອັກຄະລັດຖະທູດ, ຜູ້ຮັກສາການຫົວໜ້າ SOM ອາຊຽນ ຫວຽດນາມ ນໍາໜ້າຄະນະຜູ້ແທນຫວຽດນາມ ເຂົ້າຮ່ວມກອງປະຊຸມ. ພາບ: AKP

ບັນດາຜູ້ແທນໄດ້ກວດຄືນວຽກງານກະກຽມ, ລາຍການເຄື່ອນໄຫວ ແລະຮັບໃຊ້ກອງປະຊຸມວົງແຄບລັດຖະມົນຕີການຕ່າງປະເທດ (AMMR) ໃນລະຫວ່າງວັນທີ 16-17 ກຸມພາ ຢູ່ Phnom Penh.

ທີ່ກອງປະຊຸມ, ທ່ານ ຫວູ້ໂຮ່ ສະແດງຄວາມສະໜັບສະໜູນ ແລະຢັ້ງຢືນຄໍາໝັ້ນສັນຍາຂອງຫວຽດນາມ ແມ່ນຮ່ວມມືຢ່າງແໜ້ນແຟ້ນກັບກໍາປູເຈຍ, ປະທານອາຊຽນ ປີ 2022 ແລະບັນດາສະມາຊິກອາຊຽນ ກໍ່ສ້າງອາຊຽນ ໃຫ້ມີຄວາມສາມັກຄີ, ເອກະພາບ, ໝັ້ນຄົງເຂັ້ມແຂງ ແລະເຂັ້ມແຂງດ້ວຍຕົນເອງ, ສ້າງປະຖົມປັດໃຈເພື່ອໃຫ້ບັນດາເປົ້າໝາຍຂອງອາຊຽນ ປະກົດຜົນເປັນຈິງ. ທ່ານ ຫວູ້ໂຮ່ ໄດ້ອັບເດດຂໍ້ມູນຂ່າວສານ, ສະເໜີບາງຂໍ້ລິເລີ່ມກໍ່ຄືທິດທາງຍົກລະດັບການພົວພັນເຈລະຈາ ອາຊຽນ - ສ. ເກົາຫຼີ ໂດຍຫວຽດນາມ ເປັນຜູ້ປະສານງານ.

ໂດຍ: ຈາງຫງວຽນ